ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່າມກາງມາດຕະການລົງໂທດ, ອິນເດຍ ຊອກຫາກົນໄກການຊໍາລະເງິນ ສຳລັບການຄ້າຂາຍກັບ ຣັດເຊຍ


ໂລໂກຂອງທະນາຄານຄັງສຳຮອງຂອງ ອິນເດຍ ຕິດຢູ່ປະຕູທາງເຂົ້າຂອງສຳນັກງານໃຫຍ່ຂອງທະນາຄານດັ່ງກ່າວໃນນະຄອນ ມຸມໄບ, 17 ພະຈິກ, 2021.
ໂລໂກຂອງທະນາຄານຄັງສຳຮອງຂອງ ອິນເດຍ ຕິດຢູ່ປະຕູທາງເຂົ້າຂອງສຳນັກງານໃຫຍ່ຂອງທະນາຄານດັ່ງກ່າວໃນນະຄອນ ມຸມໄບ, 17 ພະຈິກ, 2021.

ອິນເດຍ ແມ່ນກຳລັງພິຈາລະນາການສ້າງຕັ້ງກົນໄກ ການຊຳລະເງິນໃນສະກຸນເງິນທ້ອງຖິ່ນ ເພື່ອອະນຸຍາດໃຫ້ເຂົາເຈົ້າທີ່ຈະສືບຕໍ່ການຄ້າຂາຍກັບ ຣັດເຊຍ, ເຊິ່ງຖືກກະທົບກັບມາດຕະການລົງໂທດຂອງປະເທດຕາເວັນຕົກ ໃນການຕອບໂຕ້ກັບການບຸກລຸກ ຢູເຄຣນ ຂອງເຂົາເຈົ້າ.

ນິວ ເດລີ ແມ່ນກຳລັງດຳເນີນການກັບການຊື້ນໍ້າມັນດິບຈາກ ຣັດເຊຍ ດ້ວຍລາຄາທີ່ຖືກລຸດລົງ ແມ່ນກະທັ້ງທີ່ຖືກກົດດັນຈາກ ສະຫະລັດ ກໍຕາມ.

ບໍລິສັດນໍ້າມັນ ອິນເດຍ ທີ່ດຳເນີນກິດຈະການໂດຍລັດຖະບານ, ໄດ້ສະຫຼຸບຂໍ້ຕົກ ລົງທີ່ຈະຊື້ນໍ້າມັນດິບ 3 ລ້ານຖັງ, ອີງຕາມການລາຍງານຂ່າວທ້ອງຖິ່ນ.

ແນວໃດກໍຕາມເຂົາເຈົ້າແມ່ນບໍ່ໄດ້ຢືນຢັນຂໍ້ຕົກລົງດັ່ງກ່າວຢ່າງເປັນທາງການ, ອິນເດຍ ໄດ້ປ້ອງກັນການຕັດສິນໃຈຂອງປະເທດທີ່ຈະພະຍາຍາມຊື້ນໍ້າມັນຂອງ ຣັດເຊຍ.

ໂຄສົກກະຊວງການຕ່າງປະເທດ ອິນເດຍ ທ່ານ ອາຣິນດາມ ບາກຈີ (Arindam Bagchi) ໄດ້ກ່າວຕໍ່ບັນດານັກຂ່າວໃນຕົ້ນອາທິດນີ້ວ່າ “ຫຼາຍປະເທດແມ່ນກຳລັງນຳເຂົ້າພະລັງງານຈາກ ຣັດເຊຍ, ໂດຍສະເພາະໃນ ຢູໂຣບ.” ທ່ານໄດ້ກ່າວວ່າ ອິນເດຍ, ເຊິ່ງນໍາເຂົ້ານໍ້າມັນສ່ວນຫຼາຍຂອງເຂົາເຈົ້າ, ແມ່ນ “ມັກຈະຊອກຫາຄວາມເປັນໄປໄດ້ທຸກຢ່າງໃນຕະຫຼາດພະລັງງານໂລກ.”

ໃນຂະນະທີ່ ສະຫະລັດ ໄດ້ຫ້າມການນຳເຂົ້ານໍ້າມັນຂອງ ຣັດເຊຍ ນັ້ນ, ຫຼາຍປະເທດໃນ ຢູໂຣບ, ເຊັ່ນ ເຢຍຣະມັນ, ເຊິ່ງໄດ້ເພິ່ງພາອາໄສ ການນຳເຂົ້າພະລັງງານຈາກ ຣັດເຊຍ, ແມ່ນໄດ້ສືບຕໍ່ຊື້ມັນ. ອິນເດຍ, ທີ່ເປັນຜູ້ນຳເຂົ້ານໍ້າມັນທີ່ໃຫຍ່ເປັນອັນດັບສາມຂອງໂລກນັ້ນ, ໄດ້ນຳເຂົ້ານໍ້າມັນດິບຈາກ ຣັດເຊຍ ປະມານ 3 ເປີເຊັນເທົ່ານັ້ນ, ແຕ່ ນໍ້າມັນທີ່ມີລາຄາຖືກຂອງ ຣັດເຊຍ ອາດຊ່ວຍຄໍ້າຈູນເສດຖະກິດຂອງເຂົາເຈົ້າຈາກລາຄານໍ້າມັນສາກົນທີ່ກຳລັງສູງຂຶ້ນ.

ອິນເດຍ ຈະສຶກສາຜົນກະທົບຂອງມາດຕະການລົງໂທດຂອງປະເທດຕາເວັນ ຕົກຕໍ່ ຣັດເຊຍ ໃນຂະນະທີ່ກຳລັງປະດິດກົນໄກການຊໍາລະເງິນ ເພື່ອແກ້ໄຂບັນຫາການຄ້າຂອງເຂົາເຈົ້າກັບ ມົສກູ, ອີງຕາມການກ່າວຂອງພວກເຈົ້າໜ້າທີ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG