ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ເມ​ຊອນຟ້ອງ ​ກ.ຊ. ປ້ອງກັນ ປະ​ເທດ​ ສ​ຫ​ລ ​ເລື້ອງ​ເອົາການ​ຮັບ​ເໝົາມູນ​ຄ່າ 10 ຕື້​ໂດ​ລາ ໃຫ້ ​​ໄມ​ໂຄ​ຣ​ຊັອ​ຟ


ພາບ​ຖ່າຍ​ໃນ​ວັນ​ທີ 19 ກັນ​ຍາ, 2017 ສະ​ແດງ​ໃຫ້​ເຫັນ ປ. ທ​ຣຳ (ຊ້າຍ), ທ່ານ Satya Nadella, ຫົວ​ໜ້າຜູ້​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ Microsoft (ກາງ), ພາ​ກັນ​ຟັງທ່ານ Jeff Bezos, ຫົວ​ໜ້າ​ຜູ້​ລິຫານຂອງບໍ​ລິ​ສັດອາ​ເມ​ຊອນ ເວົ້າ ຢູ່ກອງ​ປະ​ຊຸມ​ໂຕະ​ມົນ ຂອງ​ສະ​ພາ​​ດ້ານ​ເທັກ​ໂນ​ໂລ​ຈີຂອງ​ອາ​ເມ​ຣິ​ກາ
ພາບ​ຖ່າຍ​ໃນ​ວັນ​ທີ 19 ກັນ​ຍາ, 2017 ສະ​ແດງ​ໃຫ້​ເຫັນ ປ. ທ​ຣຳ (ຊ້າຍ), ທ່ານ Satya Nadella, ຫົວ​ໜ້າຜູ້​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ Microsoft (ກາງ), ພາ​ກັນ​ຟັງທ່ານ Jeff Bezos, ຫົວ​ໜ້າ​ຜູ້​ລິຫານຂອງບໍ​ລິ​ສັດອາ​ເມ​ຊອນ ເວົ້າ ຢູ່ກອງ​ປະ​ຊຸມ​ໂຕະ​ມົນ ຂອງ​ສະ​ພາ​​ດ້ານ​ເທັກ​ໂນ​ໂລ​ຈີຂອງ​ອາ​ເມ​ຣິ​ກາ

ບໍ​ລິ​ສັດອາ​ເມ​ຊອນ (Amazon) ໄດ້​ຍື່ນຟ້ອງຕໍ່​ກະ​ຊວງ​ປ້ອງກັນປະ​ເທດ​ຂອງສະ​ຫະ​ລັດ.

ການ​ຟ້ອງ​ຮ້ອງ​ດັ່ງ​ກ່າວ​ໄດ້​ຖືກ​ຍື່ນ​ຢູ່​ໃນ​ສານ​ລັດ​ຖະ​ບານ​ກາງ​ຂອງ​ສະ​ຫະ​ລັດ​ແຫ່ງ​ນຶ່ງ ຊຶ່ງ​ໄດ້​ຄັດ​ຄ້ານ​ຕໍ່​ການ​ຕັດ​ສິນ​ໃຈ​ຂອງກະ​ຊວງ​ປ້ອງກັນປະ​ເທດທີ່​ໃຫ້​ບໍ​ລິ​ສັດ ໄມ​ໂຄ​ຣ​ຊັອ​ຟ (Microsoft) ຊະ​ນະ​ການ​ປະ​ມູນຮັບ​ເໝົາ​ດ້ານ​ຄອມ​ພີວ​ເຕີທີ່​ມີ​ມູນ​ຄ່າ 10 ຕື້​ໂດ​ລາ.

ບໍ​ລິ​ສັດອາ​ເມ​ຊອນ (Amazon) ໄດ້​ຄາດ​ການ​ໄວ້ຢ່າງກວ້າງ​ຂວາງວ່າຈະໄດ້ຮັບ ການ​ຮັບ​ເໝົາໂຄງ​ການສ້າງ​ພື້ນ​ຖານ​ໂຄ​ງ​ຫລ່າງ ຄັງ​ສະ​ສົມ​ຂໍ້​ມູນ​ໃນ​ອິນ​ເຕີ ຫລື​ ຄ​ລາວຮ່ວມ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທ​ດ​ກັບ​ທຸ​ລະ​ກິດ ຫລື JEDI ເພື່ອ​ເຮັດ​ໃຫ້​ການ​ໃຊ້​ບໍ​ລິ​ການ​ທາງ​ດີ​ຈິ​ຕອ​ລ​ຂອງ​ທຳ​ນຽບ​ຫ້າ​ແຈ​ທັນ​ສະ​ໄໝ​ຂຶ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ, ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ໄດ້ຕັ້ງຄຳ​ຖາມ​ອອກ​ມາ​ຢ່າງ​ເປີດ​ເຜີຍ​ວ່າ ບໍ​ລິ​ສັດອາ​ເມ​ຊອນ (Amazon) ຄວນ​ໄດ້​ຮັບ​ການ​ຮັບ​ເໝົາ​ນັ້ນ ​ຫລືບໍ່.

ທ່ານ ແຈັ​ຟ ເບ​ໂຊສ໌ (Jeff Bezos) ແມ່ນ​ຫົວ​ໜ້າ​ຜູ້​ລິຫານ ຫລື CEO ຂອງ ບໍ​ລິ​ສັດອາ​ເມ​ຊອນ (Amazon). ທ່ານ​ຍັງ​ເປັນ​ເຈົ້າ​ຂອງ​ໜັງ​ສື​ພິມວໍ​ຊິງ​ຕັນໂພສ​ທ໌ (Washington Post) ຊຶ່ງ​ໄດ້​ຕຳ​ໜິ​ທ່ານທ​ຣຳ ແລະຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ.

ທ່ານ ທ​ຣຳ​ໄດ້​ເອີ້ນ​ໜັງ​ສື​ພິມ ​ວໍ​ຊິງ​ຕັນໂພ​ສທ໌ (Post) ​ວ່າ​ເປັນ​ສ່ວນ​ນຶ່ງ​ຂອງ “ອົງ​ການຂ່າວທີ່ຂີ້​ຕົວະ” ຫລື "fake news media."

​ໃນ​ອາ​ທິດ​ແລ້ວນີ້, ທ່ານ ມາກ​ຄ໌ ແອັ​ສ​ເພີ (Mark Esper), ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເວົ້າ​ວ່າ ການ​ຮັບ​ເໝົາ​ດັ່ງ​ກ່າວ​ໄດ້​ຖືກ​ຕັດ​ສິນຢ່າງ​ມີ​ຄວາມ​ຍຸ​ຕິ​ທຳ ແລະ​ບໍ່​ມີ​ຄວາມ​ລຳ​ອຽງ​ໃດໆ ພາຍຫລັງທີ່ບໍ​ລິ​ສັດອາ​ເມ​ຊອນ (Amazon) ໄດ້​ປະ​ກາດ​ເຈດ​ຈຳ​ນົງ​ຂອງ​ຕົນອອກ​ມາ​ວ່າ​ຈະ​ແຂ່ງ​ຂັນ​ກັບ​ບໍ​ລິ​ສັດ​ໄມ​ໂຄ​ຣ​ຊັອ​ຟ (Microsoft) ເພື່ອ​ໃຫ້​ໄດ້​ຮັບ​ການ​ຮັບ​ເໝົາ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG