ຜູ້ພິພາກສາລັດຖະບານກາງສະຫະລັດ ໄດ້ຍົກເລີກຂໍ້ຮຽກຮ້ອງໃຫ້ໃສ່ໜ້າກາກໃນລົດເມ, ລົດໄຟ, ເຮືອບິນ ແລະການຂົນສົ່ງສາທາລະນະອື່ນໆໃນວັນຈັນທີ່ຜ່ານມາ. ເຮັດໃຫ້ປະຊາຊົນມີຄວາມສັບສົນ.
ຜູ້ພິພາກສາ ສະຫະລັດ ທ່ານນາງ ແຄເທີຣິນ ຄິມບອລ ມີແຊລ ໄດ້ກ່າວວ່າຂໍ້ບັງຄັບໃສ່ໜ້າກາກແມ່ນບໍ່ຖືກກົດໝາຍ ເພາະວ່າມັນເກີນຂອບອຳນາດກົດໝາຍຂອງສູນກາງ ເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ສະຫະລັດ, ອີງຕາມໂທລະພາບ CNN.
ແນວໃດກໍຕາມ, ປະຊາຊົນແມ່ນຈະເປັນຜູ້ຕັດສິນໃຈເອງວ່າຈະໃສ່ໜ້າກາກຫຼືບໍ່. ໃນນັ້ນ ທ້າວ ເຈມສ໌ ລູກຊາຍຄົນລາວຢູ່ເມືອງລອງໄອແລນ ລັດນິວຢອກ ໄດ້ກ່າວຕໍ່ພວກເຮົາວ່າ “ຂ້າພະເຈົ້າຍັງຈະໃສ່ໜ້າກາກຄືເກົ່າ, ທຸກມື້, ທຸກບ່ອນທີ່ຂ້າພະເຈົ້າໄປ. ເພາະວ່າໂຄວິດ ມັນຍັງບໍ່ໄດ້ໝົດເທື່ອ. ໃຜບໍ່ຢາກໃສ່ກະແລ້ວແຕ່, ແຕ່ຂ້າພະເຈົ້າບໍ່ຢາກເປັນໄຂ້. ຂັ້ນເທິງເພິ່ນຕັດສິນຈັ່ງໃດກະປະຕິບັດຕາມນັ້ນ, ປະຊາຊົນແມ່ນ ມີເສລີພາບທີ່ຈະຕັດສິນໃຈ.”
ລັດຖະບານທ່ານໄບເດັນໄດ້ກ່າວວ່າເຂົາເຈົ້າຈະຂໍອຸທອນການຕັດສິນຍົກເລີກການໃສ່ໜ້າກາກດັ່ງກ່າວສຳລັບນັກເດີນທາງ ແລະ ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນພະຍາດ ແມ່ນຍັງຄົງແນະນຳໃຫ້ໃສໜ້າກາກ ໃນການເດີນທາງສາທາລະນະ ເພາະວ່າປັດຈຸບັນນີ້ການລະບາດຂອງ ໂຄວິດ-19 ຍັງລະບາດຢູ່.