ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ​ບານ​ອອກ ເມື່​ອ ເກົາຫຼີ​ເໜືອ ແລະ​ເກົາຫຼີ​ໃຕ້​ຍິງ​ປືນເຕືອນກັນ ຢູ່​ໃກ້​ຊາຍ​ແດນ​ປະ​ເທດ​ຂອງເຂົາ​ເຈົ້າ


 ພາບນິ້ງ​ຈາກ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ຮູບການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ເກົາຫຼີ​ເໜືອ ຂະ​ນະ​ທີ່​ຄົນ​ເບິ່ງ​ລາຍ​ການ​ຂ່າວຢູ່​ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອນ​ຫລວງ​ໂຊ​ລ ຂອງ​ເກົາຫຼີ​ໃຕ້, ວັນ​ທີ 13 ຕຸ​ລາ, 2022.
ພາບນິ້ງ​ຈາກ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ຮູບການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ເກົາຫຼີ​ເໜືອ ຂະ​ນະ​ທີ່​ຄົນ​ເບິ່ງ​ລາຍ​ການ​ຂ່າວຢູ່​ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອນ​ຫລວງ​ໂຊ​ລ ຂອງ​ເກົາຫຼີ​ໃຕ້, ວັນ​ທີ 13 ຕຸ​ລາ, 2022.

ເກົາຫຼີເໜືອ ແລະເກົາຫຼີໃຕ້ ກ່າວວ່າ ພວກເຂົາເຈົ້າໄດ້ຍິງປືນເຕືອນຕໍ່​ກັນ ແລະ​ກັນ​ຢູ່ໃກ້ໆກັບເຂດທີ່ມີການຂັດແຍ້ງກັນ ຢູ່ຊາຍຝັ່ງທະ​ເລຕາເວັນຕົກຂອງພວກເຂົາເຈົ້າ ຊຶ່ງເປັນການພຸ້ງຂຶ້ນຂອງຄວາມເຄັ່ງຕຶງທາງທະຫານຄັ້ງຫລ້າສຸດໃນແຫຼມເກົາຫຼີ.

ກອງທັບ​ເກົາຫຼີ​ໃຕ້ກ່າວ​ວ່າ ຕົນ​ໄດ້​ຍິງ​ລູກ​ປືນ​ເຕືອນ​ຕໍ່​ກຳ​ປັ່ນການ​ຄ້າ​ຂອງ​ເກົາຫຼີ​ເໜືອ ທີ່​ຂ້າມ​ເສັ້ນ​ຈຳ​ກັດ​ພາກ​ເໜືອ ຫລື NLL ຊຶ່ງ​ເປັນ​ເຂດ​ຊາຍ​ແດນ​ທະ​ເລທີ່​ແທ້​ຈິງ ຂອງ​ເກົາຫຼີ​ໃຕ້ ​ໃນ​ເວລາ 3:42 ​ໂມງ​ເຊົ້າຂອງ​ວັນ​ຈັນມື້ນີ້.

ປະມານ 90 ນາທີຕໍ່ມາ ເກົາຫຼີເໜືອ ໄດ້ຍິງປືນ 10 ລູກຈາກລະບົບຍິງຈະຫຼວດ ຫຼາຍລູກພ້ອມ​ກັນ ເພື່ອເປັນ​ການຕອບໂຕ້ຕໍ່ກຳປັ່ນທະຫານເກົາຫຼີໃຕ້ ລຳນຶ່ງທີ່ຂ້າມ ຊາຍແດນໄປ, ອີງຕາມຖະແຫຼງການຂອງກອງທັບເກົາຫຼີເໜືອ​ ຢູ່ໃນ​ໜັງສື​ພິມ ຂອງລັດ.

ລັດ​ຖະ​ບານ ໂຊ​ລ ກ່າວ​ວ່າ​ເຫດ​ການ​ໃນ​ວັນ​ຈັນ​ມື້​ນີ້​ ໄດ້​ເກີດ​ຂຶ້ນ​ຢູ່​ໃກ້​ກັບ​ເກາະແບງ​ຢີ​ອອງ (Baengnyeong) ຊຶ່ງ​ເປັນ​ເກາະ​ດ່ານໜ້າທີ່​ມີທະຫານໄປປະ​ຈຳຢູ່​ຢ່າງແໜ້ນ​ໜາທີ່​ຄວບ​ຄຸມ​ໂດຍ​ເກົາຫລີ​ໃຕ້. ອີງ​ຕາມ​ກອງ​ທັບ​ເກົາ​ຫຼີ​ໃຕ້, ກຳ​ປັ່ນ​ຂອງ​ເກົາ​ຫຼີ​ເໜືອ​ໄດ້​ກັບ​ຄືນ​ໄປ​ທາງ​ທິດເໜືອ​ຫຼັງ​ຈາກ​ຖືກ​ເຕືອນແລ້ວ.

ເກົາຫຼີເໜືອບໍ່ເຄີຍຮັບຮູ້ NLL ແລະເຮືອຂອງປະ​ເທດນັ້ນ ບາງຄັ້ງກໍ່ຂ້າມຊາຍແດນໄປ, ຊຶ່ງກໍ່ໃຫ້ເກີດຄວາມເຄັ່ງຕຶງທີ່​ຍັງ​ແກ້​ໄຂກັນ​ບໍ່​ໄດ້​ຢູ່ໃນທະເລ. ​ໃນ​ອາທິດ​ຜ່ານ​ມາ​ນີ້ ເກົາຫຼີ​ເໜືອ​ ຍັງ​ໄດ້​ຍິງ​ປືນ​ໃຫຍ່​ທີ່ເປັນ​ການ​ເກາະ​ຜິດ​ຢູ່​ໃກ້​ຊາຍ​ແດນ​ທະ​ເລແຫ່ງນັ້ນ.

​ໃນ​ວັນ​ຈັນ​ມື້​ນີ້ ​ຫລັງຈາກ​ເກີດເຫດ​ການ​ດັ່ງ​ກ່າວ ກອງທັບ​ເກົາຫຼີ​ໃຕ້​ໄດ້​ປະກາດ​ວ່າ ​ຈະ​ດຳ​ເນີນ​ການ​ຊ້ອມ​ລົບ​ຂະ​ໜາດໃຫຍ່ ​ຢູ່​ເຂດ​ທະ​ເລ​ນອກ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ຕົນ “​ເພື່ອ​ກຽມພ້ອມ​ຮັບ​ມື​ກັບ​ການ​ກໍ່​ເກາະ​ຜິດ​ຂອງ​ສັດຕູ.”

ການ​ຊ້ອມ​ລົບ​ຄັ້ງ​ນີ້ ທີ່ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຊ້ອມ​ລົບ​ປ້ອງ​ກັນ​ປະ​ເທດ​ປະຈຳ​ປີ​ທີ່​ກວ້າງ​ກວ່ານັ້ນ ແມ່ນມີ​ກຳ​ປັ່ນ​ພິ​ຄາດ, ກຳ​ປັ່ນ​ລົບ​ຂະ​ໜາດ​ກາງ, ​ເຮືອ​ບິນເຮ​ລິ​ຄັອບ​ເຕີທີ່​ໃຊ້​ໂຈມ​ຕີ, ​ແລະ​ເຮືອບິນ​ລົບ​ຂອງ​ເກົາຫຼີ​ໃຕ້, ອີງ​ຕາມກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້​ ທີ່​ກ່າວ​ຕື່ມອີກວ່າ ກອງທັບອາກາດສະຫະລັດກໍຈະເຂົ້າຮ່ວມການ​ຊ້ອມ​ລົບ​ນີ້​ເຊັ່ນ​ກັນ.

ທ່ານ ຣີວ ຮຽວ-ຊັງ (Ryu Hyo-sang), ຜູ້ບັນຊາການກອງພົນທີ 2 ຂອງກອງ ທັບເຮືອເກົາຫຼີໃຕ້ ທີ່ຄວບຄຸມການຊ້ອມລົບຮ່ວມຢູ່ທະເລຕາເວັນຕົກກ່າວວ່າ "ຖ້າສັດຕູເກາະ​ຜິດ​ກັບພວກເຮົາ, ພວກເຮົາກໍຈະລົງໂທດພວກເຂົາດັ່ງທີ່ພວກເຮົາ ໄດ້ຝຶກ​ມາ. ພວກເຮົາຕ້ອງປົກປ້ອງເຂດຫນ່ານນໍ້າຂອງພວກເຮົາ".

ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ້ມ​ຂຶ້ນ​ໃນ​ຂະນະ​ທີ່​ເກົາຫຼີ​ເໜືອ​ ໄດ້​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປີ​ນີ້. ນອກ​ນີ້ ຍັງ​ມີ​ຄວາມ​ວິຕົກ​ກັງວົນ​ອີກ​ວ່າ ເກົາ​ຫລີ​ເໜືອ​ ທຳ​ການ​ທົດ​ລອງລະ​ເບີດ​ນິວ​ເຄລຍ​ຄັ້ງ​ທີ 7 ຂອງ​ເຂົາ​ເຈົ້າໃນ​ໄວໆ​ນີ້ ນັບ​ຕັ້ງ​ແຕ່​ປີ 2006 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG