ດ້ວຍການທົດລອງລະເບີດນິວເຄລຍຄັ້ງຫຼ້າສຸດຂອງ ເກົາຫຼີເໜືອ ໄດ້ເຮັດໃຫ້ມີການກ່າວ ປະນາມໄປໃນທົ່ວໂລກ, ຈຶ່ງເບິ່ງຄືວ່າລັດຖະບານ ຜະເດັດການຈະສືບຕໍ່ປະເຊີນໜ້າກັບ ສິ່ງທ້າທາຍຕ່າງໆໃນການໄດ້ຮັບ ການຊ່ວຍເຫຼືອສຳລັບພວກຜູ້ຮັບເຄາະຮ້າຍຈາກໄພນ້ຳ ຖ້ວມທີ່ເກີດຂຶ້ນ ໃນປະເທດເມື່ອຕົ້ນເດືອນນີ້.
ທ່ານ Robert King ທູດພິເສດ ສະຫະລັດ ຮັບຜິດຊອບບັນຫາສິດທິມະນຸດໃນ ເກົາຫຼີ ເໜືອ ໄດ້ກ່າວໃນພິທີແຫ່ງໜຶ່ງທີ່ນະຄອນຫຼວງ ວໍຊິງຕັນ ເມື່ອວັນຈັນທີ່ຜ່ານມາວ່າ ລັດຖະ ບານບໍ່ມີແຜນທີ່ຈະສົ່ງການຊ່ວຍ ເຫຼືອດ້ານມະນຸດສະທຳໄປໃຫ້ ເກົາຫຼີເໜືອ ໃນເວລານີ້.
ທ່ານ King ໄດ້ກ່າວວ່າ “ໃນຈຸດນີ້, ເກົາເໜືອ ບໍ່ໄດ້ຮ້ອງຂໍການຊ່ວຍ ເຫຼືອຈາກ ສະຫະ ລັດ.” ທ່ານທູດພິເສດ ໄດ້ປະຕິເສດ ທີ່ຈະຕອບຄຳຖາມກ່ຽວກັບວ່າ ສະຫະລັດ ຈະສະ ໜອງການຊ່ວຍເຫຼືອໃຫ້ ຫຼືບໍ່, ຖ້າປະເທດຄອມມູນິສດັ່ງກ່າວ ຮ້ອງຂໍການຊ່ວຍເຫຼືອຢ່າງ ເປັນທາງການ.
ເມື່ອບໍ່ດົນມານີ້, ເກົາຫຼີເໜືອ ໄດ້ທຳການຮ້ອງຂໍ ການຊ່ວຍເຫຼືອຂອງສາກົນ ຢ່າງເປັນການເປີດເຜີຍແບບທີ່ບໍ່ຄ່ອຍໄດ້ເຫັນກັນປານໃດ ຫຼັງຈາກໄດ້ເກີດໄພນ້ຳຖ້ວມ ທີ່ໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງໃຫ້ ແກ່ປະເທດດັ່ງກ່າວ. ການຮ້ອງຂໍນີ້ ມີຂຶ້ນພຽງສອງສາມມື້ ຫຼັງຈາກການທົດລອງລະເບີດ ນິວເຄລຍ ຄັ້ງທີ່ໃຫຍ່ທີ່ສຸດ ແລະ ກໍເປັນຄັ້ງທີຫ້າຂອງຕົນ.