ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Zuma ຍົກເລີກ ການເດີນທາງ ເພາະເປັນຫ່ວງນໍາ ທ່ານ Mandela (ວີດິໂອ/ສະໄລດ໌)


ປະທານາທິບໍດີຂອງອາຟຣິກາໃຕ້ ທ່ານ Jacob Zuma.
ປະທານາທິບໍດີຂອງອາຟຣິກາໃຕ້ ທ່ານ Jacob Zuma.
ປະທານາທິບໍດີ ອາຟຣິກາໃຕ້ ທ່ານ Jacob Zuma ໄດ້ຍົກເລີກ
ການເດີນທາງໄປ Mozambique ໃນວັນພະຫັດມື້ນີ້ ໃນຂະນະ
ທີ່ອາການ​ຂອງອະດີດຜູ້ນໍາ ທ່ານ Nelson Mandela ຍັງຢູ່ໃນ
ສະພາບທີ່ຫລໍ່​ແຫລມ.

ຫ້ອງການປະທານາທິບໍດີ ຖະ​ແຫລ​ງວ່າ ທ່ານ Zuma ໄດ້ໄປຢ້ຽມ
ຢາມທ່ານ Mandela ໃນແລງວັນພຸດວານນີ້ ທີ່ໂຮງໝໍ່​ແຫ່ງ​ນຶ່ງ ​
ໃນ​ນະຄອນຫລວງ Pretoria ແລະວ່າ ອາການຂອງທ່ານ
Mandela ນັ້ນຍັງຄື​ເກົ່າ.

ຄໍາ​ຖະ​ແຫລ​ງກ່າວວ່າ ພວກທ່ານໝໍທັງຫຼາຍຍັງ ສືບຕໍ່ເຮັດຈົນສຸດ
ຄວາມສາມາດ ເທົ່າທີຈະເຮັດໄດ້ ເພື່ອປະຄັບປະຄອງອາການ
ຂອງທ່ານ Mandela ບໍ່​ໃຫ້​ຮ້າຍ​ແຮງ​ໝັກລົງ​ໄປ​ອີກ.

ທ່ານ Mandela ຊຶ່ງມີອາຍຸ 94 ປີ ໄດ້ເຂົ້າຮັກສາຕົວຢູ່ທີ່ໂຮງ
ພະຍາບານ ເກືອບ 3 ອາທິດແລ້ວ ​ເພື່ອຮັກສາໂຣກປອດອັກ
ເສບທີ່​ກັບ​ຄືນ​ມາ. ຄັ້ງນີ້ເປັນຄັ້ງທີ 4 ທີ່​ທ່ານ​ໄດ້ເຂົ້າຮັກສາ
ຕົວຢູ່ໂຮງພະຍາບານ ນັບຕັ້ງແຕ່ເດືອນທັນວາແລ້ວນີ້ ເປັນຕົ້ນມາ.



ໃນ​ໄລຍະຫຼາຍໆນັບ​ແຕ່​ອາການຂອງທ່ານ Mandela ເລີ່ມຊຸດໂຊມລົງນັ້ນ​ ບັນດາຊາວ ອາຟຣິກາໃຕ້ ແລະຜູ້ຄົນທີ່ຈັບຕາມອງທ່ານໃນທົ່ວໂລກ ຕ່າງກໍໄດ້ສົ່ງແຮງໃຈ ​ແລະຄໍາ​ເວົ້າ​ສະໜັບສະໜຸນ ​ໄປເປັນກໍາລັງໃຈ​ໃຫ້​ທ່ານ ແລະສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ອາການ​ຂອງ​ທ່ານ.

ປະທານາທິບໍດີສະຫະລັດ Barrack Obama ມີແຜນຈະໄປຢ້ຽມຢາມອາຟຣິກາໃຕ້
ໃນວັນສຸກມື້ອື່ນນີ້ ອັນເປັນພາກສ່ວນນຶ່ງຂອງການຢ້ຽມຢາມທະວີບອາຟຣິກາ ເປັນເວລາ
ນຶ່ງອາທິດ. ທ່ານຈະໄປຢ້ຽມຢາມເກາະ Robben ບ່ອນທີ່ທ່ານ Mandela ​ໄດ້​ຖືກ​ຂັງຄຸກ
ໃນທີ່ນັ້ນ ເປັນເວລານານເກືອບຮອດ 20 ປີ.

ເບິ່ງວີດິໂອ ກ່ຽວກັບເກາະ Robben ບ່ອນທີ່ທ່ານ Mandela ​ໄດ້​ຖືກ​ຂັງຄຸກ:

Mandela Legacy Grew at Robben Island
please wait

No media source currently available

0:00 0:04:30 0:00
ລິງໂດຍກົງ
XS
SM
MD
LG