ມື້ນີ້ແມ່ນວັນອາທິດ ຊຸບເປີ ໂບລ (Super Bowl), ເປັນວັນຂອງການຊິງຊະນະເລີດ
ລະດັບຊາດສຳລັບກິລາ ອາເມຣິກັນ ຟຸດບອລ. ປີນີ້ທີມ ນິວ ອິງແລນ ແພດທຣີອັອດສ໌
ຈະແຂ່ງກັບທີມ ລອສ ແອນເຈີລິສ ແຣມສ໌ ໃນນະຄອນ ແອັດແລນຕາ ສຳລັບຂັນ ວິນສ໌
ລອມບາດີ ຂອງຫຼີກເຕະບານແຫ່ງຊາດ ຫຼື NFL.
ຄັ້ງນີ້ຈະເປັນເທື່ອທີ 11 ທີ່ທີມ ແພັດທຣີອັອດສ໌ ລົງແຂ່ງຂັນໃນ ຊຸບເປີ ໂບລ, ແລະ
ເປັນປີທີສາມລຽນຕິດ ທີ່ເຂົາເຈົ້າໄດ້ເຂົ້າຊິງແຊັມ. ເປີກາຍນີ້ເຂົາເຈົ້າໄດ້ເສຍໃຫ້ທີມ
ຟິລາແດລເຟຍ ອີເກິລສ໌.
ມັນເປັນການແຂ່ງຂັນຄັ້ງທີ 4 ສຳລັບທີມ ແຣມສ໌, ຜູ້ທີ່ໄດ້ແຂ່ງຂັນໃນ ຊຸບເປີ ໂບລ ຄັ້ງ
ຫຼ້າສຸດແມ່ນໃນປີ 2002 ເມື່ອເຂົາເຈົ້າໄດ້ເສຍໃຫ້ທີມ ແພັດທຣີອັອດສ໌. ເວລານັ້ນທີມ
ແຣມສ໌ ແມ່ນຕັ້ງຢູ່ໃນນະຄອນ ເຊັ້ນ ຫຼຸ່ຍສ໌, ລັດ ມິສຊູຣີ.
ການແຂ່ງຂັນ ຊຸບເປີ ໂບລ ແມ່ນງານທີ່ມີການເບິ່ງຢູ່ໂທລະພາບຫຼາຍທີ່ສຸດໃນແຕ່ລະປີ,
ໃນຂະນະທີ່ຊາວ ອາເມຣິກັນ ຫຼາຍຄົນໄດ້ຈັດ ຫຼື ເຂົ້າຮ່ວມງານປາຕີ້ຕ່າງໆ ເພື່ອເບິ່ງ
ການແຂ່ງຂັນດັ່ງກ່າວ. ສຳລັບຫຼາຍຄົນ, ລາຍການໂຄສະນາທີ່ສະແດງໃນລະຫວ່າງ
ການພັກການແຂ່ງຂັນນັ້ນແມ່ນໄດ້ຮັບຄວາມສົນໃຈຫຼາຍກວ່າການແຂ່ງຂັນເອງ. ຫຼາຍ
ບໍລິສັດໄດ້ສາຍໂຄສະນາໂທລະພາບໃໝ່ຂອງເຂົາເຈົ້າທີ່ຜະລິດຂຶ້ນສຳລັບການແຂ່ງ
ຂັນທີ່ໃຫຍ່ນີໂດຍສະເພາະ, ແລະ ເຂົາເຈົ້າໄດ້ຈ່າຍເງິນຈຳນວນຫຼາຍ ເພື່ອໃຫ້ໂຄສະ
ນາທີ່ວ່ານັ້ນອອກມາສູ່ສາຍຕາຜູ້ຊົມ. ປີນີ້ໂຄສະນາຍາວ 30 ວິນາທີມີລາຄາສູງກວ່າ 5
ລ້ານໂດລາ, ອີງຕາມວາລະສານ AdWeek.
ການສະແດງເຄິ່ງເວລາ ຍັງເປັນຈຸດດຶງດູດທີ່ສຳຄັນສຳລັບປະຊາຊົນຫຼາຍຄົນ. ປີນີ້
NFL ໄດ້ພົບຄວາມຫຍຸ້ງຍາກບາງຢ່າງໃນການຊອກຫານັກສະແດງທີ່ໂດ່ງດັງສຳລັບ
ການສະແດງດັ່ງກ່າວນັ້ນ. ນັກສະແດງຫຼາຍຄົນລວມທັງທ້າວ Jay-Z, ນາງ ຄາດີ ບີ
ແລະ ຣີອານາ, ໄດ້ປະຕິເສດຂໍ້ສະເໜີຂອງຫຼີກດັ່ງກ່າວ ເພື່ອປາກົດຕົວໃນງານດັ່ງກັບ
ການສະແດງຄວາມສາມັກຄີກັບທ້າວ ໂຄລິນ ແຄັບເປີນິກ. ທ້າວ ແຄັບເປີນິກ ແມ່ນ
ນັກກິລາຜິວດຳ ຜູ້ທີ່ໄດ້ກ່າວຫາ NFL ກ່ຽວກັບ ການລວມຫົວກັບທີມຕ່າງໆຈາກການ
ເຊັນລາວມານັກກິລາ ຍ້ອນການປະທ້ວງຂອງລາວ ກ່ຽວກັບ ການແບ່ງແຍກສີຜິວ
ແລະ ຄວາມໂຫດຫ້ຽມຂອງຕຳຫຼວດ ໃນລະຫວ່າງການເຄົາລົບທຸງຊາດກ່ອນການ
ແຂ່ງຂັນ.
ນັກຮ້ອງເພງແຣັບ ທ້າວ ທຣາວິສ ສກັອດ ແລະ ບິກ ບອຍ (Big Boy), ພ້ອມກັບກຸ່ມ
ນັກດົນຕີເພງປັອບ Maroon 5, ໃນທີ່ສຸດໄດ້ເຊັນເພື່ອທຳການສະແດງ, ແຕ່ທ້າວ
ສກັອດ ແລະ ວົງ Maroon 5 ໄດ້ຕົກລົງທີ່ຈະປາກົດຕົວ ຫຼັງຈາກຫຼີກດັ່ງກ່າວ ໄດ້ຕົກ
ລົງທີ່ຈະທຳການປະກອບສ່ວນກັບອົງການ ການກຸສົນຕ່າງໆ.