ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການນິລະໂທດກຳສາກົນ ກວດສອບເບິ່ງ ອາຊະຍາກຳສົງຄາມ ໃນອັຟການິສຖານ ໂດຍທຸກໆຝ່າຍ


ພວກນັກລົບກຸ່ມຕາລີບານ ຢືນຍາມຢູ່ດ່ານກວດໃນນະຄອນຫຼວງກາບູລ ຂອງອັຟການິສຖານ ໃນວັນທີ 5 ພະຈິກ 2021.
ພວກນັກລົບກຸ່ມຕາລີບານ ຢືນຍາມຢູ່ດ່ານກວດໃນນະຄອນຫຼວງກາບູລ ຂອງອັຟການິສຖານ ໃນວັນທີ 5 ພະຈິກ 2021.

ກຸ່ມປົກ​ປ້ອງສິດທິມະນຸດ​ລະ​ດັບໂລກ ພວມກ່າວຫາໝົດທຸກຝ່າຍໃນບັນຫາຂັດແຍ້ງໃນອັຟການິສຖານ ທີ່ໄດ້ເຮັດໃຫ້ພົນລະເມືອງທັງຫຼາຍບາດເຈັບຫຼືສູນເສຍຊີວິດ ກ່ອນທີ່ລັດຖະບານສະໜັບສະໜຸນໂດຍສະຫະລັດໃນກາບູລ ຈະລົ້ມລະ ລາຍແລະກຸ່ມຕາລີບານອິສລາມ ເຂົ້າມາກຳອຳນາດໃນເດືອນສິງຫາຜ່ານມາ.

ອົງ​ການ​ນິລະໂທດກຳສາກົນ ຫຼື Amnesty International ທີ່ມີຫ້ອງການຕັ້ງຢູ່ໃນນະຄອນລອນດອນ ໄດ້ກ່າວໃນວັນພຸດວານນີ້ວ່າ ໃນບົດລາຍງານສະບັບໃໝ່ ທີ່ວ່າ ຫຼາຍເດືອນກ່ອນການລົ້ມສະຫຼາຍຂອງກາບູລນັ້ນ ເປັນຂີດໝາຍຂອງ “ສົງຄາມອາຊະຍາກຳຊໍ້າອີກ ແລະການນອງເລືອດຢ່າງບໍ່ລົດລະ” ທີ່ໄດ້ຖືກກະ ທຳໂດຍກຸ່ມຕາລີບານ ກອງກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ແລະກອງທັບສະຫະລັດ.

ເລຂາທິການໃຫຍ່ຂອງ​ອົງ​ການນິລະໂທດກຳສາກົນ ທ່ານນາງແອັກເນສ ຄາລລາມາຣດ໌ ໄດ້ເວົ້າວ່າ “ຫຼັກຖານໃໝ່ຂອງພວກເຮົາ ສະແດງໃຫ້ເຫັນວ່າ ຫ່າງໄປຈາກການປ່ຽນອຳນາດທີ່ບໍ່ມີຂໍ້ຄັດຂ້ອງໃດໆທີ່ກຸ່ມຕາລີບານໄດ້ກ່າວອ້າງໄດ້ເກີດຂຶ້ນນັ້ນ ປະຊາຊົນຂອງອັຟການິສຖານ ໃນອີກຄັ້ງນຶ່ງຕ້ອງໄດ້ຊົດໃຊ້ດ້ວຍຊີວິດຂອງພວກເຂົາ.”

ທ່ານນາງເວົ້າອີກວ່າ “ເຮືອນຊານ ໂຮງໝໍ ໂຮງຮຽນແລະຮ້ານຄ້າທັງຫຼາຍ ໄດ້ຖືກຫັນປ່ຽນໄປເປັນສະຖານທີ່ຂອງອາຊະຍາກຳໃນຂະນະທີ່ປະຊາຊົນໄດ້ຖືກຂ້າຕາຍແລະບາດເຈັບຊ້ຳແລ້ວຊ້ຳອີກ. ປະຊາຊົນອັຟການິສຖານ ໄດ້ທົນທຸກທໍລະ ມານມາຍາວນານ ແລະພວກຜູ້ເຄາະຮ້າຍທັງຫຼາຍ ຈະຕ້ອງເຂົ້າຫາແລະໄດ້ຮັບຄວາມຍຸຸຕິທຳ ພ້ອມທັງການຊົດໃຊ້ຕ່າງໆ.”

ອົງການນິລະໂທດກຳສາກົນ ໄດ້ໃຫ້ຂໍ້ສັງເກດໃນບົດລາຍງານຂອງຕົນວ່າ ໃນລະຫວ່າງການເຄື່ອນກຳລັງທະຫານຂອງພວກເຂົາເຂົ້າໄປທົ່ວອັຟການິສຖານ ໃນເດືອນກໍລະກົດແລະສິງຫາ, ພວກນັກລົບຂອງກຸ່ມຕາລີບານ ໄດ້ທໍລະມານແລະສັງຫານພວກຊົນເຜົ່າແລະສາສະໜາກຸ່ມນ້ອຍ ພວກທະຫານທີ່ຈົ່ງຮັກພັກດີຕໍ່ລັດຖະບານທີ່ຖືກໂຄ່ນລົ້ມ ແລະພວກຄົນ “ຜູ້ທີ່ຮູ້ວ່າ ເປັນພວກຜູ້ທີ່ເຫັນອົກເຫັນໃຈພວກລັດຖະບານຊຸດກ່ອນ ໃນການໂຈມຕີຕອບໂຕ້ຄືນ.”

ບົດລາຍງານດັ່ງກ່າວ ໄດ້ບັນທຶກການໂຈມຕີທາງອາກາດ 4 ຄັ້ງເມື່ອບໍ່ດົນມານີ້ ຊຶ່ງສາມຄັ້ງປາກົດວ່າ ໄດ້ດຳເນີນການໂດຍກຳລັງຂອງສະຫະລັດ ແລະຄັ້ງນຶ່ງ ໂດຍກອງທັບອາກາດຂອງອັຟການິສຖານ ທີ່ສົ່ງຜົນເຮັດໃຫ້ມີພົນລະເຮືອນ 28 ຄົນເສຍຊີວິດ ໃນນັ້ນລວມມີພວກແມ່ຍິງແລະເດັກນ້ອຍນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG