ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນໍ້າ ammonia ຮົ່ວໄຫລ ເຮັດໃຫ້ 15 ຄົນເສຍຊີວິດ ໃນຈີນ


ນໍ້າ ammonia ທີ່ເຮັດເຄຶ່ອງເຢັນ ເກີດຮົ່ວໄຫລ ເຮັດໃຫ້ມີຜູ້ເສຍຊິວິດ 15 ຄົນ ທີ່ ປະເທດ ຈີນ
ນໍ້າ ammonia ທີ່ເຮັດເຄຶ່ອງເຢັນ ເກີດຮົ່ວໄຫລ ເຮັດໃຫ້ມີຜູ້ເສຍຊິວິດ 15 ຄົນ ທີ່ ປະເທດ ຈີນ
ບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ພາກ​ຕາ​ເວັນ​ອອກ​ຂອງຈີ​ນ ກ່າວ​ວ່າ ນໍ້າ
ammonia ທີ່ຮົ່ວ​ໄຫລ​ອອກ​ມາຈາກ​ໜ່ວຍ​ທໍາ​ຄວາມ​ເຢັນ
​ໜ່ວຍ​ນຶ່ງ ຢູ່ບ່ອນ​ເກັບ​ເຄື່ອງ​ເຢັນ​ໄດ້​ເຮັດ​ໃຫ້ 15 ຄົນ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ 26 ຄົນ​ໄດ້​ລົ້ມ​ປ່ວຍ ​ຍ້ອນການ​ຮົ່ວ
​ໄຫລ​ໃນ​ວັນ​ເສົາ​ມື້​ນີ້ ທີ່​ເຂດ​ Baoshan ຂອງ​ນະ​ຄອນ​ຊຽງ​ໄຮ້
ຢູ່​ບໍລິສັດ​ເກັບ​ເຄື່ອງ​ເຢັນອຸດສາຫະກໍາ Weng’s Cold
Storage. ​ລາຍ​ງານ​ເວົ້າວ່າ​ ຫົກ​ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ ​ມີ​ອາ
ການ​ສາຫັດ.

ອຸປະຕິ​ເຫດ ​ໂຮງງານ​ອຸສາ​ຫະກໍ​າ ມັກ​ຈະ​ເກີດ​ຂື້ນເປັນ​ປະ​ຈໍາຢູ່​ໃນປະ​ເທດ​ຈີນ ຊຶ່ງ​ສາ​ເຫດ ສ່ວນນຶ່ງ ກໍ​ແມ່ນເປັນ​ຍ້ອນ ໂດຍ​ທົ່ວ​ໄປ​ແລ້ວ ​ການ​ຮັກສາ​ຄວາມ​ປອດ​ໄພບໍ່​ເຄ່ງ​ຄັດ ​ແລະ​ມາດຕະ​ຖານ​ການ​ກໍ່​ສ້າງຕໍ່າ. ​
XS
SM
MD
LG