ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການນິລະໂທດກຳ ກ່າວຫາ ພັນທະມິດ ຊາອູດິ ອາເຣເບຍ ກ່ຽວກັບ ອາຊະຍາກຳ ສົງຄາມ ໃນເຢເມນ


Amnesty Accuses Saudi Coalition of ‘War Crimes’ in Yemen
please wait

No media source currently available

0:00 0:02:05 0:00

ຊົມວິດີໂອກ່ຽວກັບ ລາຍງານນີ້

ອົງການສິດທິມະນຸດ ນິລະໂທດກຳ ສາກົນ ຫຼື Amnesty
International ໄດ້ກ່າວຫາ ພັນທະມິດ ນຳໜ້າໂດຍ ຊາອູດີ
ອາເຣເບຍ ວ່າ ກໍ່ອາຊະຍາກຳສົງຄາມ ໃນການໂຈມຕີທາງ
ອາກາດຫຼາຍຄັ້ງຕໍ່ພວກກະບົດ Houthi ໃນປະເທດ ເຢເມນ.
ຜູ້ສື່ຂ່າວ Henry Ridgwell ລາຍງາຍວ່າ ກຸ່ມດັ່ງກ່າວນັ້ນເວົ້າ
ວ່າ ປະຊາຊົນຫຼາຍຮ້ອຍຄົນໄດ້ຖືກຂ້າຕາຍໃນການໂຈມຕີໃສ່
ເຂດທີ່ຢູ່ອາໄສຂອງປະຊາຊົນ ເຊິ່ງຕໍ່ໄປ ພຸດທະສອນ ຈະນຳ
ລາຍລະອຽດມາສະເໜີທ່ານ.

ອົງການນິລະໂທດກຳສາກົນ ໄດ້ຖ່າຍວິດີໂອຢູ່ໃກ້ກັບເມືອງ Sa’da ຢູ່ທາງພາກເໜືອຂອງ ປະເທດ ເຢເມນ ເຊິ່ງເປັນທີ່ໝັ້ນຂອງພວກ Houthi.

ຊາວບ້ານໃນທ້ອງຖິ່ນທ້າວ Qassim Salah al-Shayba ກ່າວວ່າການໂຈຕີທາງອາກາດ ໄດ້ທຳລາຍເຮືອນຊານຂອງລາວ. ລາວໄດ້ປະຕິເສດວ່າລາວບໍ່ມີສ່ວນເຊື່ອມໂຍງໃດໆກັບ ພວກກະບົດ ແລະ ໄດ້ເອົາຮູບພາບລູກຊາຍຂອງລາວທີ່ໄດ້ເສຍຊີວິດໃຫ້ເບິ່ງ.

ທ້າວ Qassim Salah al-Shayba, ທີ່ອາໄສຢູ່ໃນເຂດ Sa’da ກ່າວວ່າ “ນີ້ຫວາແມ່ນອາ ວຸດ, ນີ້ແມ່ນສິ່ງ ທີ່ພວກເຂົາເຈົ້າອ້າງວ່າ ແມ່ນອາວຸດທີ່ເຮົາມີ. ນີ້ແມ່ນຄຳພີກຸ ຣ່ານ, ນີ້ກໍແມ່ນ ວັດມຸສລິມ.”

ອົງການນິລະໂທດກຳໄດ້ກວດກາເບິ່ງການໂຈມຕີທາງອາກາດ 13 ຄັ້ງໂດຍກຸ່ມພັນທະມິດ ລະຫວ່າງເດືອນ ພຶດສະພາ ແລະ ກໍລະກົດໃນເມືອງ Sa’da.

ທ່ານ Rasha Mohamed ຈາກກຸ່ມ ນິລະໂທດກຳສາກົນ ກ່າວວ່າ “ໃນການໂຈມຕີທາງ ອາກາດໂດຍກົງຄັ້ງໜຶ່ງທີ່ພວກເຮົາໄດ້ເບິ່ງ, ແລະ ໄດ້ເຂົ້າໄປເບິ່ງໃນສະຖານທີ່ ເກີດເຫດ
ໃນ ເດືອນ ກໍລະກົດທີ່ຜ່ານມາ, ມັນມີຄຸ້ມໜຶ່ງຂອງເຮືອນ 9 ຫຼັງ ແລະ ໄດ້ຖືກໂຈມຕີ
ທາງອາກາດ 4 ຄັ້ງລຽນຕິດ ດຳເນີນໄປດົນກວ່າສອງຊົ່ວໂມງ ແລະ ໄດ້ມີ 55 ຄົນ ເສຍ
ຊີວິດ , ເຊິ່ງ 35 ຄົນ ໃນນັ້ນແມ່ນເດັກນ້ອຍອາຍຸຕ່ຳກວ່າ 11 ປີ.”

ກຸ່ມນິລະໂທດກຳໄດ້ອ້າງຕື່ມວ່າ ໄດ້ພົບເຫັນເສດສ່ວນທີ່ເຫຼືອຂອງລະເບີດບົມບີ ຫຼື ລະເບີດ ລູກຫວ່ານ, ເຊິ່ງໄດ້ຖືກຫ້າມໃຊ້ໂດຍສົນທິສັນຍາສາກົນ. ຊາອູດີອາເຣເບຍ ບໍ່ໄດ້ຕອບໂຕ້ ໂດຍກົງຕໍ່ການກ່າວຫາຂອງ ກຸ່ມນິລະໂທດກຳ, ແຕ່ໄດ້ກ່າວວ່າໃນເມື່ອກ່ອນວ່າ ຕົນພຽງແຕ່ ແນ ເປົ້າໝາຍໃສ່ພວກນັກຮົບກະບົດ, ແລະ ໄດ້ປະຕິເສດວ່າຕົນບໍ່ໄດ້ໃຊ້ລະເບີດ ບົມບີ.

ທ່ານ Rasha Mohamed ກ່າວວ່າ “ພວກເຮົາຂໍໃຫ້ທຸກໆປະເທດກ່ອນອື່ນໝົດໃຫ້ ຍົກເລີກ ແລະໂດຍສະເພາະແມ່ນ ສະຫະລັດ, ການຂົນສົ່ງອາວຸດຂອງພວກເຂົາ ເຈົ້າ ໄປໃຫ້ທຸກໆ ປະເທດ ສະມາຊິກຂອງ ພັນທະມິດ, ຍ້ອນວ່າໄດ້ມີການກະທຳ ທີ່ເປັນ
ອາຊະຍາກຳສົງຄາມ ນີ້. ແລະ 2, ສຳລັບປະຊາຄົມສາກົນເພື່ອໃຫ້ສືບສວນ ສອບສວນ
ເບ່ິງການກໍ່ອາຊະຍາກຳ ສົງຄາມດັ່ງ ກ່າວນີ້.”

ອົງກອນສິດທິມະນຸດ ສະຫະປະຊາຊາດ ໄດ້ອອກບົດລາຍງານໃນເດືອນທີ່ຜ່ານມາໃຫ້
ຂໍ້ມູນ ກ່ຽວກັບການລະເມີດກົດໝາຍສາກົນໂດຍທຸກໆຝ່າຍທີ່ຕໍ່ສູ້ກັນ.

ທ່ານ Rupert Colville, ຈາກຫ້ອງການແຫ່ງ ຂ້າຫຼວງໃຫຍ່ສະຫະປະຊາຊາດເພື່ອສິດທິ ມະນຸດ ກ່າວວ່າ “ບົດລາຍງານນັ້ນ… ບໍ່ໄດ້ກ່າວຫາຈຸດໃດໆຂອງກຳລັງພັນທະມິດ ກ່ຽວກັບ ການແນເປົ້າໝາຍໃສ່ປະພົນລະເຮືອນໂດຍເຈຕະນາ ແລະ ໂຄງລ່າງ ພື້ນຖານຂອງ
ພົນລະເຮືອນ, ເຖິງແມ່ນມັນຈະໄດ້ບັນທຶກເຫດການໂດຍເຈາະຈົງຫຼາຍຄັ້ງກ່ຽວກັບ
ການໂຈມຕີ ທາງອາກາດກໍຕາມ ເຊິ່ງເປັນສາເຫດເຮັດໃຫ້ມີ ພົນ ລະເຮືອນໄດ້ຮັບ
ບາດເຈັບ ແລະ ເສຍຊີວິດຈຳນວນຫຼວງຫຼາຍ.”

ໃນຫົກເດືອນຕັ້ງແຕ່ເດືອນເມສາເປັນຕົ້ນມາ, ອົງການສະຫະປະຊາ ຊາດກ່າວວ່າ ພົນລະ ເຮືອນຫຼາຍກວ່າ 2,350 ຄົນໄດ້ຖືກຂ້າຕາຍໃນການສູ້ລົບດັ່ງກ່າວ.

XS
SM
MD
LG