ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການນິລະໂທດກຳສາກົນກ່າວຫາ ຣັດເຊຍວ່າ ກໍ່ອາຊະຍາກຳສົງຄາມ ຢູ່ເມືອງຄາ​ກີບ ໂດຍ​ໄດ້​ສັງ​ຫານ​ພົ​ນ​ລະ​ເຮືອນ ຫລາຍ​ຮ້ອຍ​ຄົນ


ຊາຍ​ຄົນ​ນຶ່ງ​ຫລຽວ​ເບິ່ງ​ຫ້າງ​ສັບ​ພະ​ສິນ​ຄ້າ​ທີ່​ຖືກ​ທຳ​ລາຍ ຍ້ອນ​ລູກ​ສອນ​ໄຟຂອງ​ຣັ​ເຊຍ​ຢູ່​ຊານ​ເມືອງ​ຄາ​ກິບໃນ​ວັນ​ທີ 8 ມິ​ຖຸ​ນາ, 2022, a
ຊາຍ​ຄົນ​ນຶ່ງ​ຫລຽວ​ເບິ່ງ​ຫ້າງ​ສັບ​ພະ​ສິນ​ຄ້າ​ທີ່​ຖືກ​ທຳ​ລາຍ ຍ້ອນ​ລູກ​ສອນ​ໄຟຂອງ​ຣັ​ເຊຍ​ຢູ່​ຊານ​ເມືອງ​ຄາ​ກິບໃນ​ວັນ​ທີ 8 ມິ​ຖຸ​ນາ, 2022, a

ອົງການນິລະໂທດກຳສາກົນໃນວັນຈັນມື້ນີ້ ໄດ້ກ່າວຫາຣັດເຊຍວ່າ ກໍ່ອາຊະ ຍາກຳສົງຄາມໃນຢູເຄຣນ ໂດຍກ່າວວ່າການໂຈມຕີໃສ່ເມືອງຄາ​ກີບ ຫຼາຍໆຄັ້ງ ທີ່ນຳໃຊ້ລະເບີດລູ​ຫວ່ານ ຫລື ບົມບີທີ່​ຖືກ​ຕ້ອງຫ້າມນັ້ນ ໄດ້ສັງຫານພົນລະເຮືອນຫຼາຍຮ້ອຍຄົນ, ອີງ​ຕາມ​ອົງ​ການ​ຂ່າວເອ​ເອັ​ຟ​ພີ (AFP).

"ການຖິ້ມລະເບີດຊ້ຳກັນ​ຫລາຍໆ​ຄັ້ງ ໃສ່ຄຸ້ມຄົນຢູ່ອາໄສໃນເມືອງຄາ​ກີບ ແມ່ນ ການໂຈມຕີແບບບໍ່​ມີ​ການ​ເລືອກ​ເຟັ້ນທີ່ເຮັດໃຫ້ພົນ​ລະ​ເຮືອນເສຍຊີວິດ ແລະບາດເຈັບຫຼາຍຮ້ອຍຄົນ, ແລະເມື່ອ​ເປັນ​ເຊັ່ນ​ນັ້ນມັນແມ່ນ​ການກໍ່ອາດຊະຍາກຳສົງຄາມ,".

ອົງ​ການ​ດັ່ງ​ກ່າວ​ເວົ້າອີກ​ວ່າ "ນີ້ເປັນຄວາມຈິງທັງສຳ​ລັບການໂຈມຕີທີ່ປະຕິບັດ ໂດຍການ​ໃຊ້​ລະ​ເບີດ​ລູກ​ຫວ່ານ (ລູກລະເບີດ) ແລະສຳ​ລັບການດໍາເນີນການ ໂດຍໃຊ້ຈະ​ຫລວດບໍ່​ນຳ​ວິ​ຖີປະເພດອື່ນ ແລະການ​ຍິງປືນໃຫຍ່ທີ່ບໍ່ນຳ​ວິ​ຖີ."

"ການສືບຕໍ່ໃຊ້ອາວຸດລະເບີດແບບບໍ່ແມ້ນ​ຢຳ ຢູ່ໃນເຂດທີ່ມີພົນລະເຮືອນອາ​ໄສຢູ່​ຢ່າງ​ໜ້າ​ແໜ້ນ ໂດຍ​ທີ່​ຮູ້​ຈັກ​ວ່າອາ​ວຸດ​ພວກນັ້ນ​ໄດ້​ເຮັດ​ໃຫ້ພົນ​ລ​ເຮືອນ​ຈຳ​ນວນ​ຫລວງ​ຫລາຍ​ລົ້ມ​ຕາຍ ແລະ​ບາດ​ເຈັບ​ຢ່າງຊໍ້າແລ້ວຊໍ້າອີກ, ອາດຈະເຮັດໃຫ້ມີການໂຈມຕີໂດຍກົງຕໍ່ປະຊາກອນທີ່​ເປັນພົນລະເຮືອນ."

ອົງການນິລະໂທດກຳກ່າວວ່າ ຕົນໄດ້ເປີດເຜີຍຫຼັກຖານທີ່ເມືອງຄາ​ກີບ ກ່ຽວກັບ ການນຳໃຊ້ລະເບີດລູກຫວ່ານ 9N210 ແລະ 9N235 ຊ້ຳແລ້ວຊ້ຳອີກ ແລະ ລະເບີດຝັງດິນແບບກະແຈກກະຈາຍກັນ, ເຊິ່ງທັງໝົດນີ້ຖືກຫ້າມພາຍໃຕ້ສົນທິສັນຍາສາກົນ.

ລະ​ເບີດ​ລູກ​ຫວ່ານ​ປ່ອຍລູກ​ລະ​ເບີດບອມ​ບີ​ນ້ອຍໆ ຫ​ລື ລູກລະ​ເບີດອອກມາ​ຫຼາຍ​ສິບ​ລູກ​ຢູ່​ກາງ​ອາ​ກາດ ຊຶ່ງ​ເຮັດ​ໃຫ້​ມັນ​ຕົກ​ແບບກະ​ແຈກ​ກະ​ຈາຍ​ຢ່າງ​ບໍ່​ເລືອກ​ເຟັ້ນຢູ່​ໃນ​ພື້ນ​ທີ່​ຫຼາຍ​ຮ້ອຍ​ຕາ​ແມັດ ຫລື ຫລາ.

ລະເບີດຝັງດິນທີ່ກະແຈກກະຈາຍໄດ້ປະ​ສົມ​ "ຄຸນລັກສະນະທີ່ຮ້າຍແຮງທີ່ສຸດ ເທົ່າທີ່ແຮງໄດ້ຂອງລະ​ເບີດທີ່​ຫວ່ານ​ໄປ​ ແລະລະເບີດຝັງດິນຕໍ່ຕ້ານທະຫານ," ນັ້ນ​ຄື​ຄຳ​ເວົ້າ​ຂອງອົງ​ການ​ນີ​ລະ​ໂທດ​ກຳ.

ປືນ​ໃຫຍ່​ທີ່​ບໍ່​ຖືກ​ນຳ​ວິ​ຖີ​ ໄດ້​ມີມີເປີດເຊັນຄວາມຜິດພາດໃນ​ໄລຍະຫລາຍກວ່າ 100 ​ແມັດ.

ບົດ​ລາຍ​ງານ​ພາຍ​ໃຕ້ຫົວ​ຂໍ້ທີ່​ວ່າ "ໃຜ​ກໍ​ຕາມ​ສາ​ມາດ​ຕາຍ​ໄດ້​ທຸກ​ເວ​ລາ” ໄດ້​ບອກລາຍ​ລະ​ອຽດ​ກ່ຽວ​ກັບ​ວິ​ທີ​ການ​ທີ່ກອງ​ທັບ​ຣັດ​ເຊຍ​ໄດ້ເລີ່ມ​ຕົ້ນ​ແນ​ໃສ່​ເຂດ​ພົນ​ລະ​ເຮືອນໃນ​ເມືອງຄາ​ກີບ ໃນ​ມື້​ທໍາ​ອິດ​ຂອງ​ການ​ບຸກລຸກ​ໃນ​ວັນ​ທີ 24 ເດືອນ​ກຸມ​ພາ​.

ການ​ລະດົມຍິງໃສ່ແບບ "ບໍ່​ຢຸດຢັ້ງ" ​ໄດ້ດຳເນີນມາເປັນ​ເວ​ລາ 2 ເດືອນ ເຮັດ​ໃຫ້ເກີດ​ຄວາມ​ເສຍຫາຍຈາກ "​ການ​ທຳ​ລາຍ​ການ​ຂາຍ​ສົ່ງ" ຢູ່ໃນ​ເມືອງທີ່ມີ 1 ລ້ານ 5 ແສນ​ຄົນແຫ່ງນັ້ນ.

ທ່ານນາງ ໂດນາ​ແທ​ລ​ລາ ໂຣ​ເວ​ຣາ (Donatella Rovera), ທີ່ປຶກສາອາ ວຸໂສດ້ານ​ການ​ຮັບ​ມື​ກັບ​ວິ​ກິດ​ການຂອງອົງການນິລະໂທດກຳສາກົນກ່າວວ່າ "ປະຊາຊົນໄດ້ຖືກຂ້າຕາຍຢູ່ໃນບ້ານເຮືອນ ແລະຕາມຖະໜົນຫົນທາງ, ໃນສະ ຫນາມຫລິ້ນ​ຂອງເດັກນ້ອຍ ແລະໃນສຸສານ ຂະນະທີ່ກຳລັງຢືນລຽນ​ແຖວລໍຖ້າ ຂໍ​ການຊ່ວຍເຫຼືອດ້ານມະນຸດສະທຳ, ຫຼື ຊື້ອາຫານ ແລະຢາປົວພະຍາດ,".

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG