ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຍີ່ປຸ່ນເພີ້ມ ງົບປະມານ ທາງຫະຫານຂຶ້ນ ຕໍ່ໜ້າ ຄວາມເຄ່ງຕຶງກັບຈີນ


ກອງທັບເຮືອຍີ່ປຸ່ນ ອາລັກຂາເຮືອ "Kurama" ຊ້າຍມື ກໍາລັງຕິດຕາມເຮືອພິຄາດ "Yudachi" ລາດຕະເວນ ທີ່ ອ່າວ Sagami.
ຍີ່ປຸ່ນ ​ໄດ້ຮັບ​ເອົາ​ແຜນ​ປ້ອງ​ກັນ​ປະ​ເທດ​ໃໝ່ ທີ່​ກໍານົດ​ໃຫ້ເພີ້​ມ
ການໃຊ້​ຈ່າຍ​ທາງ​ທະຫານ ຂື້ນ 5 ​ເປີ​ເຊັນ ​ແລະ​ໃຫ້ກໍາລັງ​
ປ້ອງ​ກັນຕົນເອງ ຫລິ້ນບົດບາດ​ທີ່ກວ້າງ​ໃຫຍ່ຂຶ້ນ​ ຢູ່​ໃນ​ຂົງ​ເຂດ.

​ແຜນຍຸດ​ທະ​ສາດ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ​ຫລັກ​ຊີ້​ນໍາ
​ດ້ານ​ການ​ປ້ອງ​ກັນ ທີ່​ຄະນະ​ລັດຖະບານໄດ້​ຮັບຮອງ​ເອົາ​ໃນ
​ວັນ​ອັງຄານ​ມື້​ນີ້ ຖືກເບິ່ງ​ເຫັນ​ກັນວ່າ ເປັນ​ພາກສ່ວນນຶ່ງ​ຂອງ
ການ​ຕອບ​ໂຕ້ຕໍ່ອໍານາດ​ທາງ​ທະຫານ ທີ່​ກໍ​າລັງ​ເພີ້​ມ​ທະວີ
ຂຶ້ນ​ນັບ​ມື້​ຂອງຈີນນັ້ນ.

​ແຜນ​ການ​ດັ່ງ​ກ່າວໄດ້​ຖືກຮ່າງ​ຂຶ້ນ​ມາ ຕາມ​ຄໍາ​ຮ້ອງ​ຂໍ​ຂອງນາຍົກ​
ລັດຖະ ມຸນຕີ Shinzo Abe ທີ່ຕ້ອງການຈະ​ດັດ​ແປງລັດຖະທໍາ​
ມະນູນ​ຕ້ານ​ສົງຄາມຂອງຍີ່ປຸ່ນ ​ເພື່ອ​ຊ່ວຍ​ຮັບ​ມື​ກັບ​ບັນຫາ​ຕ່າງໆ
ໃນ​ຂົງ​ເຂດ ຮວມ​ທັງ​ຈີນນໍາ.

ພາຍ​ໃຕ້​ແຜນການ​ໃໜ່ນີ້ ການ​ໃຊ້​ຈ່າຍ​ປ້ອງ​ກັນ​ປະ​ເທດ​ຈະ​ເພີ້​ມ
ຂື້ນ 5 ​ເປີ​ເຊັນ​ຈາກ ປີ 2014 ຫາ​ປີ 2019​. ​ເຮືອບິນ​ສັງ​ເກດ​ການ​
ທີ່​ບໍ່​ມີ​ຄົນ​ຂັບ ​ເຮືອ​ດໍາ​ນໍ້າ ​ເຮືອບິນ​ລົບ ​ແລະ​ລົດ​ສະ​ເທືອນ​ນໍ້າ​ສະເທືອ​ນບົກ ຈະ​ຮ່ວມຢູ່ໃນ
ພວກ​ອາ​ວຸດ​ຕ່າງໆ​ທີ່​ຍີ່ປຸ່ນ​ຈະ​ຊື້​ເອົາ ຊຶ່ງ​ຄິດ​ເປັນ​ມູນ​ຄ່າ​ທັງ​ໝົດ 247 ພັນ​ລ້ານ​ໂດ​ລາ.

ອາວຸດ​ຍຸດ​ໂທ​ປະກອນ​ເຫລົ່າ​ນີ້ ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ການ​ຫັນປ່ຽນ​ຈຸດເພ່ງ​ເລັງທາງ​ທະ
ຫານຈາກພາກ​ເໜືອ ​ໄປຍັງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ບ່ອນ​ທີ່ຍີ່ປຸ່ນກໍາລັງ​ພົວພັນກັບ​ການ
​ໂຕ້​ແຍ້​ງທີ່​ເຄ່ງ​ຕຶງກັບຈີນ ກ່ຽວ​ກັບ​ບັນດາໝູ່ເກາະໃນ​ເຂດທະ​ເລ​ຈີນ​ຕາ​ເວັນ​ອອກ.

​ແຜນຍຸດ​ທະ​ສາດ​ຄວາມ​ໝັ້ນຄົງ ​ເອີ່ຍ​ເຖິງ​ປະ​ເທດ​ຈີນ​ຢ່າງ​ເຈາະ​ຈົງ​ ​ໂດຍ​ໃຫ້​ຂໍ້​ສັງ​ເກດວ່າ
ຈີນ​ໄດ້ “​ເອົາ​ບາດກ້າວທີ່​ເປັນອັນຕະລາຍ ທີ່​ອາດສາມາດ​ກໍ່ໃຫ້​ເກີດ​ຄວາມ​ບໍ່ຄາດ​ຝັນໄດ້”
​ແລະ​ກ່າວ​ອີກ​ວ່າ ຈີນ​ໄດ້​ທໍາ​ການ​ອ້າງ​ກໍາມະສິດ ທີ່​ບໍ່​ສອດຄ່ອງ ກັບ​ກົດໝາຍນາໆ​ຊາດ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG