ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ອະດີດປະທານາທິບໍດີ ໄຕ້ຫວັນ ເດີນທາງຢ້ຽມຢາມ ຈີນ ແຜ່ນດິນໃຫຍ່ ເພື່ອສ້າງສັນຕິພາບ


ອະດີດປະທານາທິບໍດີ ໄຕ້ຫວັນ ທ່ານ ມ່າ ຢິງ ໂຈ, ກາງ, ຍົກມືທັກທາຍໃນຂະນະທີ່ທ່ານເດີນທາງຮອກສະໜາມບິນ ປູດົງ ໃນນະຄອນ ຊຽງໄຮ້ ກັບຄະນະຜູ້ແທນຂອງທ່ານ, 27 ມີນາ 2023, ພາບນີ້ຖືກເປີດເຜີຍໂດຍຫ້ອງການຂອງທ່ານ ມ່າ ຢິງ ໂຈ.
ອະດີດປະທານາທິບໍດີ ໄຕ້ຫວັນ ທ່ານ ມ່າ ຢິງ ໂຈ, ກາງ, ຍົກມືທັກທາຍໃນຂະນະທີ່ທ່ານເດີນທາງຮອກສະໜາມບິນ ປູດົງ ໃນນະຄອນ ຊຽງໄຮ້ ກັບຄະນະຜູ້ແທນຂອງທ່ານ, 27 ມີນາ 2023, ພາບນີ້ຖືກເປີດເຜີຍໂດຍຫ້ອງການຂອງທ່ານ ມ່າ ຢິງ ໂຈ.

ອະດີດປະທານາທິບໍດີ ໄຕ້ຫວັນ ທ່ານ ມ່າ ຢິງ ໂຈ ໄດ້ເດີນທາງຮອດນະຄອນ ຊຽງໄຮ້ ຂອງ ຈີນ ໃນວັນຈັນວານນີ້, ເຊິ່ງໄດ້ກາຍເປັນອະດີດ ຫຼື ປະທານາທິ ບໍດີ ໃນປັດຈຸບັນຄົນທຳອິດຈາກເກາະທີ່ປົກຄອງຕົນເອງນັ້ນ ທີ່ໄດ້ໄປຢ້ຽມຢາມແຜ່ນດິນໃຫຍ່ ນັບຕັ້ງແຕ່ທ້າຍສົງຄາມກາງເມືອງ ຈີນ ໃນປີ 1949.

ການຢ້ຽມຢາມດັ່ງກ່າວ ໄດ້ເກີດຂຶ້ນໃນຂະນະທີ່ສາຍພົວພັນລະຫວ່າງສອງຝ່າຍ ດັ່ງກ່າວໄດ້ຊຸດໂຊມລົງສູ່ລະດັບທີ່ຮ້າຍແຮງທີ່ສຸດໃນຮອບຫຼາຍທົດສະວັດ ພາຍໃຕ້ການປົກຄອງຂອງປະທານາທິບໍດີຄົນປັດຈຸບັນ ທ່ານນາງ ສາຍ ອິ້ງ ເຫວິນ, ທີ່ເປັນຄວາມແຕກຕ່າງກັນຢ່າງຫຼວງຫຼາຍຕໍ່ 8 ປີເວລາທີ່ທ່ານ ມ່າ ໄດ້ເປັນປະ ທານາທິບໍດີ, ເວລາທີ່ທ່ານໄດ້ທຳການປັບປຸງໃນສາຍພົວພັນ ແບບບໍ່ເຄີຍມີມາກ່ອນລະຫວ່າງສອງຄູ່ແຂ່ງ ທີ່ດົນນານຈາກປີ 2008 ຫາປີ 2016.

ໃນການກ່າວຕໍ່ບັນດານັກຂ່າວກ່ອນເດີນທາງອອກຈາກໄຕ້ຫວັນ ນັ້ນ, ທ່ານ ມ່າ ອາຍຸ 73 ປີ, ຜູ້ທີ່ໄດ້ເດີນທາງໄປພ້ອມກັບເອື້ອຍກັບນ້ອງສາວຂອງ ທ່ານສີ່ຄົນ ແລະ ນັກສຶກສາປະມານ 30 ຄົນຈາກມູນນິທິ ມ່າ ຢິງ ໂຈ ຂອງທ່ານ, ໄດ້ກ່າວວ່າ ການເດີນທາງດັ່ງກ່າວບໍ່ແມ່ນພຽງການໄປສະແດງ ຄວາມເຄົາລົບຕໍ່ບັນພະບຸລຸດຂອງທ່ານໃນ ຈີນ ເທົ່ານັ້ນ, ແຕ່ເພື່ອໄປສ້າງສັນຕິພາບ.

ທ່ານໄດ້ກ່າວວ່າ “ນອກຈາກຈະໄປບູຊາບັນພະບູລຸດຂອງຂ້າພະເຈົ້າແລ້ວ, ຂ້າ ພະເຈົ້າຍັງຈະເອົານັກສຶກສາມະຫາວິທະຍາໄລ ໄຕ້ຫວັນ ໄປແຜ່ນດິນໃຫຍ່ ສຳ ລັບການແລກປ່ຽນກັບເຂົາເຈົ້າ ໂດຍຫວັງທີ່ຈະປັບປຸງບັນຍາກາດຂ້າມຊ່ອງແຄບ ໂດຍຜ່ານຄວາມກະຕືລືລົ້ມ ແລະ ການພົວພັນກັບຄົນໄວໜຸ່ມ, ສະນັ້ນ ສັນຕິ ພາບຈຶ່ງຈະມາໄວກວ່າເກົ່າ ແລະ ໄວຂຶ້ນຕໍ່ພວກເຮົາຢູ່ທີ່ນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG