ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການ​ນິລະ​ໂທດກຳ​ສາກົນ ກ່າວຫາ ກຸ່ມ Hamas ວ່າ ກໍ່ອາ​ຊະ​ຍາ​ກຳ​ສົງຄາມ​​


ການເຄືອນໄຫວຂອງຊາວໜຸ່ມປາແລັສໄຕນ໌ ທີ່ກຳລັງຖືທຸງຂອງກຸ່ມ Hamas ໃນລະຫວ່າງການປຸກລະດົມ ຢູ່ທີ່ເມືອງ Rafah ໃກ້ໆເຂດຊາຍແດນ ຢູ່ທາງພາກເໜືອ ລະຫວ່າງ ເຂດ Gaza Strip ແລະ ອີຈິບ ເມື່ອວັນທີ 5 ກຸມພາ 2015.
ການເຄືອນໄຫວຂອງຊາວໜຸ່ມປາແລັສໄຕນ໌ ທີ່ກຳລັງຖືທຸງຂອງກຸ່ມ Hamas ໃນລະຫວ່າງການປຸກລະດົມ ຢູ່ທີ່ເມືອງ Rafah ໃກ້ໆເຂດຊາຍແດນ ຢູ່ທາງພາກເໜືອ ລະຫວ່າງ ເຂດ Gaza Strip ແລະ ອີຈິບ ເມື່ອວັນທີ 5 ກຸມພາ 2015.

ອົງການ​ນິລະ​ໂທດກຳ​ສາກົນ ຫລື Amnesty International
ກ່າວ​ວ່າ ພວກຫົວ​ຕໍ່ສູ້ປາ​ແລັສ​ໄຕ​ນ໌ ​ໄດ້​ກໍ່ອາ​ຊະ​ຍາ​ກຳ​ສົງຄາມ
ໃນ​ລະຫວ່າງ​ການ ສູ້ລົບກັນ ຢູ່​ໃນ​ເຂດ Gaza ​ເມື່ອ​ປີ​ກາຍ​ນີ້
ຫຼາຍ​ເດືອນຫຼັງຈາກ​ອົງການ​ດັ່ງກ່າວ ​ໄດ້​ກ່າວ​ຫາອິສຣາ​ແອ​ລ
​ແບບ​ດຽວ​ກັນນີ້.

ອົງການ​ນິລະ​ໂທດກຳສາກົນ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ໃນ​
ບົດ​ລາຍ​ງານ​ສະບັບ​ໃໝ່ ວ່າ ພວກ​ຫົວ​ຕໍ່ສູ້ ລວມທັງກຸ່ມ Hamas
​ໄດ້​ສັງຫານ​ພົນລະ​ເຮືອນຊາວ​ອິສຣາ​ແອ​ລ ​ແລະ ຊາວປາ​ແລັສ​ໄຕ​ນ໌
ດ້ວຍ​ການ​ຍິງຈະ​ຫລວດ​ ​ແລະປືນຄົກຕ່າງໆ ທີ່ບໍ່ມີການນຳທິດທາງ
ໂຈມຕີ.

ທ່ານ Philip Luther ​ເຈົ້າໜ້າ​ທີ່ອົງການນິລະ​ໂທດກຳສາກົນ ຮັບຜິດຊອບກ່ຽວກັບ ພາກ​
ຕາ​ເວັນ​ອອກກາງ ກ່າວ​ວ່າ ພວກ​ຫົວ​ຕໍ່ສູ້ “ສະ​ແດງ​ໃຫ້​ເຫັນ​ເຖິງ​ການບໍ່ເຄົາລົບ ຢ່າງ
ຈະ​ແຈ້ງ ຕໍ່ກົດໝາຍ​ສາກົນ”
​ແລະ ບໍ່​ເອົາ​ຫົວຊາ​ກັບ​ຜົນ​ທີ່ເກີດ​ຂຶ້ນຕໍ່​ພົນລະ​ເຮືອນ ​ໃນ
ອິສຣາ​ແອ​ລ ​ແລະ ​ເຂດ Gaza ​ເລີຍ.

ອົງການ​ນິລະ​ໂທດກຳສາກົນ ກ່າວ​ວ່າ ຈະ​ຫລວດ​ຂອງປາ​ແລັສ​ໄຕ​ນ໌ ​ໄດ້​ສັງຫານ ພົນລະ​
ເຮືອ​ຊາວ​ອິສຣາ​ແອ​ລ 6 ຄົນ ລວມທັງ ​ເດັກນ້ອຍ​ຜູ້​ຊາຍ​ອາ​ຍຸ 4 ປີ. ຈະ​ຫລວດ​ອີກ​ລູກ​ນຶ່ງ
​ໄດ້​ຕົກ​ໃສ່​ຄ້າຍ​ອົບ​ພະ​ຍົບ ​ຊາວປາ​ແລັສ​ໄຕ​ນ໌ ຢູ່​ໃນ​ເຂດ Gaza ​ເຮັດ​ໃຫ້ ພວກ​ເດັກນ້ອຍ
11 ຄົນ ​ແລະ ຜູ້​ໃຫຍ່ ສອງ​ຄົນ ​ເສຍ​ຊີວິດ.

ອົງການ​ນິລະ​ໂທດກຳສາກົນ ​ໄດ້​ອອກ​ລາຍງານສະບັບ​ນຶ່ງ ​ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້ ທີ່​
ກ່າວ​ຫາອິສຣາ​ແອ​ລວ່າ ກໍ່ອາ​ຊະ​ຍາ​ກຳ​ສົງຄາມ ດ້ວຍ​ການ​ຍິງ​ລູກ​ສອນ​ໄຟຫຼາຍລູກ ​ເຂົ້າ​
ໄປ​ໃນ​ເຂ​ດ Gaza ​ທີ່​ໄດ້​ສັງຫານ ​ສະມາຊິກໃນຄອບຄົວທັງ​ໝົດ ຫຼາຍໆຄອບ​ຄົວ ແລະ
​ໄດ້ທຳລາຍ​ເຮືອນ​ຊານ​ບ້ານ​ຊ່ອງຈຳນວນນຶ່ງ.

ບັນດາ​ເຈົ້າໜ້າ​ທີ່ ປາ​ແລັສ​ໄຕ​ນ໌ ຍັງ​ບໍ່​ມີ​ຄຳ​ຕອບ​ຕໍ່​ບົດ​ລາຍ​ງານ​ຂອງອົງການ​ນິລະ​ໂທດກຳ
ສາກົນເທື່ອ. ​ແຕ່​ອິສຣາ​ແອ​ລ ​ປະຕິ​ເສດ​ຕໍ່​ການ​ກໍ່ອາ​ຊະຍາ​ກຳ​ສົງຄາມ​ ໂດຍເວົ້າ​ວ່າ ​ຕົນ​
ກະທຳ​ໄປກໍເພື່ອ​ປ້ອງ​ກັນ​ໂຕ ຈາກການ​ໂຈມ​ຕີ​ດ້ວຍ​ຈະ​ຫລວດ​ຂອງກຸ່ມ Hamas. ນອກນັ້ນ ອິສຣາແອລຍັງ​ກ່າວ​ຫາກຸ່ມ Hama ວ່າ ນຳ​ໃຊ້​ພົນລະ​ເຮືອນ​ມາ​ເປັນ​ເຄື່ອງ​ກຳ​ບັງ.

ການ​ສູ້ລົບກັນເປັນເວລາ 50 ມື້ ລະຫວ່າງອິສຣາ​ແອ​ລ ​ແລະກຸ່ມ Hamas ​ເມື່ອປີ​ກາຍ​ນີ້
​ເຮັດ​ໃຫ້​ຊາວປາ​ແລັ​ສ​ໄຕນ໌ ຫຼາຍກວ່າ 2,200 ຄົນ ສ່ວນ​ໃຫຍ່​ແມ່ນ​ພົນລະ​ເຮືອນ ​ແລະ
ຊາວອິສຣາ​ແອ​ລ 72 ຄົນ ​ເສຍ​ຊີວິດ.

Palestinians Gaza Israel
please wait

No media source currently available

0:00 0:00:55 0:00

XS
SM
MD
LG