ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ພະຈິກ ໒໐໒໕

ທ່າມກາງຄວາມຢ້ານກົວ ແລະ ການຕຳໜິວິຈານ, ກຸ່ມຕາລີບານ ຢາກໃຫ້ສາກົນຮັບຮູ້ ວ່າຕົນເປັນຜູ້ປົກຄອງປະເທດ ຢ່າງຖືກຕ້ອງຕາມກົດໝາຍ


ນັກລົບຕາລີບານ ເຂົ້າຄວບຄຸມທຳນຽບປະທານາທິບໍດີ ອັຟການິສຖານ ຫຼັງຈາກປະທານາທິບໍດີ ອາສຣາຟ ການີ ໄດ້ຫຼົບໜີອອກຈາກປະເທດ, ນະຄອນຫຼວງ ກາບູລ, ອັຟການິສຖານ. 15 ສິງຫາ, 2021.
ນັກລົບຕາລີບານ ເຂົ້າຄວບຄຸມທຳນຽບປະທານາທິບໍດີ ອັຟການິສຖານ ຫຼັງຈາກປະທານາທິບໍດີ ອາສຣາຟ ການີ ໄດ້ຫຼົບໜີອອກຈາກປະເທດ, ນະຄອນຫຼວງ ກາບູລ, ອັຟການິສຖານ. 15 ສິງຫາ, 2021.

ກຸ່ມຕາລີບານໄດ້ກ່າວໃນວັນອັງຄານວານນີ້ວ່າ ພວກເຂົາຫວັງວ່າຈະບັນລຸການຖືກຮັບຮູ້ສຳລັບ “ການເປັນຕົວແທນ ປົກຄອງ ອັຟການິສຖານ” ຢ່າງຖືກຕ້ອງຕາມກົດໝາຍ, ໂດຍໂຕ້ແຍ້ງວ່າການພົວພັນທາງການທູດຈະຊ່ວຍສົ່ງເສີມຄວາມປອດໄພໃນໂລກ ແລະ ຫຼຸດຜ່ອນຄວາມທຸກທໍລະມານຂອງຊາວ ອັຟການິສຖານ ໃນລະຫວ່າງສົງຄາມທີ່ຮ້າຍແຮງຫຼາຍທົດສະວັດ.

ສະມາຊິກອາວຸໂສຄົນນຶ່ງໃນຄະນະກຳມາທິການວັດທະນະທຳຂອງກຸ່ມອິສລາມ ດັ່ງກ່າວໄດ້ໃຫ້ຄວາມເຫັນດັ່ງກ່າວກັບວີໂອເອ, ທີ່ເວົ້າວ່າການປຶກສາຫາລືກັບຜູ້ຖືຜົນປະໂຫຍດຮ່ວມທຸກຝ່າຍ ກ່ຽວກັບ ການກໍ່ຕັ້ງສິ່ງທີ່ກຸ່ມຕາລີບານ ໄດ້ສັນຍາວ່າຈະເປັນ “ລັດຖະບານອິສລາມທີ່ກວມລວມ” ນັ້ນແມ່ນກຳລັງດຳເນີນຢູ່ ແລະ “ການປະກາດແມ່ນຈະມີອອກມາໃນໄວໆນີ້.”

ທ້າວ ອັບດຸລ ກາຮາ ບາລຄີ ໄດ້ກ່າວວ່າ “ຂ້ອຍເຊື່ອວ່າໂລກມີໂອກາດທີ່ພິເສດ ກ່ຽວກັບ ການສ້າງສາຍສຳພັນ ແລະ ເຕົ້າໂຮມກັນເພື່ອຕໍ່ສູ້ກັບສິ່ງທ້າທາຍຕ່າງໆທີ່ບໍ່ແມ່ນແຕ່ພວກເຮົາໄດ້ປະເຊີນ ແຕ່ແມ່ນມວນມະນຸດທັງໝົດ, ແລະ ສິ່ງທ້າທາຍພວກນີ້ແມ່ນນັບຈາກຄວາມປອດໄພຂອງໂລກເຖິງສະ ພາບອາກາດປ່ຽນແປງແມ່ນຕ້ອງການຄວາມພະຍາຍາມຮ່ວມກັນຂອງທຸກຄົນ ແລະ ຈະບໍ່ສາມາດບັນລຸໄດ້ຖ້າພວກເຮົາກີດກັນ ແລະ ເມີນເສີຍປະຊາຊົນທັງໝົດ.”

ລາວໄດ້ກ່າວນຶ່ງອາທິດຫຼັງຈາກກຸ່ມຕາລີບານໄດ້ເຄື່ອນເຂົ້າໃນນະຄອນຫຼວງ ກາບູລ ຂອງ ອັຟການິສຖານ, ຍຶດເອົາການຄວບຄຸມ 33 ຈາກ 34 ແຂວງຂອງປະເທດໂດຍບໍ່ໄດ້ປະເຊີນກັບການຕໍ່ຕ້ານທີ່ສຳຄັນໃດໆຈາກກອງກຳລັງຮັກສາຄວາມປອດໄພຂອງລັດຖະບານທີ່ຖືກຂັບໄລ່ອອກໄປ.

ບັນນດານັກວິຈານຍັງມີຄວາມສົງໄສ ກ່ຽວກັບ ການສັນຍາຄັ້ງຫຼ້າສຸດຂອງກຸ່ມ ຕາລີບານ, ໂດຍອ້າງເຖິງລາຍງານຂອງອົງການສະຫະປະຊາຊາດທີ່ໄດ້ເວົ້າ ກ່ຽວກັບ ການສືບຕໍ່ເຊື່ອມໂຍງຂອງກຸ່ມດັ່ງກ່າວກັບພວກ ອາລ-ໄກດາ ແລະ ກຸ່ມຫົວຮຸນແຮງອື່ນໆ. ບັນດາເຈົ້າໜ້າທີ່ສະຫະປະຊາຊາດຍັງໄດ້ອ້າງເຖິງລາຍງານ ກ່ຽວກັບ “ການປະຫານຊີວິດຢ່າງບໍ່ມີການໄຕ່ຕອງ” ແລະ ການຫ້າມຕ່າງໆຕໍ່ແມ່ຍິງໃນເຂດທີ່ຢູ່ພາຍໃຕ້ການຄວບຄຸມຂອງກຸ່ມຕາລີບານ.

ທ້າວ ບາລຄີ ໄດ້ກ່າວວ່າ “ພວກເຮົາຫວັງວ່າຈະຖືກຮັບຮູ້ໂດຍປະເທດຕ່າງໆໃນໂລກໃນຖານະເປັນຕົວແທນລັດຖະບານທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນ ອັຟການິສຖານ ຜູ້ທີ່ໄດ້ຮັບສິດຂອງເຂົາເຈົ້າ ທີ່ຈະຕັດສິນໃຈເອງຈາກການເຂົ້າຍຶດຄອງຂອງຕ່າງປະເທດດ້ວຍການໜູນຫຼັງ ແລະ ສະ ໜັບສະໜູນປະເທດທັງໝົດ ຫຼັງຈາກການດີ້ນຮົນມາດົນນານ ແລະ ການເສຍສະຫຼະຢ່າງຫຼວງ ຫຼາຍ ເຖິງແມ່ນໂອກາດທັງໝົດແມ່ນໄດ້ຕັ້ງຢູ່ຕໍ່ໜ້າປະຊາຊົນຂອງພວກເຮົາກໍຕາມ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG