ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ເພີ່ມການໃຊ້ຈ່າຍ ດ້ານປ້ອງກັນປະເທດ ຂຶ້ນ 12.2% (ວີດີໂອ)


ການສະແດງ ຂອງກອງທັບປົດປ່ອຍປະຊາຊົນຈີນ (PLA) ທີ່ຄ້າຍ Shek Kong Barracks ທີ່ຣົງກົງ (ວັນທີ 30 ມິຖຸນາ 2013)
ການສະແດງ ຂອງກອງທັບປົດປ່ອຍປະຊາຊົນຈີນ (PLA) ທີ່ຄ້າຍ Shek Kong Barracks ທີ່ຣົງກົງ (ວັນທີ 30 ມິຖຸນາ 2013)
ຈີນ​ ປະກາດ​ເພີ້​ມການ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂຶ້ນ​ຕື່ມ​ອີກ
​ສິບ​ກວ່າ​ເປີ​ເຊັນ ທ່າມກາງ​ທີ່ມີຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບຄວາມໝັ້ນ
ໃຈທາງດ້ານ​ທະຫານຂອງຈີນ​ທີ່​ກຳລັງ​ເພີ້​ມທະວີຂຶ້ນ​ນັ້ນ.

ນາຍົກລັດຖະມົນຕີ Li Keqiang ກ່າວ​ວ່າງົບປະມານ​ດ້ານ​ປ້ອງ​
ກັນ​ປະ​ເທດ ​ຈະ​ເພີ້​ມຂຶ້ນ 12.2 ​ເປີ​ເຊັນ​ໃນ​ປີ​ນີ້ ​ເພື່ອ​ຊ່ອຍ​ປັບປຸງ
ກອງທັບ​ໃຫ້​ທັນ​ສະ​ໄໝ ​ແລະ​ພັດທະນາ​ພວກ​ອາວຸດ ​ປະເພດໃຊ້
ເທັກ​ໂນ​ໂລ​ຈີ​ລະດັບ​ສູງ​ຕື່ມ​ອີກ.

ຄຳ​ປະກາດ​ດັ່ງກ່າວ​ຂອງຈີນໄດ້ພາໃຫ້ມີການສະແດງຄວາມ​ເປັນ​
ຫ່ວງ​ໃນ​ທັນທີ ຈາກ​ຍີ່ປຸ່ນ ຊຶ່ງເປັນ​ນຶ່ງ​ໃນ​ຫລາຍປະ​ເທດໃນ​ເອ​ເຊຍ ​
ໄດ້​ຕື່ນ​ຕົກ​ໃຈ​ ນຳ​ການ​ທີ່​ກອງທັບ​ຈີນເຕີບໃຫຍ່ຂະ ຫຍາຍຕົວຂຶ້ນ​ຢ່າງໄວ​ນັ້ນ.

ຈີນ​ປະກາດ​ໂຕ​ເລກ​ນີ້​ໃຫ້​ຮູ້ ພ້ອມ​ທັງ​ແຜນການ​ນະ​ໂຍບາຍ​ອື່ນ​ໆຢ່າງ​ກວ້າງຂວາງ​ໃນ​ວັນ​ພຸດ
​ມື້​ນີ້ ທີ່​ກອງ​ປະຊຸມ​ປະຈຳ​ປີ​ ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ ຊຶ່ງເປັນສະຖາບັນດ້ານພິທີການ
ຂອງ​ຕົນ​ນັ້ນ.

​ໃນ​ຄຳ​ປາ​ໄສ​ຕໍ່​ສະພາ​ປະຊາຊົນ ນາຍົກລັດຖະມົນຕີ Li Keqiang ກ່າວ​ວ່າ ຈີນກຳລັງ​ແນ​ເປົ້າ​
ໝາຍການ​ເຕີບ​ໂຕ​ຂຶ້ນ​ໃນ​ອັດຕາ “ປະມານ 7.5 ​ເປີ​ເຊັນ​” ໃນ​ປີ 2014 ຊຶ່ງ​ບໍ່​ໄດ້​ແຕກຕ່າງ​ຫຍັງ​
ກັບ​ເປົ້າ​ໝາຍ​ຂອງ​ປີ​ກາຍ​ນີ້.

​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ຈີນ​ໄດ້​ປະ​ເຊີນ​ກັບ ​ການ​ເຕີບ​ໂຕ​ຊ້າ​ລົງ ລຸນ​ຫຼັງ​ການເຕີບ​ໂຕ​
ຢ່າງ​ໄວ​ມາ 3 ທົດ​ສະ​ວັດ ຊຶ່ງ​ເຫັນ​ວ່າ ຕົນ​ໄດ້​ກາຍ​ມາ​ເປັນ​ປະ​ເທດ​ທີ່​ມີ​ການ​ເສດຖະກິດ​ໃຫຍ່
ທີ່​ສຸດ​ອັນ​ດັບ​ສອງ​ຂອງ​ໂລກ ຮອງ​ອັນ​ດັບ​ຈາກ​ສະຫະລັດ.

ນອກນັ້ນກຸງ​ປັກ​ກິ​ງ ​ຍັງໄດ້​ປະ​ເຊີນ​ກັບ​ຄວາມ​ບໍ່ພໍ​ໃຈ​ຫຼາຍ​ຂຶ້ນ​ໃນ​ບັນດາ​ພົນລະ​ເມືອງ​ຂອງ​ຕົນ
ກ່ຽວ​ກັບການ​ທຸດຈະລິດ​ຫຼື corruption ທີ່​ມີ​ຢ່າງ​ແຜ່​ຫຼາຍພ້ອມ​ທັງ​ອາກາດ​ເປິ​ເປື້ອນ ທີ່​ນັບມື້
ນັບຮ້າຍ​ແຮງ​ລົງ ​ແລະ​ນະ​ໂຍບາຍ​ເຂັ້ມ​ງວດ​ຂອງ​ຕົນ​ຕໍ່​ພວກ​ຊົນ​ກຸ່ມ​ນ້ອຍ​ນັ້ນ.

ຮ່ອງຮອຍ​ອັນ​ນຶ່ງ​ທີ່​ເປັນ​ໄປ​ໄດ້​ຂອງ​ຄວາມ​ເຫຼືອອົກ​ເຫຼືອ​ໃຈ​ເຫຼົ່າ​ນັ້ນພວກ​ກຳລັງ​ຮັກສາ​ຄວາມ ​
ປອດ​ໄພ​ແກ່​ລາກ​ພວກ​ປະ​ທ້ວງ​ທີ່​ແຈກ​ຢາຍ​ໜັງສື​ເລັກໆ​ນ້ອຍໆ​ຈຳນວນ​ນຶ່ງ​ທີ່​ຈະຕຸ​ລັດ Tian-
anmen ​ໃນ​ຂະນະ​ທີ່​ສະພາ​ແຫ່ງ​ຊາດ​ໄຂ​ຂຶ້ນ​ນັ້ນ.

China Plans 12% Boost in Defense Spending
please wait

No media source currently available

0:00 0:02:33 0:00
XS
SM
MD
LG