ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການນິລະໂທດກໍາສາກົນ ຮຽກຮ້ອງໃຫ້ມີການສືບສວນ ລຸນຫຼັງເຫດການໄຟໄໝ້ ຢູ່ໃນຄຸກຂອງ ອີຣ່ານ


ແຟ້ມ-ຮູບທີ່ໄດ້ຮັບມາຈາກອົງການຂ່າວຂອງອີຣ່ານ ເມື່ອວັນທີ 16 ຕຸລາ 2022, ເປີດເຜີຍໃຫ້ເຫັນຄວາມເສຍຫາຍຈາກຜົນກະທົບຂອງໄຟໄໝ້ຢູ່ຄຸກ Evin ໃກ້ກັບນະຄອນຫຼວງເຕຫະຣ່ານຂອງ ອີຣ່ານ. ທາງການເປີດເຜີຍວ່າ ມີນັກໂທດເສຍເສຍວິດ 8 ຄົນ ແລະອີກ 61 ຄົນໄດ້ຮັບບາດເຈັບ.
ແຟ້ມ-ຮູບທີ່ໄດ້ຮັບມາຈາກອົງການຂ່າວຂອງອີຣ່ານ ເມື່ອວັນທີ 16 ຕຸລາ 2022, ເປີດເຜີຍໃຫ້ເຫັນຄວາມເສຍຫາຍຈາກຜົນກະທົບຂອງໄຟໄໝ້ຢູ່ຄຸກ Evin ໃກ້ກັບນະຄອນຫຼວງເຕຫະຣ່ານຂອງ ອີຣ່ານ. ທາງການເປີດເຜີຍວ່າ ມີນັກໂທດເສຍເສຍວິດ 8 ຄົນ ແລະອີກ 61 ຄົນໄດ້ຮັບບາດເຈັບ.

ອົງການນິ​ລະ​ໂທດ​ກຳ​ສາ​ກົນ ຫຼື Amnesty International ກ່າວໃນວັນອັງຄານວານນີ້ວ່າ ພວກເຂົາເຈົ້າມີຫຼັກຖານ ເພື່ອ​ສະ​ແດງ “ຄວາມກັງວົນຢ່າງຮ້າຍ​ແຮງ” ວ່າ ເຈົ້າໜ້າທີ່ຂອງອີຣ່ານພະຍາຍາມແກ້ໂຕ ໃນ​ການປາບປາມພວກນັກໂທດຢູ່​ທີ່ຄຸກເອີວິນ (Evin) ​ໃນ​ນະ​ຄອນ​ຫຼວງເຕຫະຣ່ານ ໂດຍກ່າວວ່າ ​ຕົນ​ໄດ້​ທຳການຕໍ່ສູ້ກັບໄຟ ຢູ່ໃນສະຖານທີ່ແຫ່ງນັ້ນແລະກໍປະຕິບັດການເພື່ອປ້ອງກັນ​ບໍ່​ໃຫ້​ພວກນັກໂທດລັກໜີ.

ເຈົ້າໜ້າທີ່ຂອງອີຣ່ານກ່າວວ່າ ມີຜູ້ເສຍຊີວິດທັງໝົດ 8 ຄົນ, ແລະນັກໂທດອີກ 61 ຄົນໄດ້ຮັບບາດເຈັບ ຈາກເຫດໄຟໄໝ້ຢູ່ທີ່ຄຸກດັ່ງ​ກ່າວ ເມື່ອວັນເສົາທີ່ຜ່ານມານີ້.

ອົງການນິ​ລ​ະ​ໂທດ​ກຳ​ສາ​ກົນ ກ່າວຢູ່ໃນຖະແຫຼງການວ່າ “ມັນສອດຄ່ອງກັບຮູບແບບຂອງການປະຕິເສດ ແລະການເຊື່ອງຊ້ອນອາຊະຍາກໍາຂອງພວກເຂົາ ທີ່ມີມາເປັນເວລາຍາວນານ, ເຈົ້າໜ້າທີ່ໄດ້ມີການເຜີຍແຜ່ຖະແຫຼງການອອກມາໃນທັນທີ ກ່ຽວກັບການເສຍຊີວິດຍ້ອນຫາຍໃຈບໍ່ອອກ ເນື່ອງຈາກໄດ້ຫາຍໃຈເອົາຄວັນເຂົ້າໄປ, ແລະການຕໍ່ສູ້ລະຫວ່າງພວກນັກໂທດນໍາກັນເອງ.”

ທາງອົງການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ສະພາສິດທິມະນຸດຂອງອົງການສະຫະປະຊາຊາດເຂົ້າໄປດໍາເນີນການສືບສວນ ແລະດໍາເນີນຂັ້ນຕອນ​ຮັບ​ເອົາຄວາມຮັບຜິດຊອບ “ເພື່ອດໍາເນີນການກັບອາຊະຍາກໍາທີ່ຮ້າຍແຮງທີ່ສຸດ ພາຍໃຕ້ກົດ ໝາຍສາກົນ, ແລະການລະເມີດສິດທິມະນຸດທີ່ຮຸນແຮງ ເຊິ່ງດໍາເນີນການໂດຍເຈົ້າໜ້າທີ່ຢູ່ໃນອີຣ່ານ.”

ອົງການນິ​ລະ​ໂທດ​ກຳ​ສາ​ກົນ ຍັງໄດ້ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່ອີຣ່ານອະນຸຍາດໃຫ້ບັນດານັກສັງເກດການອິດສະຫຼະສາກົນເຂົ້າໄປດໍາເນີນງານຢູ່ໃນຄຸກຕ່າງໆຂອງອີຣ່ານ​ໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້ ແບບບໍ່ມີຂໍ້ຈໍາກັດໃດໆ.

ບັນດານັກໂທດ ແລະຄອບຄົວຂອງພວກເຂົາເຈົ້າ ໄດ້ສະແດງຄວາມກັງວົນໃຈຫຼາຍທີ່ສຸດກ່ຽວກັບຄວາມປອດໄພຂອງພວກເຂົາ, ໂດຍສະເພາະຢ່າງຍິ່ງ ຫຼັງຈາກໄດ້ມີການຫ້າມ ບໍ່​ໃຫ້​ໄປຢ້ຽມຢາມ​ພວກ​ນັກ​ໂທດ ລຸນຫຼັງ​ທີ່​ໄດ້ເກີດເຫດການໄພໄໝ້ດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG