ປະທານປະເທດຈີນ ທ່ານ Xi Jinping ຈະເດີນທາງມາຢ້ຽມ
ຢາມສະຫະລັດ ຢ່າງເປັນທາງການເທຶ່ອທຳອິດ ໃນອາທິດໜ້າ
ນີ້ ຊຶ່ງຖະແຫລງການ ຂອງທຳ ນຽບຂາວ ໄດ້ໃຫ້ການຢືນຢັນໃນ
ວັນອັງຄານວານນີ້ ໃນການເດີນທາງທີ່ມີຂື້ນໃນເວລາທີ່ການບໍ່
ລົງຮອຍກັນພວມເພີ້ມທະວີຂຶ້ນລະຫວ່າງວໍຊິງຕັນແລະປັກກິ່ງ.
ປະທານາທິບໍດີ Barack Obama “ຈະເປັນເຈົ້າພາບຕ້ອນຮັບ
ທ່ານ Xi Jinping ປະທານປະເທດຂອງສາທາລະນະລັດປະຊາ
ຊົນຈີນຢູ່ທີ່ທຳນຽບຂາວ ໃນການມາຢ້ຽມຢາມຢ່າງເປັນທາງການ
ໃນວັນທີ 25 ເດືອນກັນຍາປີ 2015” ອີງຕາມຖະແຫລງການ ໃນ
ວັນອັງຄານວານນີ້.
ຖະແຫລງການກ່າວວ່າ ການຢ້ຽມຢາມທີ່ມີກຽດນີ້ ຊຶ່ງມີຂຶ້ນຫລັງຈາກການເດີນ ທາງໄປ
ຢ້ຽມຢາມປັກກິ່ງ ຂອງທ່ານ Obama ໃນເດືອນພະຈິກ ຈະຮວມທັງການງານລ້ຽງອາຫານ
ຄຳ ທີ່ຫລູຫລາ ຢູ່ທຳນຽບຂາວ ຊຶ່ງຈະມີການເຂົ້າຮ່ວມ ໂດຍສະຕີໝາຍເລກນຶ່ງຂອງຜູ້ນຳ
ທັງສອງ.
ຖະແຫລງການກ່າວເພີ້ມອີກວ່າ ການຢ້ຽມຢາມໄດ້ສະເໜີໃຫ້ໂອກາດ “ເພື່ອຂະຫຍາຍ
ການຮ່ວມມື ສະຫະລັດກັບຈີນ ຢູ່ໃນຫລາຍລະດັບຂອງໂລກ ຂົງເຂດ ແລະບັນຫາສອງ
ຝ່າຍ ທີ່ມີຜົນປະໂຫຍດຮ່ວມກັນ ໃນຂະນະດຽວກັນກໍຍັງເຮັດໃຫ້ປະທານາທິບໍດີ Oba-
ma ແລະ ປະທານປະເທດ Xi ກ່າວເຖິງຂົງເຂດທີ່ທັງ ສອງຝ່າຍຍັງບໍ່ເຫັນດີ ໃນທາງທີ່
ສ້າງສັນ.”
ຫວ່າງມໍ່ໆມານີ້ ບັນດາຂົງເຂດທີ່ບໍ່ເຫັນພ້ອມກັນນັ້ນ ໄດ້ເປັນໄພຂົ່ມຂູ່ທີ່ຈະບົດບັງຂົງເຂດ
ທີ່ມີການຮ່ວມມືກັນ.
ນຶ່ງໃນນັ້ນກໍຄວາມເຄັ່ງຕຶງໃນອັນທີ່ເຈົ້າໜ້າທີ່ສະຫະລັດຮ້ອງວ່າ ການໂຈມຕີທາງອິນເຕີ
ແນັດຂອງຈີນ ໃສ່ເປົ້າໝາຍຂອງລັດຖະບານອາເມຣິກັນ ແລະ ທຸລະກິດຕ່າງໆ.
ທ່ານ Obama ໃນອາທິດແລ້ວນີ້ ໄດ້ຮ້ອງການໂຈມຕີທາງທາງອິນເຕີແນັດ ວ່າ “ເປັນທີ່
ຮັບບໍ່ໄດ້.”
ທ່ານ Obama ກ່າວວ່າ “ເກີດມີຈຸດທີ່ພວກເຮົາພິຈາລະນາວ່າ ເປັນຈຸດສູນກາງຂົ່ມຂູ່ຕໍ່
ຄວາມໝັ້ນຄົງຂອງປະເທດ ແລະພວກເຮົາຈະປະຕິບັດດັ່ງທີ່ວ່າ ຜູ້ໃດໄດ້ກ່າວວ່າ ປັກກິ່ງ
ຈະເສຍໃຈທີ່ເຮັດເລື້ອງດັ່ງກ່າວວ່າ “ເປັນຂົງເຂດຂອງການແຂ່ງຂັນກັນ.”