ຊາວອາເມຣິກັນ 3 ຄົນ ທີ່ຫາກໍໄດ້ຮັບການປ່ອຍໂຕຈາກການກັກຂັງຂອງຣັດເຊຍ ໄດ້ກັບຄືນມາຢູ່ຮ່ວມກັບຄອບຄົວຂອງພວກເຂົາເຈົ້າອີກຄັ້ງ ໃນຊ່ວງຕອນຄໍ່າຂອງວັນພະຫັດວານນີ້ ຢູ່ທີ່ຖານທັບຮ່ວມ ແອນດຣູສ໌ (Andrews) ນອກນະຄອນຫຼວງ ວໍຊິງຕັນ.
ອະດີດທະຫານນາວິກະໂຍທິນ ສະຫະລັດ ທ່ານ ພອລ ວີແລນ (Paul Whelan) ແລະນັກຂ່າວອາເມຣິກັນ ທ່ານນາງ ອັລຊູ ຄູມາເຊວາ (Alsu Kurmasheva) ແລະ ທ່ານ ເອແວນ ເກີສໂກວິຈ (Evan Gershkovich) ໄດ້ພົບກັບການຮ້ອງໂຮຊົມເຊີຍ ໃນຂະນະທີ່ພວກເຂົາລົງມາຈາກເຮືອບິນ ທີ່ພາພວກເຂົາກັບຄືນມາສູ່ດິນແດນຂອງ ສະຫະລັດ. ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະຮອງປະທານາທິບໍດີ ຄາມາລາ ແຮຣີສ ໄດ້ທັກທາຍບັນດາຊາວອາເມຣິກັນ ທີ່ໄດ້ຮັບການປ່ອຍໂຕ ດ້ວຍການໂອບກອດ.
"ມັນຮູ້ສຶກດີຫຼາຍ, ມັນເປັນການຄອງຄອຍທີ່ຍາວນານ," ທ່ານ ໄບເດັນ ກ່າວຕໍ່ບັນ ດານັກຂ່າວທີ່ມາເຕົ້າໂຮມກັນຢູ່ທີ່ຖານທັບອາກາດ ແລະກ່າວຕື່ມວ່າ "ບັນດາພັນທະ ມິດໄດ້ສ້າງຄວາມແຕກຕ່າງ. ພວກເຂົາໄດ້ດຳເນີນການຢ່າງບໍ່ລັງເລໃຈ ແລະເອົາ ໂອກາດນັ້ນເພື່ອພວກເຮົາ."
ຂໍ້ຕົກລົງນັກໂທດຄັ້ງປະຫວັດສາດ ໄດ້ເຮັດໃຫ້ສະຫະລັດ ແລະ ບັນດາປະເທດພັນທະມິດ ຮັບປະກັນການປ່ອຍຕົວນັກໂທດການເມືອງ 16 ຄົນໃນວັນພະຫັດວານນີ້, ເຊິ່ງລວມມີຊາວອາເມຣິກັນ 3 ຄົນ ແລະ ທ່່ານ ວລາດີມີ ຄາຣາ-ມູຊາ (Vladimir Kara-Murza) ນັກຂຽນຂ່າວຜູ້ທີ່ຖືບັດຂຽວ ຫຼື ຜູ້ອາໄສຢູ່ໃນປະເທດຖາວອນ ແລະ ເປັນຜູ້ທີ່ໄດ້ຮັບລາງວັນ Pulitzer, ເຊິ່ງມີກຳນົດຈະເດີນທາງກັບຄືນມາ ສະຫະລັດ ແຍກຕ່າງຫາກ.
ຂໍ້ຕົກລົງດັ່ງກ່າວຍັງໄດ້ຮັບປະກັນການປ່ອຍຕົວຊາວ ເຢຍຣະມັນ ແລະນັກໂທດ ການເມືອງຊາວຣັດເຊຍ ໄດ້ສຳເລັດ ເຊິ່ງລວມມີທ່ານ ດີເທີ ໂວໂຣນິນ (Dieter Voronin), ທ່ານ ເຄວິນ ລິກ (Kevin Lick), ທ່ານ ຣິໂກ້ ຄຣີເຈີ (Rico Krieger), ທ່ານ ແພັທທຣິກ ໂຊເບລ (Patrick Schoebel), ທ່ານ ເຮີແມນ ມອຍເຊັສ (Herman Moyzhes), ທ່ານ ອິລຢາ ຢາຊິນ (Ilya Yashin), ທ່ານນາງ ລິລິຢາ ຊານີເຊວາ (Liliya Chanysheva), ທ່ານນາງ ຊີເນຍ ຟາເດເຢວາ (Kseniya Fadeyeva), ທ່ານ ວາດິມ ອັອສຕານິນ (Vadim Ostanin), ທ່ານ ອັງເດຣ ພິໂວວາຣັອຟ (Andrey Pivovarov), ທ່ານ ໂອເລັກ ອໍລັອຟ (Oleg Orlov) ແລະ ທ່ານ ຊາຊາ ສໂກຄິເລັນໂກ (Sasha Skochilenko).
ໃນການແລກປ່ຽນນັ້ນ ຣັດເຊຍ ກໍໄດ້ຮັບນັກໂທດ 8 ບຸກຄົນ.
ນີ້ ຖືເປັນການແລກປ່ຽນນັກໂທດຄັ້ງໃຫຍ່ທີ່ສຸດ ລະຫວ່າງສະຫະລັດ ແລະຣັດເຊຍ ນັບແຕ່ສົງຄາມເຢັນເປັນຕົ້ນມາ.
ຟໍຣັມສະແດງຄວາມຄິດເຫັນ