ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີມ Patriots ຊະນະທີມ Seahawks ໃນການຊີງ Super Bowl


ທ້າວ Tom Brady (12) ຜູ້ແກວ່ງບານ ຫຼື quarterback ທີມ Patriots ແຂ່ງກັບ ທີມSeattle Seahawks ໃນຊ່ວງທຳອິດ ໃນການຊີງ Super Bowl ວັນທີ 1 ກຸມພາ 2015 ທີ່ເມືອງ Glendale ລັດ Arizona.
ທ້າວ Tom Brady (12) ຜູ້ແກວ່ງບານ ຫຼື quarterback ທີມ Patriots ແຂ່ງກັບ ທີມSeattle Seahawks ໃນຊ່ວງທຳອິດ ໃນການຊີງ Super Bowl ວັນທີ 1 ກຸມພາ 2015 ທີ່ເມືອງ Glendale ລັດ Arizona.

ຜົນ​ການ​ແຂ່ງຂັນ​ ຊິີງ​ຊະນະ​ເລີດ ຟຸດ​ບອລອາ​ເມຣິກັນ​ ທີ​ມ New England Patriots ຊະນະ​ທີ​ມ Seattle Seahawks ດ້ວຍ ຄະ​ແນນ 28 ຕໍ່ 24 ​ແຕ້ມ​ ໃນ​ການ​ແຂ່ງຂັນແຊັມ Super Bowl ທີ່​ຕື່ນ​ເຕັ້ນ​ເພາະ​ຄະ​ແນນ​ສູ​ສີ​ກັນ​ທີ່​ສຸດ ຂອງ​ສະມາຄົມ​ກີລາ football ​ແຫ່ງ​ຊາດສະຫະລັດ ທີ່​ລັດ Arizona ​ທາງ​ພາກ​ຕາເວັນ​ຕົກ ສຽງ​ໃຕ້​ ໃນ​ແລງ​ວັນ​ອາທິດວານ​ນີ້ ​ຊຶ່ງເປັນ​ເທື່ອ​ທີ 4 ຂອງ​ທີ​ມດັ່ງ ​ໃນ​ຮອບ 14 ປີຜ່ານມາ.

ທີ​ມ Patriots ​ມີ​ຄະ​ແນນ​ນຳ​ຫລັງໃນ quarter ທີ 4 ແຕ່ Tom
Brady ຜູ້​ແກວ່ງບານ ຫລື quarterback ຂອງ​ທີ​ມ ແກ່ວ​ງບານ
​ໄປ​ touchdown 2 ຄັ້ງ ​ຊຶ່ງ​ພາ​ໃຫ້​ທີ​ມ Patriots ມີຄະແນນ​ນຳ​
ໜ້າ ​ໃນ​ຕອນ​ທີ່​ຍັງ​ເຫລືອ​ເວລາ​ຫລິ້ນ ​ພຽງ​ແຕ່ 2 ນາທີ​ເທົ່າ​ນັ້ນ. ຕໍ່​ມາ​ Russell Wilson ຜູ້ແກວ່ງ​ບານ​ທີ​ມ Seahawks ນຳພາ​ທີ​ມຂອງ​ລາວ ບຸກ​ເລິກ​ເຂົ້າ​ໄປ​ໃນ​ເຂດ​ຂອງທີ​ມ Patriots ​ໂດຍ​ການ​ແກ່ວ​ງບານ 33 yards ຫລື​ເກືອບ 30 ​ແມັດ ໄປ​ໃຫ້​ເພື່ອນ​ຮ່ວມທີ​ມ
ຮັບ​ໄດ້ ໃນ​ຂະນະ​ທີ່ຍັງ​ເຫຼືອ​ເວລາ ​ພຽງ​ບໍ່​ເທົ່າ​ໃດ​ວິນາທີ. ທີ​ມ Seahawks ສາມາດ​ນຳ​ບານ ​ເຂົ້າ​ໄປໃກ້ເສັ້ນ goal ຍັງ​ເຫ​ລືອ​ບໍ່​ຮອດ 1 ​ແມັດ ແຕ່​ບານ​ທີ່ Wilson ​ແກ່​ວງ​ເຂົ້າ
​ໄປ​ໃຫ້​ໝູ່​ຮັບ​ໃນ​ເຂດ goal ຖືກ Malcohm Butler ​ຂາ​ປ້ອງ​ກັນ​ທີ່​ເປັນ​ນັກ​ຫຼິ້ນປີ​ທຳອິດ
​ຂອງ​ທີ​ມ Patriots ສະກັດ​ກັ້ນ​ແລະ​ຍາດຮັບ​ເອົາກ່ອນ ຫລື intercept ຊຶ່ງເຮັດ​ໃຫ້​ທີ​ມ
Patriots ຊະນະ Super Bowl ​ຢ່າງເປັນປະຫວັດ​ສາດ. ​

Quarterback ຂອງ​ທີ​ມ Tom Brady ​ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ນັກກີລາ​ທີ່​ມີ​ຄຸນຄ່າທີ່​ສຸດ ເປັນ​ເທື່ອ​ທີ​ສາມ​ໃນ​ອາຊີບ​ຫຼິ້ນ​ບານ​ຂອງ​ລາວ ​ໂດຍ​ແກວ່ງ​ບານ​ໄດ້ 328 yards ​ແລະ​ໄດ້ touchdowns 4 ​ເທື່ອ ກັບ​ທີ​ມ Seahawk ທີ່​ມີ​ກອງ​ປ້ອງ​ກັນ​ຢ່າງ​ດີ​ເລີດ​ນັ້ນ. ທ້າວ Tom Brady ທຳລາຍ​ໝົດ​ທຸກ​ສະຖິຕິ​ ໃນ​ການ​ແກວ່ງ​ບານ​ໄປ touchdown ​ໃນ​ການ​ແຂ່ງຂັນ Super Bowl ​ໂດຍແກວ່ງ​ໄປ touchdown ທັງ​ໝົດ 13 ຄັ້ງ ກາຍ​ສະຖິຕິ​ຂອງ Joe Montana ຜູ້ແກວ່ງ ບານຂອງ​ທີ​ມ San Francisco 49ers ທີ່​ທ້າວ Brady ນິຍົມຫລາຍ
ທີ່​ສຸດ ເວລາ​ລາວ​ຍັງ​ເປັນ​ເດັກ​ນ້ອຍຢູ່​ນັ້ນ.​

XS
SM
MD
LG