ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ​ເດີນທາງ ໄປຮ່ວມ ການເຈລະຈາ ນິວເຄລຍ ກັບອີຣ່ານ (ວີດີໂອ)


ທ່ານ John Kerry ລັດຖະມົນຕີ ຕ່າງປະເທດ ສະຫະລັດ ເດີນທາງໄປ
ນະຄອນເຈນີວາ ເພື່ອເຂົ້າຮ່ວມ ການເຈລະຈາ ກ່ຽວກັບນິວເຄລຍ ກັບອີຣ່ານ.
ທ່ານ John Kerry ລັດຖະມົນຕີ ຕ່າງປະເທດ ສະຫະລັດ ເດີນທາງໄປ ນະຄອນເຈນີວາ ເພື່ອເຂົ້າຮ່ວມ ການເຈລະຈາ ກ່ຽວກັບນິວເຄລຍ ກັບອີຣ່ານ.
ລັດຖະມົນຕີຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ເດີນ
​ທາງໄປຍັງນະຄອນ​ເຈ​ນີວາໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ເຈລະຈາຫາລື​
ກ່ຽວກັບໂຄງການ​ນິວ​ເຄລຍຂອງ ອີຣ່ານ ທ່າມ​ກາງ​ຮ່ອງ​ຮອຍ
ວ່າການ​ຕົກລົງ​ອາດ​ຈະ​ບັນລຸ​ກັນ​ໄດ້.

ກະຊວງ​ການ​ຕ່າງເທດສະຫະລັດກ່າວ​ວ່າ ຕົນຫວັງ​ວ່າ ການໄປ
​ຮ່ວມ​ຂອງ​ທ່ານ Kerry “ຈະ​ຊ່ວຍ​ເຮັດ​ໃຫ້​ຄວາ​ມເຫັນແຕກ​ຕ່າງ​
ກັນນັ້ນ​ແຄບ​ລົງ” ​ໃນ​ການ​ເຈລະ​ຈາລະຫວ່າງ ອີຣ່ານແລະ​ຫົກ​
ປະ​ເທດ​ມະຫາ​ອໍານາດ​.

ກ່ອນ​ເດີນທາງ​ໄປ​ຍັງ​ປະ​ເທດ Swiss ນັ້ນ ທ່ານ Kerry ​ໄດ້​ພົບ​
ປະ​ກັບນາຍົກ ລັດຖະມົນຕີອິສຣາ​ແອລ ທ່ານ Benjamin
Nathanyahu ​ທີ່​ຕ້ອງການ​ຢາກ​ໃຫ້ ທັບ​ມ້າງໂຄງການ​ນິວ​ເຄລຍ
ຂອງອີຣ່ານ​ທັງ​ໝົດ.

​ໃນ​ການ​ຖະ​ແຫຼງ ກ່ອນ​ການ​ພົບ​ປະກັບ​ທ່ານ Kerry ນັ້ນ ທ່ານ Natanyahu ກ່າວ​ຕໍ່​

ທ່ານ Natanyahu ​ເວົ້າວ່າ “ອີຣ່ານ ​ໄດ້​ຮັບ​ການ​ຕົກລົງ​ທີ່​ສຳຄັນໃນ​ສັດຕະ​ວັດ ​ແລະປະ
ຊາ​ຄົມນາໆ​ຊາດໄດ້​ຮັບການ​ຕົກລົງທີ່ຂີ້​ຮ້າຍ. ນີ້​ເປັນ​ການຕົກລົງ​ທີ່​ຂີ້ຮ້າຍ​ຫລາຍ ​ແລະ​ອິສຣາ​ແອ​ລປະຕິ​ເສດ​ຢ່າງ​ສຸດ​ຂີດ.”

ລັດຖະມົນຕີ ຕ່າງປະ​ເທດ​ຝຣັ່ງ ທ່ານ Laurent Fabius ​ໄດ້​ເດີນທາງ​ໄປ​ຮ່ວມ ​ການເຈ
ລະຈາ ທີ່​ນະຄອນ​ Geneva ​ເຊັ່ນ​ກັນ ​ທີ່ແນ​ໃສ່​ເພື່ອ​ຊັກ​ຊວນ​ໃຫ້ອີຣ່ານ ຫລຸດຜ່ອນ​ໂຄງ
ການ​ນິວ​ເຄລຍຂອງ ​ສຳລັບ​ແລກ​ປ່ຽນ​ກັບ​ການ​ຜ່ອນຜັນ​ການ​ລົງ​ໂທດ.

ລັດຖະມົນຕີ ຕ່າງປະ​ເທດ ອີຣ່ານ ທ່ານ Mohammed Javad Zarif ​ໄດ້​ກ່າວ​ຕໍ່​ໂທລະ
ພາບ CNN ວ່າ ທ່ານເຊື່ອວ່າ ການ​ຕົກລົງ​ສາມາດ​ບັນລຸ​ກັນ​ໄດ້​ກ່ອນການ​ປິດ​ເຈລະຈາ​
ໃນ​ວັນ​ສຸກ​ມື້​ນີ້.

ອີຣ່ານ ກໍາລັງ​ຊອກ​ຫາຊ່ອງ​ທາງ​ເພື່ອ​ໃຫ້​ຍຸຕິ​ການລົງ​ໂທດ ທີ່​ເຮັດ​ໃຫ້​ເສດຖະກິດ​ຂອງ​ຕົນ
ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ໃນ​ຂະນະ​ທີ່ ຫົກ​ປະ​ເທດ ຕ້ອງການ​ໃຫ້ອີຣ່ານ ຄໍ້າປະກັນ​ວ່າ
ອີຣ່ານ ຈະ​ບໍ່​ສ້າງ​ລະ​ເບີດ​ນິວ​ເຄລຍ.

ຢູ່​ນະຄອນຫລວງ ວໍ​ຊິງ​ຕັນ ປະທານາທິບໍດີ Barack Obama ກ່າວ​ວ່າ ການ​ຕົກລົງ​ທີ່​
ພວມ​ເຈລະຈາ​ກັນ​ຢູ່​ນັ້ນ ​ແມ່ນສະ​ເໜີ ​ໃຫ້​ມີ “ການບັນ​ເທົາ​ການ​ລົງ​ໂທດ​ຫລາຍສົມຄວນ
ແຕ່​ສ່ວນ​ໃຫຍ່​ຍັງ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ຕໍ່​ໄປ.

Iran Nuclear Talks Enter 'Serious Phase'
please wait

No media source currently available

0:00 0:02:09 0:00
ລິງໂດຍກົງ
XS
SM
MD
LG