ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າມກາງທີ່ເກີດຄວາມກຽດຊັງ ຕໍ່ຊາວເອເຊຍ ແຕ່ທ່ານຄຳພັນ ຍັງອາສາສະໝັກ ໃຫ້ການຊ່ວຍເຫືຼອຕໍ່ທຸກຜິວພັນ


ທ່ານຄຳພັນ ປຣະເສີດ (ຂວາສຸດ) ມອບອາຫານ ແລະສິ່ງຂອງໃຫ້ແກ່ຄອບຄົວທີ່ຖືກເຄາະຮ້າຍ ໄຟໄໝ້ເຮືອນ.
ທ່ານຄຳພັນ ປຣະເສີດ (ຂວາສຸດ) ມອບອາຫານ ແລະສິ່ງຂອງໃຫ້ແກ່ຄອບຄົວທີ່ຖືກເຄາະຮ້າຍ ໄຟໄໝ້ເຮືອນ.

ທ່າມກາງການລະບາດໂຄວິດ-19 ທີ່ເປັນສາເຫດໃຫ້ເກີດຄວາມກຽດຊັງ ແລະທຳຮ້າຍຮ່າງກາຍຄົນເອເຊຍ ຢູ່ຫຼາຍແຫ່ງ ໃນສະຫະລັດ. ແຕ່ວ່າຢູ່ໃນເມືອງ ວອລເດຣີນ (Waldron) ລັດອາແຄນຊໍ (Arkansas) ຕັ້ງຢູ່ທາງພາກກາງຂ້ອນໄປທາງທິດຕາເວັນຕົກຂອງສະຫະລັດ ທ່ານຄຳພັນ ປຣະເສີດ ຄົນອາ- ເມຣິກັນ ເຊື້ອສາຍລາວທີ່ຮູ້ກັນດີໃນເຂດນີ້ ຍັງບໍ່ລົດລະອາສາສະໝັກຣັບໃຊ້ ສັງຄົມມາໂດຍທົ່ວໄປເປັນເວລາ 14 ປີ ແລ້ວ ໂດຍໃຫ້ການຊ່ວຍເຫຼຶອ ແກ່ ເພື່ອນມະນຸດດ້ວຍກັນ ບໍ່ວ່າຈະເປັນຜິວພັນເຊື້ອຊາດໃດກໍຕາມ. ເມື່ອໄວໆມານີ້ ທ່ານຄຳພັນ ໄດ້ໃຫ້ການຊ່ວຍເຫຼືອແກ່ຊາວອາເມຣິກັນສີ່ຄອບຄົວ ທີ່ຖືກໄຟໄໝ້ເຮືອນເກີດຈາກການໃຊ້ອາຍຮ້ອນ ເພື່ອຄວາມອົບອຸ່ນ. ສິ່ງຂອງທີ່ທ່ານຄຳພັນ ໄດ້ມອບໃຫ້ຜູ້ເຄາະຮ້າຍຄັ້ງນີ້ ມີເງິນສົດ 100 ໂດລາສຳ ລັບແຕ່ລະຄອບຄົວ ອາຫານ ນໍ້າແລະເຄຶ່ອງໃຊ້ຂອງເດັກນ້ອຍນັກຮຽນທີ່ເປັນ ຜູ້ເຄາະຮ້າຍ. ທ່ານຄຳພັນ ໄດ້ກ່າວຕໍ່
ວີໂອເອ ວ່າ ການຊ່ວຍແກ່ສີ່ຄອບຄົວມີດັ່ງນີ້:

ລິງໂດຍກົງ

ທ່ານຄຳພັນ ບໍ່ໄດ້ລົດລະໃນການເອົາບົດບາດຢ່າງໜ້າສັນລະເສີນ ມີນໍ້າໃຈເອື້ອ ເຟື້ອເພື່ອແຜ່ແກ່ເພື່ອນມະນຸດດ້ວຍກັນບໍ່ວ່າທາງດ້ານເຮື່ອແຮງແລະປັດໄຈ ໂດຍ ການອາສາສະໝັກຊ່ວຍສັງຄົມ ໂດຍທົ່ວໄປຢູ່ໃນຂົງເຂດແຫ່ງນີ້ຈົນເຮັດໃຫ້ທ່ານຄຳພັນ ໄດ້ຮັບໃບຍ້ອງຍໍສັນລະເສີນ ຈາກທາງການຢ່າງນັບບໍ່ຖ້ວນ.

XS
SM
MD
LG