ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອ​ບາ​ມາ ມອບຫຼຽນ​ຕາ​ຄຳ​ຊອບ ກຽດຕິຍົດ ພົນລະ​ເຮືອນ​ສູງ​ສຸດ ໃຫ້ ຊາວອາເມຣິກັນ 19 ຄົນ


Rights Advocates, Pioneers Honored by Presidential Medals
please wait

No media source currently available

0:00 0:02:40 0:00

ປະທານາທິບໍດີ​ສະຫະ​ລັດທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ມອບຫຼຽນ
​ຕາ​ຄຳ​ຊອບກຽດຕິຍົດພົນລະ​ເຮືອນ​ທີ່​ສູງ​ສຸດ ທີ່​ເອີ້ນ​ວ່າ ຫລຽນ
ໄຊອິດສະຫຼະພາບ ປະທານາທິບໍດີ ຫຼື “Presidential Medal
of Freedom” ​ໃຫ້​ແກ່​ຊາວ​ອ​າ​ເມຣິກັນ 19 ທ່ານຮວມທັງບັນດາ
​ສິນລະປິນ ພວກນັກເຄື່ອນໄຫວ ​ແລະ​ພວກ​ລັດຖະກອນ.

ກ່ອນ​ການ​ມອບ​ລາງ​ວັນ​ກຽດຕິ​ຍົດ​ ໃນ​ວັນ​ຈັນ​ວານ​ນີ້ ​ທີ່ທຳ
ນຽບຂາວທ່ານ​ປະທານາທິບໍດີໄດ້​ກ່າວ​ວ່າ ຫຼຽນ​ດັ່ງກ່າວ​ນີ້
​ແມ່ນ​ສະຫງວນໄວ້ໃຫ້ແກ່​ບັນດາ​ຜູ້​ຄົນ​ທີ່​ໄດ້ປະກອບສ່ວນ
​ເຂົ້າ​ນຳ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ໂລກ ຫຼື​ບໍ່​ ກໍກ່ຽວ​ກັບ
​ການ​ຮັກສາ​ຮີດ​ຄອງປະ​ເພນີ ວັດທະນະທຳ​ໃຫ້​ຍືນ​ຍົງ
ຕະຫຼອດ​ການ.

ປະທານາທິບໍດີໂອບາ ເວົ້າວ່າ:“ປີ​ລະ​ເທື່ອ, ​ເມື່ອ​ເຮົາ​ຈັດ​ພິທີ​
ມອບ​ອັນ​ສຳຄັນ​ນີ້​ຂຶ້ນ ​ເພື່ອ​ສະ​ເຫຼີ​ມສະຫຼອງ ພວກ​ທີ່​ໄດ້​ເຮັດ
ໃຫ້ສະຫະລັດ​ມີຄວາມ​ເຂັ້ມ​ແຂງ​ຂຶ້ນ ​ແລະ ມີ​ວິ​ໄສ​ທັດ​ທີ່
​ກ້ວາງ​ໄກ​ອອກ​ໄປ​ຕື່ມ ​ແລະ​ມີ​ຄວາມ​ເປັນ​ມະນຸດສະທຳ​ຂຶ້ນ
ສວຍງາມ​ຂຶ້ນ ດ້ວຍຫລຽນໄຊກຽດຕິຍົດພົນລະ​ເຮືອນ​ສູງ​ສຸດນີ້.”

ບັນດາຜູ້ທີ່ໄດ້ຮັບຫຼຽນກຽດຕິຍົດພົນລະເຮືອນທີ່ສູງສຸດ ທີ່ທຳນຽບຂາວ
ບັນດາຜູ້ທີ່ໄດ້ຮັບຫຼຽນກຽດຕິຍົດພົນລະເຮືອນທີ່ສູງສຸດ ທີ່ທຳນຽບຂາວ

ພະນັກງານ​ດ້ານ​ສິດທິພົນລະເມືອງ 3 ທ່ານ​ຂອງສະຫະລັດ ທີ່​ຖືກ​ສັງຫານ​ໂດຍ​ສະມາຊິກ​ຂອງ​ກຸ່ມຊາວຜິວຂາວຈຳແນກຜິວພັນຫຼື White Supremacist ເມື່ອ 50 ປີ​ກ່ອນນັ້ນ​ ແມ່ນໄດ້ຮັບລາງວັນກຽດຕິຍົດດັ່ງກ່າວ. ປະທານາທິບໍດີ​ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ທ່ານ James Chaney, Andrew Goodman ​ແລະ Michael Schwerner ຊຶ່ງ​ເກືອບ​ວ່າ​ທຸກ​ຄັ້ງ ​ຈະ​ຖືກ​ຈົດ​ຈຳ​ໃນ​ການທີ່​ຖື​ກສັງຫານ​ດ້ວຍວິທີປ່າ​ເຖື່ອນ​ນັ້ນ ແຕ່​ທ່ານ​ໄດ້​ກ່າວວ່າ ປະຈຸ​ບັນ​ນີ້ ພວກເພິ່ນ​ທັງຫຼາຍ ນັ້ນ​ຈະໄດ້​ຖືກ​ຈົດ​ຈຳ ເຖິງວິ​ຖີຊີວິດ​ຂອງ​ພວກ​ເພິ່ນ ​ເພື່ອ​ເປັນ​ອຸທາ​ຫອນແລະ​ຄວາມ​ກ້າຫານ​ຊານ​ໄຊ​ສຳລັບ​ພວກ​ຄົນ​ລຸ້ນ​ໃໝ່.

​ ປະທານາທິບໍດີເວົ້າວ່າ ​ທ່ານ James, Andrew ແລະ Michael ບໍ່​ສາມາ​ດ ຊາບ​ເຖິງຜົນ​ດີ ທີ່​ພວກ​ທ່ານໄດ້ກະທຳໄປ ຕໍ່​ຂະບວນການເຄື່ອນ​ໄຫວຕໍ່ສູ້​ສິດທິ​ພົນລະ​ເຮືອນ ຫຼືຕໍ່​ພວກ​ຄົນ​ລຸ້ນ​ໄໝ່ ຕໍ່ໆ​ໄປ.

ການ​ຕາຍ​ຂອງ​ພວກ​ນັກ​ເຄື່ອນ​ໄຫວ ທີ່​ວ່າ​ນີ້ ​ໄດ້​ນຳ​ໄປ​ສູ່ ການລົງໂທດຄັ້ງທຳ ອິດຂອງລັດຖະບານກາງ ​ໃນ​ຄະດີ​ສິດທິພົນລະ​ເຮືອນ​ໃນ​ລັດ Mississippi.

XS
SM
MD
LG