ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີການກ່າວຫາ ພວກກະບົດຢູເຄຣນ ວ່າ “ທຳການ​ສັງຫານ​ ແບບ​ຮວບຮັດຕັດຕອນ”


Gabungan Fidel Castro, dari kiri, sedang merokok cerutu di Havana, Kuba, 29 April 1961; berbicara kepada media dalam misi untuk menjemput seorang anak Kuba, Elian Gonzalez di Washington, D.C., 6 April 2000; dan di rumahnya di Havana, 13 Februari 2016.
Gabungan Fidel Castro, dari kiri, sedang merokok cerutu di Havana, Kuba, 29 April 1961; berbicara kepada media dalam misi untuk menjemput seorang anak Kuba, Elian Gonzalez di Washington, D.C., 6 April 2000; dan di rumahnya di Havana, 13 Februari 2016.

ກຸ່ມ​ປົກ​ປ້ອງ​ສິດທິມະນຸດກຸ່ມນຶ່ງ ກ່າວ​ວ່າ ຕົນ​ມີ​ຫລັກ​ຖານ​ໃໝ່
ກ່ຽວກັບ “ການ​ສັງຫານ​ແບບ​ປະຫານຊີວິດ” ​ ໂດຍ​ກຳລັງ
ປະກອບອາວຸດນິຍົມ​ຣັດ​ເຊຍຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງ​
ຢູ​ເຄຣນ ​ແລະ ກຳລັງ​ຮຽກຮ້ອງ​ໃຫ້​ມີ​ການຮັບເອົາຄວາມຮັບ
ຜິດຊອບຫຼາຍຂຶ້ນ ຕໍ່ການລະ​ເມີດ​ສິດທິ​ມະນຸດ ຕ່າງໆ ຢູ່​ໃນ
ບັນຫາຂັດ​ແຍ້​ງ​ຢູ​ເຄຣນນັ້ນ.

ອົງການ​ນິລະ​ໂທດ​ກຳ​ສາກົນ ຫຼື Amnesty International
ກ່າວ​ວ່າ ຫລັກ​ຖານດັ່ງກ່າວ ເປັນຕົວ​ບົ່ງ​ບອກ​ໃໝ່ ຂອງ​ວິ​ກິດ​
ການດ້ານ​ສິດທິ​ມະນຸດ​ ທີ່​ພວມເພີ້ມຄວາມຮຸນແຮງ​ຂຶ້ນ ຢູ້​ໃນ
​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ບ່ອນ​ທີ່​ພວກ​ແບ່ງ​ແຍກ​ດິນ​ແດນ
​ທີ່​ໜຸນ​ຫລັງ​ໂດຍ ຣັດເຊຍ ​ໄດ້​ທຳ​ການ​ຕໍ່ສູ້​ກັບ​ກອງ​ກຳລັງ​ຮັກສາຄວາມສະຫງົບຢູ​ເຄຣນ ​ເປັນ​ເວລາ​ນຶ່ງ​ປີຜ່ານມາ.

ອົງການ​ນິລະ​ໂທດກຳ​ສາກົນ ກ່າວ​ວ່າ ຕົນ​ໄດ້ທົບທວນເບິ່ງພາບ​ວີ​ດີ​ໂອ ທີ່​ສະ​ແດງ​ໃຫ້​ເຫັນ ການ​ຈັບ​ກຸມ ​ແລະ ການສອບ​ປາກຄຳ ທະຫານ​ຢູ​ເຄຣນ ທ້າວ Ihor Branovytsky ​ໂດຍ
ພວກ​ກະບົດ​ນິຍົມ​ຣັດ​ເຊຍ. ອົງການ​ນິລະ​ໂທດກຳ​ສາກົນ ກ່າວ​ວ່າ ລາວໄດ້ຖືກຂ້າຕາຍ
ໃນເວລາຕໍ່ມາ ຂະນະທີ່ຖືກ​ຄຸມ​ຂັງຢູ່ນັ້ນ.

ອົງການ​ນິລະ​ໂທດກຳ​ສາກົນ ກ່າວ​ອີກ​ວ່າ ຕົນໄດ້​ເບິ່ງ​ວີ​ດີ​ໂອ​ທີ່ບັນທຶກ​ພາບການ​ຄຸມ​ຂັງ
​ແລະ ພາບ​ຖ່າຍ​ຊາກ​ສົບຕ່າງໆ ຂອງ​ທະຫານ​ຢູ​ເຄຣນອີກ​ຢ່າງ​ນ້ອຍສາມ​ຄົນ ແລະ​ກ່າວ​ວ່າ
ຊາກ​ສົບ​ເຫຼົ່ານັ້ນ ມີ​ຮ່ອງ ຮອຍ​ຂອງ​ຮູ​ລູກປືນຫຼາຍລູກ ຢູ່​ທີ່​ຫົວ ​ແລະ ສ່ວນ​ເທິງ​ຂອງຮ່າງ​ກ່າຍ ຊຶ່ງ​ມີ​ລາຍ​ງານ​ວ່າ ຊາກ​ສົບເຫຼົ່ານັ້ນ​ແມ່ນ​ໄດ້​ຖືກ​ນຳ​ໄປໄວ້​ຢູ່​ໃນ​ໂຮງ​ເຢັນ​ໃນ​ເມືອງ Donetsk ​ຊຶ່ງ​ເປັນເຂດ​ທີ່​ໝັ້ນຂອງ​ພວກ​ກະບົດ. ພວກທະຫານດັ່ງກ່າວ ຖືກ​ຈັບ​ໄດ້​ໂດຍ​ກອງ​ກຳລັງ​ທີ່​ນິຍົມຣັດ​ເຊຍ ຢູ່​ໃນ​ເມືອງ Debaltseve ລະຫວ່າງ ວັນ​ທີ 12 ​ຫາ 18 ກຸມພາ​.​

​ການ​ເປີດ​ເຜີຍເລື້ອງ​ດັ່ງກ່າວ​ມີ​ຂຶ້ນ ຫຼັງຈາກ​ທີ່​ມີ​ລາຍ​ງານ​ ຢູ່​ໃນ ໜັງສືພິມ Kiev Post ​ເມື່ອ​
ວັນ​ທີ 6 ​ເມສາ​ຜ່ານ​ມາ ທີ່​ມີ​ບົດ​ຄວາມ​ການ​ສຳພາດ​ທາງ​ໂທລະສັບ​ກັບ ​ຜູ້ນຳ​ຂອງ​ກຳລັງ
ປະກອບ​ອາວຸດ​ນິຍົມຣັດ​ເຊຍ ທີ່​ພວມປະຕິບັດ​ການ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.
ຜູ້ນຳດັ່ງກ່າວ ອ້າງ​ວ່າ ​ໄດ້​ຍິງ​ສັງຫານທະຫານ 15 ຄົນ ລວມທັງ​ທ້າວ Ihor Branovytsky ນຳ.

XS
SM
MD
LG