ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວອາເມຣິກັນ ພ້ອມທີ່ຈະ ລົງຄຳເຫັນ ຕໍ່ຜົນງານສອງປີ ກາງສະໄໝ ຂອງ ປ. ທຣຳ ໃນວັນອັງຄານມື້ນີ້


Americans Prepare to Render Midterm Judgment on Trump
please wait

No media source currently available

0:00 0:03:12 0:00

ເຊີນຊົມ ວີດີໂອ ພາກພາສາອັງກິດ

ຜູ້ລົງຄະແນນສຽງ ຂອງສະຫະລັດ ທີ່ແບ່ງແຍກກັນເປັນສອງກ້ຳສອງຝ່າຍ ພາກັນໄປ
ໜ່ວຍເລືອກຕັ້ງຕ່າງໆ ໃນວັນອັງຄານມື້ນີ້ ເພື່ອເລືອກເອົາ ສະພາຊຸດໃໝ່ ແລະ ເພື່ອລົງ
ຄຳເຫັນ ຕໍ່ຜົນງານກາງສະໄໝ ຂອງປະທານາທິບໍດີ ດໍໂນລທຣຳ. ຜົນການລົງຄະແນນ
ສຽງ ອາດຈະຫັນປ່ຽນ ຄວາມກໍ້າເກິ່ງກັນຂອງອຳນາດ ຢູ່ໃນວໍຊິງຕັນ ແລະ ອາດຈະປ່ຽນ
ແປງ ການປະຕິບັດໜ້າທີ່ ຂອງທ່ານທຣຳ ໃນສອງປີຂ້າງໜ້ານີ້.

ຕຳແໜ່ງ ໃນສະພາຕ່ຳ ທັງໝົດ 435 ບ່ອນນັ່ງ ແມ່ນຈະຖືກເລືອກໃໝ່ ໃນວັນອັງຄານ
ມື້ນີ້ ລວມອີກ 35 ຕຳແໜ່ງ ໃນຈຳນວນ 100 ບ່ອນນັ່ງ ໃນສະພາສູງ ສະຫະລັດ ແລະ
36 ຕຳແໜ່ງ ຈາກ 50 ຕຳແໜ່ງ ຂອງຜູ້ປົກຄອງລັດ.

ການຢັ່ງຫາງສຽງຄວາມຄິດເຫັນຂອງມະຫາຊົນ ແລະ ບັນດານັກວິເຄາະ ສະເໜີແນະ
ວ່າ ພັກເດໂມແຄຣັດ ທີ່ເປັນພັກຝ່າຍຄ້ານ ແມ່ນໄດ້ປຽບໃນການຕໍ່ສູ້ເພື່ອການຄວບຄຸມ
ສະພາຕ່ຳ. ພັກເດໂມແຄຣັດ ເປັນທີ່ນິຍົມສູງທີ່ຈະໄດ້ຊະນະບ່ອນນັ່ງໃນສະພາຕ່ຳ ຫຼາຍ
ກວ່າ ທີ່ມີຢູ່ໃນປັດຈຸບັນນີ້ ແລະ ພວກເຂົາເຈົ້າ ຕ້ອງການຕື່ມອີກທັງໝົດ 23 ບ່ອນນັ່ງ
ເພື່ອຈະໄດ້ຮັບສຽງສ່ວນຫຼາຍໃນສະພາຕ່ຳ.

ສ່ວນພັກຣີພັບບລີກັນ ແມ່ນກາງຕໍ່ ປະທານາທິບໍດີ ທຣຳ ທີ່ຈະປຸກລະດົມພວກທີ່ສະໜັບ
ສະໜຸນ ທ່ານ ໃຫ້ມາຊ່ອຍເພື່ອຮັກສາໄວ້ ການໄດ້ປຽບຂອງ ບ່ອນນັ່ງໃນສະພາສູງ
ຈຳນວນ 51 ຕໍ່ 49 ບ່ອນນັ່ງ. ໃນຈຳນວນ 35 ບ່ອນນັ່ງໃນສະພາສູງ ທີ່ມີການຍາດຊີງກັນ
ໃນວັນອັງຄານມື້ນີ້ ພັກເດໂມແຄຣັດ ດຳລົງຕຳແໜ່ງຢູ່ 26 ບ່ອນນັ່ງ ແລະພັກຣີພັບບລີກັນ
ດຳລົງຕຳແໜ່ງຢູ່ 9 ບ່ອນນັ່ງ.

ພັກເດໂມແຄຣັດ ກຳລັງພະຍາຍາມ ທີ່ຈະຍາດເອົາຕຳແໜ່ງໃນສະພາສູງ 10 ບ່ອນນັ່ງ
ຢູ່ໃນບັນດາລັດ ບ່ອນທີ່ທ່ານທຣຳ ໄດ້ຊະນະ ໃນການເລືອກຕັ້ງ ປີ 2016 ລວມທັງ
ລັດເທັນເນສຊີ້ນຳ.

ທ່ານ ທຣຳ ໄດ້ໂຈມຕີ ພັກເດໂມແຄຣັດ ເລື້ອງຄົນເຂົ້າເມືອງ ໃນລະຫວ່າງ ການໂຮມ
ຊຸມນຸມ ໃນເມືອງ ຊັຈຕານູກາ ຂອງລັດເທັນເນສຊີ້ ເມື່ອບໍ່ດົນມານີ້.

ທ່ານທຣຳ ກ່າວອ້າງເຖິງພາບຕ່າງໆຂອງຂະບວນພວກຄົນອົບພະຍົບ ຈາກອາເມຣິກາ
ກາງ ທີ່ກຳລັງເຄື່ອນຍ້າຍຢ່າງຊ້າ ຜ່ານປະເທດເມັກຊິໂກ ວ່າ “ພັກເດໂມແຄຣັດ ຢາກ
ເຊື້ອເຊີນພວກຂະບວນຄາຣາວານນີ້ ຫຼັງຈາກທີ່ຂະບວນພວກຄົນຕ່າງດ້າວ ຜິດ
ກົດໝາຍ ພາກັນຫລັ່ງໄຫລເຂົ້າມາໃນປະເທດຂອງພວກເຮົາ. ຂ້າພະເຈົ້າບໍ່ຄິດວ່າ
ຈະເປັນຈັ່ງຊັ້ນເລີຍ. ບໍ່ມີປະເທດໃດ ສາມາດອະນຸຍາດ ໃຫ້ເຂດຊາຍແດນຂອງຕົນ
ນັ້ນ ຖືກບຸກລຸກເຂົ້າມາ. ແລະ ອັນນັ້ນເປັນການຮຸກຮານ.”
ຂ້າພະເຈົ້າບໍ່ສົນໃຈວ່າ
ສື່ຂ່າວປອມເວົ້າຈັ່ງໃດ. ອັນນັ້ນ ເປັນການບຸກຮຸກຮານປະເທດຂອງພວກເຮົາ.

​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG