ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະສັດ​ໄທ ​ຊົງຮຽກຮ້ອງ​ ໃຫ້​ປະຊາຊົນ ຈົ່ງເຫັນ​ແກ່ ປະ​ເທດ​ຊາດ (ວີດີໂອ/ສະໄລດ໌)


ກະສັດ​ໄທ ​ຊົງຕັດ​ຕໍ່​ປະຊາຊົນ​ຊາວ​ໄທ ​ແລະ​ຊົງຮຽກຮ້ອງ​ໃຫ້​
ຊາວ​ໄທ “ສົ່ງ​ເສີມ​ຊຶ່ງ​ກັນ ແລະ​ກັນ ​ເພື່ອ​ເຫັນ​ແກ່ປະ​ເທດ
​ຊາດ”
ໃນລະຫວ່າງ​ການ​ໃຫ້​ພະຣາຊະ​ໂອວາດ ແກ່​ປະເທດ
​ຊາດ ເນື່ອງ​ໃນໂອກາດວັນ​ສະຫຼອງ​ວັນ​ຄ້າຍ​ວັນ​ປະສູດຂອງ
​ພະ​ອົງ.

ກະສັດ ພູມິ​ພົນ ອະ​ດູ​ນຍະ​ເດດ ຜູ້​ຊຶ່ງ​ມີ​ພະ​ຊົນ​ມາ​ຍຸ 86 ພັນ​ສາ
​ໃນ​ວັນ​ພະຫັດ​ມື້​ນີ້ ຊົງ​ຕັດໃນ​ຂະນະ​ທີ່​ພວກ​ປະ​ທ້ວງຝ່າຍ​ຄ້ານ
ທຳ​ການ​ຢຸດ​ພັກ​ຊົ່ວຄາວ ທີ່​ມີ​ເປົ້າ​ໝາຍ​ທີ່​ຈະ​ໂຄ່ນ​ລົ້ມ​ລັດຖະບານນັ້ນ.

ກະສັດ​ໄທ​ ທີ່ຊົງ​ຫາ​ກໍ​ອອກ​ຈາກທີ່​ໂຮງພະຍາບານ ​ໃນ​ຕົ້ນ​ປີ​ນີ້ ຫຼັງ​ຈາກ​ທີ່​ໄດ້​ຮັກສາພະວໍລະ
​ກາຍ​ຢູ່​ທີ່​ນັ້ນ ​ມາ​ເປັນ​ເວລາ 4 ປີ​ ຊົງ​ກ່າວ​ຢ່າງ​ຊ້າໆ ​ໃນ​ການໃຫ້​ພະລາຊະໂອວາດ​ຂອງ​
ພະ​ອົງ ຈາກ​ພະລາຊະ​ວັງ​ແຄມ​ທະ​ເລ ທີ່​ຫົວ​ຫີນ ຊຶ່ງກະສັດ​ພູມິ​ພົນ​ຊົງ​ຕັດ​ວ່າ “ຄົນ​ໄທ​
ທຸກ​ຄົນ ຈຶ່ງຄວນ​ຈະສໍານຶກໃນ​ຂໍ້​ນີ້​ໃຫ້​ຫຼາຍ ​ແລະຕັ້ງ​ໃຈ​ປະພຶດ​ຕົວ ປະຕິບັດງານ
​ໃຫ້​ສົມ​ຖານະ​ແລະ​ໜ້າ​ທີ່ ​ເພື່ອ​ໃຫ້​ສໍາ​ເລັດ​ປະ​ໂຫຍ​ດສ່ວນ​ຮວມ ຄື​ຄວາມ​ໝັ້ນຄົງ
ປອດ​ໄພ​ຂອງ​ຊາດ​ບ້ານ​ເມືອງ​.”



​ການ​ປະ​ທ້ວງທີ່​ດໍາ​ເນີນ​ມາ​ເປັນ​ເວລາ​ຫຼາຍໆ​ອາທິດ​ນັ້ນ ​ ​ໄດ້​ຍຸຕິ​ລົງ ເພື່ອ​ສະ​ແດງ​ໃຫ້​ເຫັນ
ເຖິງ​ຄວາມ​ຈົງ​ຮັກ​ພັກດີ ຕໍ່ກະສັດ ຊຶ່ງ​ພະ​ອົງ​ຊົງ​ເປັນ​ທີ່​ເຄົາລົບ​ແລະ​ນັບຖື​ ຂອງ​ປະຊາຊົນ
​ໃນ​ຖານະທີ່ເປັນສັນຍາ​ລັກຂອງ​ການ​ຮວມຕົວຂອງ​ປະ​ເທດທີ່ມີຫຼາຍພັກຝ່າຍການເມືອງນັ້ນ.

​ແຕ່​ວ່າ ຜູ້​ນໍາ​ຝ່າຍ​ຄ້ານ ​ທ່ານສຸ​ເທບ ​ເທືອ​ກສຸບັນ ປະຕິຍານ​ວ່າ ຍັງ​ຈະ​ສືບ​ຕໍ່​ດໍາ​ເນີນ​ຕໍ່ສູ້​
ໃນ
​ວັນ​ສຸກ​ມື້​ອື່ນນີ້​ ​ແລະ​ວ່າ​ຈະ​ບໍ່​ຍອມ​ຢຸດ​ເຊົາ ຈົນ​ກວ່າ​ນາຍົກລັດຖະມົນຕີຍິ່ງ​ລັກ ຊິນນະວັດ
​ລາອອກ​ຈາກ​ຕໍາ​ແໜ່ງ ແລະ​ມອບອໍານາດ​ໃຫ້​ຄະນະ​ສະພາ​ ທີ່​ບໍ່​ໄດ້​ຖືກເລືອກ​ຕັ້ງ ຊຶ່ງທ່ານ
​ສຸ​ເທບ​ເວົ້າວ່າ “ມື້​ອື່ນ​ນີ້ ຂະ​ບວນການ​ຂອງປະຊາຊົນ​ຈະ​ເລີ່​ມດໍາ​ເນີນ​ການ​ຕໍ່ ​ເພື່ອ​ທີ່​
ຈະ​ປະຕິ​ການ​ໃຫ້​ລະບອບ​ທັກສິນ ​ໄດ້ໝົດອໍານາດ​ໄປ ຈາກ​ປະ​ເທດ​ໄທ ​ແລະ​ອໍານາດ
ອະ​ທິປະ​ໄຕຈະ​ໄດ້ກັບ​ຄືນ​ສູ່​ປະຊາຊົນ.”


​ໄດ້​ມີ​ຄວາມ​ຢ້ານ​ກົວ​ກັນ​ວ່າ ອາດ​ເກີດຄວາມ​ຮຸນ​ແຮງ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ເມື່ອ
​ອາທິດ​ ທີ່​ແລ້ວ ທີ່ໄດ້​ມີ​ຢ່າງ​ນ້ອຍ 4 ຄົນ​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫຼາຍ​ໆຄົນ​ນັ້ນ.​

ວີດີໂອ: ບັນຫາທາງການເມືອງໃນໄທ ໄດ້ກໍ່ໂຕຂຶ້ນມາຫລາຍປີແລ້ວ:

Thailand’s Current Political Crisis Years in the Making
please wait

No media source currently available

0:00 0:03:21 0:00
ລິງໂດຍກົງ





XS
SM
MD
LG