ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ທ່າມກາງ ທີ່ມີລາຍງານ ການຕໍ່ສູ້ກັນ ພາຍໃນ ທ່ານ Trump ເອີ້ນການໂອນອຳນາດວ່າ ເປັນໄປຢ່າງມີລະບຽບ


ທ່ານ Donald Trump ຜູ້ສະໝັກເປັນປະທານາທິບໍດີ ໃນເວລານັ້ນ ເຂົ້າຮ່ວມ ການສົນທະນາໂຕະມົນ ກັບເຈົ້າໜ້າທີ່ ຄວາມໝັ້ນຄົງແຫ່ງຊາດ ຢູ່ຫ້ອງການຂອງທ່ານ ທີ່ຕຶກ Trump Tower ໃນນະຄອນນິວຢອກ.

ຈາກ​ລາຍ​ງານ​ກ່ຽວ​ກັບ​ການ​ຂັດ​ແຍ້​ງພາຍ​ໃນຂອງ​ຄະນະ​ທີ​ມງານ ​ແລະ​ການ​ຄາດ​ຄະເນ​ກັນ​ຢ່າງ​ກວ້າງຂວາງ ທີ່ວ່າ ມີ​ໃຜ​ແດ່​ ຈະ​ໄດ້ເຂົ້າ​ຮ່ວມ​ຢູ່ໃນ​ຄະນະ​ລັດຖະບານຂອງ​ທ່ານ ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່​ຂອງ​ສະຫະລັດ ທ່ານ Donald Trump ກ່າວ​ຜ່ານ​ທາງ Twitter ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ວ່າ ຂັ້ນຕອນທີ່​ໃຊ້​ເວລາ​ສາມ​ອາທິດ ​ໃນ​ການ​ໂອນ​ອຳນາດ ຈາກ​ລັດຖະບານ​ປະທານາທິບໍດີ​ໂອບາ ​ມາໃຫ້​ລັດຖະບານ​ຂອງ​ທ່ານນັ້ນ ​ແມ່ນດຳ​ເນີນ​ໄປ​ດ້ວຍ​ດີ.

ທ່ານ Trump ຂຽນ​ວ່າ “​ເປັນ​ຂັ້ນຕອນ​ທີ່​ມີ​ການ​ຈັດຕັ້ງຢ່າງ​ເຂັ້ມ​ງວດ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຕັດສິນ​ໃຈ​ກ່ຽວ​ກັບ​ຄະນະ​ລັດຖະບານ ​ແລະ​ຕຳແໜ່​ງອື່ນໆ​ອີກ​ຫຼາຍຕຳ​ແໜ່​ງ. ມີ​ແຕ່​ຂ້າພະ​ເຈົ້າຜູ້​ດຽວ​ທີ່​ຮູ້​ວ່າ ​ໃຜ​ແດ່ຈະ​ເປັນ​ຜູ້​ທີ່​ຖືກ​ເລືອກ​ຂັ້ນສຸດ​ທ້າຍ.”

ຊາວນາ​ທີ​ກ່ອນ​ໜ້ານັ້ນ ໜັງສືພິມວໍ​ຊິງຕັນ​ໂພ​ສທ໌​ ໄດ້​ພິມ​ເຜີຍ​ແຜ່​ ຜ່ານ​ທາງ​ເວັບ​ໄຊ​ຂອງ​ຕົນ ​ໂດຍ​ໄດ້ຕ້ອງ​ຕິ​ຢ່າງ​ແຮງ ​ໃນ​ໜ້າ​ທີ່​ກົງກັນຂ້າມກັບ​ບົດ​ບັນນາທິການ ​ໂດຍ​ອະດີດເຈົ້າ ໜ້າ​ທີ່ດ້ານ​ຄວາ​ມໝັ້ນຄົງ​ແຫ່ງ​ຊາດຂອງພັກຣີພັບບລີກັນ ທ່ານ Eliot Cohen ທີ່​ຂຽນວ່າ ​ທ່ານ​ຈະ​ບໍ່​ຂໍ​ແນະ​ນຳ​ໃຫ້ພວກ​ນິຍົມ​ແນວທາງ​ເດີມເຂົ້າຮັບ​ໜ້າ​ທີ່​ພາຍ​ໃຕ້ລັດຖະບານ​ທ່ານ Trump.

ທ່ານ Cohen ກ່າວ​ວ່າ ມັກ​ຈະ​ມີ​ຄວາມ​ບໍ່ເປັນ​ລະບຽບ ​ເກີດ​ຂຶ້ນສະ​ເໝີ ​ໃນ​ລະຫວ່າງ​ການ​ໂອນ​ອຳນາດ ລຸນ​ຫຼັງ​ການ​ເລືອກ​ຕັ້ງ ຊຶ່ງ​ໃນ​ທີ່​ສຸດມັນ​ກໍ​ຈະ​ລົງ​ໂຕ​ເອງ ​ແຕ່​ນັ້ນທ່ານ​ເຊື່ອ​ວ່າ ນີ້ບໍ່​ແມ່ນ​ການ​ໂອນ​ອຳນາດ​ແບບ​ປົກກະຕິແລະລັດຖະບານຂອງ​ປະທານາທິບໍດີ Trump ບໍ່​ແມ່ນ​ລັດຖະບານ​ທີ່​ປົກກະຕິ.

ຮອງປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Mike Pence ແລະພັນລະຍາຂອງທ່ານ ຍານາງ Karen ເດີນທາງໄປຮອດ Trump Tower
ຮອງປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Mike Pence ແລະພັນລະຍາຂອງທ່ານ ຍານາງ Karen ເດີນທາງໄປຮອດ Trump Tower

ທ່ານ​ຂຽນ​ວ່າ “ກຳ​ຕາມ​ສະໜອງ​ແລະ​ລົງ​ໂທດ​ຕໍ່​ລັດຖະບານ​ທັງ​ໝົດ ​ແຕ່​ຊຸດ​ນີ້ຈະ​ເພີ້ມຂຶ້ນ​ເປັນ​ສອງ​ເທົ່າ. ຈົນ​ກວ່າ​ຈະ​ສາມາດ​ເອົາ​ມາດ​ຕະການແບບ​ນອບນ້ອມກ່ຽວ​ກັບສິ່ງ​ທີ່​ຕົນ​ຮູ້ ​ແລະລະດັບ​ຂອງ​ຄວາມ​ເອື້ອ​ເຟື້ອ​ເພື່ອ​ແຜ່ ​ຕໍ່​ພວກ​ທີ່​ຄັດຄ້ານ ມັນ​ຈະ​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ແລະ​ຄວາມ​ລົ້ມ​ແຫຼວ. ຍ້ອນ​ຄວາມສັບສົນ​ ຂອງ​ຄະນະທີ​ມງານ​ໂອນ​ອຳນາດ ​ໃນ​ວິທີ​ທາງ ທີ່​ມັນ​ໄດ້​ເປັນ​ໄປ​ແລ້ວ.”

ກ່ອນ​ການ​ເລືອກ​ຕັ້ງ ຜູ້​ປົກຄອງ​ລັດ​ນິວ​ເຈີ​ຊີ ທ່ານ Chris Christie ​ແມ່ນ​ເປັນ​ຜູ້ນຳ​ພາຄະ​ນະທີ​ມງານ​ໂອນ​ອຳນາດ ​ຊຶ່ງ​ເປັນ​ບົດບາດ​ທີ່​ທ່ານ​ໄດ້​ເຂົ້າກຳ​ຫຼັງຈາກ ​ໃຫ້ການ​ສະໜັບສະ ໜຸນ​ທ່ານ Trump ມາ​ເປັນ​ເວລາ​ຫລາຍໆ​ເດືອນ ​ເວລາ​ຄວາມພະຍາຍາມຂອງ​ທ່ານ ​ໃນ​ການ​ສະໝັກ​ເປັນ​ຜູ້ຕາງໜ້າ​ພັກຣີພັບ​ບລີ​ກັນ ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ. ຮອງ​ປະທາ ນາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ທ່ານ Mike Pence ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເຂົ້າຮັບ​ໜ້າ​ທີ່​ແທນ​ທ່ານ​ ໃນ​ມື້ວັນ​ສຸກ​ແລ້ວ ຊຶ່ງລາຍ​ງານ​ຂອງ​ໜັງສືພິມ Wall Street ​ໃນ​ວັນ​ອັງຄານ​ວານ​ນີ້ ​ແຈ້ງ​ວ່າ ທ່ານ​ໄດ້​ສັ່ງ​ໃຫ້​ກຳຈັດພວກ​ວິ່ງ​ເຕັ້ນຊັກຊວນສະມາຊິກສະພາທັງ​ໝົດຈາກ​ຄະນະ​ໂອນ​ອຳນາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG