ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ຊາວອາເມຣິກັນ ຈະສະຫລອງ ວັນແຮງງານ ໃນວັນຈັນນີ້


ປ້າຍປະກາດ ຕ້ອງການນາຍຊ່າງ ທີ່ບ່ອນຂາຍລົດແທຣັກເຕີ້ ທີ່ລັດເວີຈີເນຍ.

ຊາວອາເມຣິກັນຈະພາກັນສະເຫລີມສະຫລອງວັນແຮງງານ ຊຶ່ງ
ເປັນວັນພັກຂອງລັດຖະບານກາງສະຫະລັດໃນວັນຈັນຈະມານີ້.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນຄຳ
ປາໄສ ປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ວ່າ ວັນແຮງ
ງານເປັນວັນທີ່ “ພວກເຮົາໄດ້ແຍກໄວ້ຕ່າງຫາກໃນທຸກໆປີເພື່ອ
ໃຫ້ກຽດແກ່ພວກຜູ້ຊາຍແລະແມ່ຍິງທີ່ເຮັດວຽກເຮັດການຢ່າງບໍ່
ຮູ້ອິດເມື່ອຍທີ່ໄດ້ຕໍ່ສູ້ເພື່ອສິດທິຫຼາຍໆຢ່າງ ທີ່ພວກເຮົາບໍ່ຄ່ອຍ
ຈະໃຫ້ຄວາມສຳຄັນນັ້ນ.

ທ່ານກ່າວວ່າ ຜູ້ຄົນທີ່ໄດ້ພົວພັນນຳຂະບວນການເຄື່ອນໄຫວ
ດ້ານແຮງງານ ໄດ້ເຮັດວຽກ “ບໍ່ພຽງແຕ່ເພື່ອໃຫ້ໄດ້ເງິນເດືອນສູງຂຶ້ນ ສຳລັບພວກເຂົາເຈົ້າ ເທົ່ານັ້ນ ແຕ່ຍັງເພື່ອຄວາມໝັ້ນຄົງແລະຄວາມອຸດົມຮັ່ງມີສຳລັບພວກທີ່ເຮັດວຽກເຮັດການ
ຄຽງຂ້າງເຂົາເຈົ້ານຳດ້ວຍ.” ທ່ານເວົ້າວ່າ “ນັ້ນຄືສິ່ງທີ່ພວກເຮົາໄດ້ສ້າງຄວາມຍິ່ງໃຫຍ່ ໃຫ້
ແກ່ພວກຊົນຊັ້ນກາງອາເມຣິກັນແບບໃດ.”

ປະທານາທິບໍດີໂອບາມາກ່າວວ່າ “ໃນຮອບຫ້າປີເຄິ່ງທີ່ຜ່ານມານີ້ທຸລະກິດຂອງພວກເຮົາ ໄດ້ສ້າງວຽກເຮັດງານທຳໃໝ່ທັງໝົດ 13 ລ້ານ 1 ແສນໜ້າວຽກ ຊຶ່ງເປັນໄລຍະຂອງການ ສ້າງວຽກການເຮັດທີ່ດົນນານທີ່ສຸດໃນປະຫວັດສາດ.”

ໃນລາຍງານຂອງກະຊວງແຮງງານທີ່ນຳອອກເຜີຍແຜ່ໃນວັນສຸກວານນີ້ ອັດຕາຄົນຫວ່າງ ງານໃນສະຫະລັດໄດ້ຫລຸດລົງສູ່ລະດັບຕ່ຳສຸດໃນຮອບ 7 ປີເຄິ່ງ ໃນເດືອນສິງຫາຜ່ານມາ ເປັນ 5.1 ເປີເຊັນ.

ນີ້ແມ່ນການຫລຸດລົງ .2 ເປີເຊັນຈາກລະດັບຂອງເດືອນກ່ອນ.

ນອກນັ້ນແລ້ວ ກະຊວງແຮງງານ ຍັງເວົ້າວ່າ ເສດຖະກິດ ໄດ້ສ້າງວຽກເຮັດງານທຳສຸດທິ 173,000 ວຽກ ຊຶ່ງໜ້ອຍກວ່າທີ່ພວກນັກເສດຖະສາດທັງຫຼາຍ ຄາດການໄວ້.

US Jobless Rate Falls; Fed Rate Hike Still in Question
please wait

No media source currently available

0:00 0:02:07 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG