ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຂດເອເຊຍ ຍັງສືບຕໍ່ປາບປາມ ພວກບໍ່ພໍໃຈ ນຳລັດຖະບານ


ເຄຶ່ອງໝາຍອົງການນີລະໂທດກໍາສາກົນ
ເຄຶ່ອງໝາຍອົງການນີລະໂທດກໍາສາກົນ

ອົງການ​ນີລະ​ໂທດ​ກໍາ​ສາກົນ​ກ່າວ​ວ່າ ຫຼາຍໆ​ລັດຖະບານ​ຢູ່​ໃນ​ຂົງ​ເ​ຂດ​ເອ​ເຊຍ-ປາຊິ​ຟິກໄດ້​ເພີ່​ມ ທະວີ​ການກວດ​ລ້າງ​ປາ​ບປາ​ມພວກ​ທີ່​ບໍ່ພໍໃຈດ້ານ​ການ​ເມືອງ​ໃນ ປີ 2011 ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ກໍາ​ອໍານາດ​ຂອງ​ຕົນ​ໃຫ້​ຍືນ​ຍົງ​ຕໍ່​ໄປ ລຸນຫຼັງຈາກ​ການ​ລຸກ​ຮື​ຂຶ້ນ​ໃນ​ຕາ​ເວັນ​ອອກ​ກາງ ​ແລະ​ອາ​ຟຣິກາ​ເໜືອ.

ລາຍ​ງານ​ປະ​ຈໍາປີ​ທີ່ 50 ຂອງ​ອົງການ​ນີລະ​ໂທດສາກົນ ກ່ຽວ​ກັບການ​ເຄົາ ລົບນັບຖື​ສິດທິມະນຸດ​ຢູ່​ໃນ​ທົ່ວໂລກ ກ່າວ​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ພວກ​ນັກ​ເຄຶ່ອນ​ໄຫວ ​ແລະນັກ​ຂ່າວ​ໃນ​ຂົງ​ເຂດ​ເອ​ເຊຍ ​ແມ່ນໄດ້​ຮັບ​ແຮງ​ດົນ​ໃຈ​ຊຸກຍູ້ ຈາກ​ອັນ​ທີ່​ເອີ້ນ​ວ່າ ການ​ລຸກ​ຮື​ຂຶ້ນ​ໃນລ​ະດູບານ​ໃໝ່​ຂອງ​ຊາວ​ອາຣັບ ​ເພື່ອ​ທວງ​ເອົາ​ສິດທິ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ດ້ານ ການ​ເມືອງ.

​ແຕ່​ກຸ່ມ​ດັ່ງກ່າວ​ເວົ້າວ່າ ການ​ຮຽກຮ້ອງ​ເຫລົ່າ​ນັ້ນ ​ສ່ວນ​ໃຫຍ່​ແລ້ວແມ່ນໄດ້ຖືກ​ຕອບ​ໂຕ້​ຢ່າງ​ໜັກໜ່ວງ​ໂດຍ​ລັດຖະບານ ​ທີ່​ຍັງ​ຫວງ​ແຫນ​ອໍານາດຂອງ​ພວກ​ຕົນ​ຢູ່. ​ລາຍ​ງານ​ຍັງ​ໄດ້​ໂຈມ​ຕີຈີນ​ ໂດຍ​ສະ​ເພາະ ​ສໍາລັບ​ການກັກ​ຂັງ​ແລະ​ນາບ​ຂູ່​ຮາວີ​ ພວກ​ຕໍາ​ໜິຕິຕຽນ​ລັດຖະບານ​ຫຼາຍສິບ​ຄົນ ໃນ​ອັນ​ທີ່​ລາຍ ງານນີ້​ເອີ້ນ​ວ່າ ​ເປັນ​ການປາບ​ປາມກວດ​ລ້າງດ້ານ​ການ​ເມືອງ​ທີ່ຮ້າຍ​ແຮງ​ທີ່​ສຸດ ນັບ​ຕັ້ງ​ແຕ່​ການ​ປະ​ທ້ວງ​ທີ່​ຈະຕຸ​ລັດ ທຽນອັນ​ເໝິນ ​ເມື່ອ​ປີ 1989 ນັ້ນ.

​ໃນ​ເກົາຫຼີ​ເໜືອ ອົງການ​ນີລະ​ໂທດ​ກໍາ​ສາກົນ​ກ່າວ​ວ່າ ບໍ່​ເຫັນ​ມີ​ການ​ປັບປຸງ ຫຍັງ​ດີ​ຂຶ້ນ​ເລີຍ ຕໍ່​ປະວັດ​ດ້ານ​ສິດທິ​ມະນຸດ​ອັນ​ໜ້າ​ຢ້ານ​ກົວ ທີ່​ເກົາຫຼີມີ​ມາ​ຢູ່ ​ແລ້ວ​ນັ້ນ ຫຼັງຈາກທ່ານ Kim Jong-Un ​ເຂົ້າກໍາ​ອໍາ​ນາດ​ລຸນຫຼັງການ​ເຖິງ ​ແກ່​ອະສັນ​ຍະ​ກຳ ຂອງ​ມື້ລາງ​ບິດາ​ທ່ານ ​ເມື່ອ​ທ້າຍ​ປີ​ກາ​ຍນີ້. ລາຍ​ງານ​ເວົ້າ ອີກ​ວ່າ ພວກ​ທີ່​ຫັນ​ເຫ​ອອກ​ຈາກ​ອຸດົມ​ການ ​ຂອງ​ລັດຖະບານ​ນັ້ນ ອາດ​ສາ ມາດຖືກ​ສົ່ງ​ໄປຮ່ວມກັບຫຼາຍພັນ​ຄົນ ​ທີ່ໄດ້ຖືກຄຸມ​ຂັງ​ຢູ່​ຕາມຄ້າຍ​ສັບພະ​ທຸກ ​ຫຼາຍໆແຫ່ງ​ຂອງ​ປະ​ເທດ​ນັ້ນ.

ນອກ​ນີ້ລາຍ​ງານ​ເວົ້າຍັງ​ໄດ້​ກ່າວ​ຫາ​ບັນດາ​ປະ​ເທດ​ອື່ນໆໃນ​ຂົງ​ເຂດ​ເອ​ເຊຍ ທີ່​ປາບປາມ​ພວກ​ຄັດຄ້ານ​ລັດຖະບານ​ແບບ​ບໍ່​ຄ່ອຍ​ຮຸນ​ແຮງປານ​ໃດ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ທັງມຽນມາ​ແລະ​ຫວຽດນາມ ​ໄດ້​ຕັ້ງ​ໜ່ວຍ​ສືບ​ລັບ​ທີ່ມີໜ້າ ທີ່​ໂດຍ​ສະ​ເພາະ ​ເພື່ອນາບ​ຂູ່​ຮາວີ ​ແລະປິດ​ປາກປິດ​ສຽງ​ພວກ​ຕໍາ​ໜິຕິຕຽນ​ລັດຖະບານ. ລາຍ​ງານ​ຍັງ​ໄດ້​ໂຈມ​ຕີທ່ານ​ນາງຍິ່ງລັກ ຊິນນະ​ວັດ ນາຍົກ ລັດຖະມົນຕີ​ໄທ ທີ່​ຫາ​ກໍຖືກ​ເລືອກຕັ້ງ​ຂຶ້ນມາ​ເມື່ອ​ບໍ່​ນານມາ​ນີ້ ທີ່​ບໍ່​ສາມາດ​ຍຸຕິ​ການ​ຈັດຕັ້ງປະຕິບັດ​ກົດໝາຍ​ໝິ່ນ​ປະໝາດກະສັດ ທີ່​ຫ້າມ​ບໍ່​ໃຫ້​ມີ​ການ​ຕໍາ​ໜິຕິຕຽນ​ໃດໆ​ຕໍ່ເຊື້ອພະ​ວົງ​ນັ້ນ.

XS
SM
MD
LG