ທ່າມກາງການລະບາດຂອງໄວຣັສໂຄໂຣນາ ຢູ່ໃນສາມເຂດໃກ້ຄຽງຄື ວໍຊິງຕັນ ແມຣີແລນ ແລະເວີຈີເນຍ ທີ່ຮູ້ຈັກກັນຄືເຂດ DMV ນັ້ນ ຮ້ານກິນດື່ມ ແລະຮ້ານອາຫານຖືກກະທົບໜັກສຸດ ຫຼາຍໆຮ້ານໄດ້ຖືກປິດເປັນການຖາວອນ ແລະບັນດາພະນັກງານຫຼາຍຄົນກໍຕົກວຽກໄປຕາມກັນ. ບໍລິສັດສົ່ງອາຫານແຫ່ງນຶ່ງທີ່ໄດ້ຮັບຜົນກະທົບຈາກການລະບາດເຊັ່ນກັນ ແຕ່ກໍສາມາດຜ່ານຜ່າຄວາມຫຍຸ້ງ ຍາກມາໄດ້ເຖິງປັດຈຸບັນນີ້ ກໍຄືບໍລິສັດ Fhoodhini. ບໍລິສັດນີ້ ສ້າງຕັ້ງຂຶ້ນໂດຍ ຊາວມົ້ງລາວອາເມຣິກັນ ຊຶ່ງທ່ານກ່າວສູ່ວີໂອເອລາວຟັງ ເປັນພາສາອັງກິດວ່າ:
“ຂ້າພະເຈົ້າຊື່ວ່າ ໜຸ່ມຊ້າ ຟີລິປ ວັງ ເປັນຊາວມົ້ງອາເມຣິກັນ ພໍ່ແມ່ຂອງຂ້າພະ ເຈົ້າເປັນຊາວມົ້ງອົບພະຍົບໜີສົງຄາມຫວຽດນາມຈາກລາວໃນທ້າຍຊຸມປີ 1970 ຕອນນັ້ນເອື້ອຍຂອງຂ້າພະເຈົ້າສອງຄົນກໍຍັງເຍົາໄວຢູ່ ພາກັນໂຕນໜີເຂົ້າສູນອົບພະຍົບໃນໄທ. ເຂົ້າມາຕັ້ງຖິ່ນຖານຢູ່ໃນລັດມິນເນໂຊຕ້າ.”
ຫຼັງຈາກທີ່ຮຽນຈົບປະລິນຍາໂທຈາກມະຫາວິທະຍາໄລ ຈອຣ໌ຈທາວນ໌ ແລ້ວທ່ານຟີລິປ ຈຶ່ງເລີ້ມສ້າງຕັ້ງບໍລິສັດນີ້ ແລ້ວເຮັດແອັປສັ່ງອາຫານສຳເລັດຮູບທີ່ປຸງແຕ່ງໂດຍແມ່ຄົວຊາວອົບພະຍົບຈາກຫຼາຍປະເທດເຊັ່ນ ລາວ, ອັຟການິສຖານ, ເອທິໂອເປຍ ແລະອາຟຣິກາໃຕ້ ແລະຈັດສົ່ງໄປໃຫ້ເຖິງບ້ານ ຢູ່ໃນເຂດເມືອງໃຫຍ່ເຊັ່ນນະຄອນຫຼວງວໍຊິງຕັນດີຊີ ເບແຕັສດາຂອງລັດແມ່ຣີແລນ ແລະອາລິງຕັນຂອງລັດເວີຈີເນຍ ທີ່ຢູ່ໃນເຂດ DMV. ບໍລິສັດນີ້ ບໍ່ພຽງແຕ່ໃຫ້ການສົ່ງເສີມພວກແມ່ຄົວຊາວອົບພະຍົບດັ່ງກ່າວ ທັງຍັງສະໜອງອາຊີບສ້າງວຽກເຮັດງານທຳໃຫ້ແກ່ເຂົາເຈົ້າ ໂດຍທີ່ພວກເຂົາເຈົ້າຊື່ນຊົມໃນການຄົວກິນນຳດ້ວຍ ດັ່ງທີ່ທ່ານຟີລິປ ໄດ້ກ່າວເປັນພາສາອັງກິດດັ່ງນີ້:
“ບໍລິສັດຂອງຂ້າພະເຈົ້າເອີ້ນວ່າ ຟູດີນນີ ຂ້າພະເຈົ້າເລີ້ມຂຶ້ນໃນປີ 2016 ທີ່ພວກເຮົາເພັ່ງເລັງໃສ່ແມ່ຄົວຊາວອົບພະຍົບເພື່ອຊ່ອຍຂາຍອາຫານຂອງພວກເຂົາເຈົ້າໃຫ້ແກ່ລູກຄ້າໂດຍກົງ ດ້ວຍຫຼາຍວິທີ ໂດຍທີ່ພວກເຮົາມີເຮືອນຄົວເພື່ອໃຫ້ພວກເຂົາທັງໝົດເຂົ້າມາຄົວອາຫານທີ່ລູກຄ້າສັ່ງໄປກິນເປັນອາຫານແລງໃນແຕ່ລະຄືນ ແລ້ວນຳໄປສົ່ງໃຫ້ລູກຄ້າ.”
ໃນໄລຍະສາມປີທີ່ຜ່ານມາບໍລິສັດຂອງທ່ານຟີລິບ ກຳລັງເດີນໜ້າໄປຢ່າງສວຍສົດງົດງາມທຸລະກິດເລີ້ມດີຂຶ້ນຕາມລຳດັບ ລູກຄ້າກໍເລີ້ມມີຫຼາຍຂຶ້ນນັບມື້ ນອກນັ້ນແລ້ວຍັງມີການສະໜອງອາຫານໃຫ້ງານລ້ຽງຕ່າງໆອີກດ້ວຍ. ຕົກມາເຖິງເດືອນມີນາປີ 2020 ເມື່ອເກີດການແຜ່ລະບາດຂອງໄວຣັສໂຄໂຣນາ ທຸລະກິດຂອງທ່ານກໍໄດ້ຮັບຜົນກະທົບ ດັ່ງທີ່ທ່ານໄດ້ກ່າວວ່າຕໍ່ວີໂອເອວ່າ:
“ແມ່ນແລ້ວ ເປັນຊ່ວງເວລາທີ່ເຄັ່ງຄຽດຫຼາຍ ແລະທ້າທາຍໃນຊ່ວງການລະບາດຂອງໂຄວິດ ຊຶ່ງກ່ອນໜ້າການລະບາດພວກເຮົາມີລາຍໄດ້ສ່ວນໃຫຍ່ຈາກການຮັບສົ່ງອາຫານໃຫ້ງານກິນລ້ຽງຂອງບໍລິສັດ ແລະງານສ່ວນຕົວຕ່າງໆເຊັ່ນງານດອງແລະງານອື່ນໆ ເມື່ອໄວຣັສໂຄວິດເກີດຂຶ້ນ ທຸກການໂຮມຊຸມນຸມໄດ້ຖືກງົດ ດັ່ງນັ້ນ ງານທັງຫຼາຍທີ່ພວກເຮົາໄດ້ຮັບໄວ້ນັ້ນ ຖືກຍົກເລີກໄປ ນັບຕັ້ງແຕ່ເດືອນມີນາເປັນຕົ້ນມາ ພວກເຮົາກໍບໍ່ໄດ້ຮັບງານລ້ຽງເກີນກວ່າ 10 ຄົນເລີຍ.
ເຖິງຢ່າງນັ້ນກໍຕາມ ລູກຄ້າໃນເຂດ DMV ກໍຍັງສືບຕໍ່ສັ່ງອາຫານຈາກແອັປຟູດີນນີຢູ່ຕະຫຼອດມາເຖິງປັດຈຸບັນນີ້.