ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທິກີ ສັບຊ້ອນຕຳແໜ່ງ ເຈົ້າໜ້າທີ່ຕໍາຫຼວດ ເກືອບ 350 ຄົນ


ນາຍົກລັດຖະມົນຕີ ເທິກີ ທ່ານ Recep Tayyip Erdogan
ນາຍົກລັດຖະມົນຕີ ເທິກີ ທ່ານ Recep Tayyip Erdogan
ສື່​ມວນຊົນ​ ຂອງ​ທາງ​ການເທີກີ ກ່າວ​ວ່າ ນາຍົກລັດຖະມົນຕີ
Recep Tayyip Erdogan ​ໄດ້ສັບ​ປ່ຽນ​ໜ້າ​ທີ່ຕໍາຫລວດເກືອບ
350 ຄົນ ​ຢູ່​ທີ່​ນະຄອນຫລວງ Ankara ທ່າມກາງ​ຂ່າວ​ນອງ​ນັນ​
ກ່ຽວ​ກັບການ​ສໍ້ລາດ​ບັງ​ຫລວງ​ ທີ່​ຂະຫຍາຍ​ວົງກວ້າງ​ອອກ ຊຶ່ງ​
ພວມເປັນໄພ​ຂົ່ມ​ຂູ່​ຕໍ່ການ​ປົກຄອງ​ຂອງ​ທ່ານນັ້ນ.

ອົງການ​ຂ່າວ​ Anadolu ຂອງ​ທາງ​ການ​ເທີ​ກີກ່າວໃນ​ວັນ​ອັງຄານ
​ມື້​ນີ້ວ່າ ບັນດາເຈົ້າ​ໜ້າ​ທີ່​ຂັ້ນ​ສູງຈໍານວນ​ນຶ່ງ​ແມ່ນຮວມ​ຢູ່ໃນພວກ
ທີ່ຖືກ​ປົດອອກ​ຈາກ​ໜ້າ​ທີ່​ຂ​ອງເຂົາ​ເຈົ້າໃນ​ການ​ສັບປ່ຽນ​ຢູ່​ທີ່​ກອງ
​ບັນຊາ​ການຕໍາຫຼວດນະຄອນຫຼວງ Ankara.

ລາຍ​ງານກ່າວ​ວ່າ ການ​ສັບ​ປ່ຽນ​ໜ້າ​ທີ່​ໃໝ່ ສ່ວນ​ໃຫຍ່​ແລ້ວແມ່ນ​ມີ​ຂຶ້ນຢູ່​ໃນ​ໜ່ວຍປະຕິບັດ​ງານຕໍ່ຕ້ານການ​ກໍ່​ການ​ຮ້າຍ ຕໍ່ຕ້ານ​ການ​ລັກ​ລອບ ​ແລະ​ກອງປາບ​ປາມ​ອາ​ຊະ​ຍາກຳ.

ການ​ເຄຶ່ອນ​ໄຫວດັ່ງກ່າວ ມີ​ຂື້ນ​ໃນ​ຂະນະ​ນາຍົກລັດຖະມົນຕີ Erdogan ​ພະຍາຍາມ​ຄວບ​ຄຸມ​ຄວາມ​ເສຍ​ຫາຍ ​ຈາກການສືບສວນ ກ່ຽວ​ກັບ​ການ​ຮັບ​ເງິນ​ສິນ​ບົນ ​ແລະ​ການ​ສໍ້​ລາດ​ບັງ​ຫຼວງຂອງ​ເຈົ້າໜ້າ​ທີ່ຂັ້ນ​ສູງ ຊຶ່ງ​ທ່ານ​ກ່າວ​ວ່າ ​ເປັນແຜ​ນການ ​ທີ່​ໄດ້​ຮັບ​ການ​ໜຸນຫລັງ ​ຂອງ
​ຕ່າ​ງປະ​ເທດ ເພື່ອ​ຈະ​ທັບ​ມ້າງລັດຖະບານຂອງທ່ານ.

ການ​ສືບ​ສວນ ​ໄດ້ຈັບ​ກຸມ​ບັນດາອ​ະດີດ​ນັກ​ການ​ເມືອງ​ຂັ້ນ​ສູງ​ແລະ​ພວກ​ນັກທຸລະກິດ ​ແລະ​ພາ​ໃຫ້​ມີ​ການ​ສັບ​ຊ້ອນ​ຄະນະ​ລັດຖະບານ ​ໂດຍ​ນາຍົກລັດຖະມົນຕີ Recept Tayyip Er-
dogan ຫລັງ​ຈາກລັດຖະມົນຕີ​ສາມ​ທ່ານ​ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ ໃນ​ທ້າຍ​ເດືອນ​ແລ້ວ​ນີ້.

ທ່ານອ້າງວ່າ ການ​ກ່າວ​ຫາກ່ຽວ​ກັບ​ການ​ຮັບ​ເງິນ​ສິນ​ບົນແມ່ນ​ມີ​ຂຶ້ນ​ໂດຍ​ກຸ່ມ​ນັກສອນ​ສາສະ ໜາ​ອິສລາມ ທ່ານ Fethullah Gulen ທີ່​ມີ​ຫ້​ອງການ​ຢູ່​ໃນສະຫະລັດ ຊຶ່ງ​ເປັນ​ຜູ້​ທີ່​ມີ​ສະມາ ຊິກ​ທີ່​ເຫຼື້ອມຢູ່​ໃນ​ພະ​ແນ​ກການ​ຕ່າງໆ​ ຂອງກົມ​ຕໍາຫຼວດ ​ແລະ​ສານ​ເທີ​ກີນັ້ນ.
XS
SM
MD
LG