ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາເມຣິກາ ລະນຶກເຖິງ ຜູ້ເຄາະຮ້າຍ ໃນການໂຈມຕີ ເມື່ອວັນທີ 11 ກັນຍາ 2001 (ວີດີໂອ/ສະໄລດ໌)


Video of September 11 ceremonies in Washington and New York
please wait

No media source currently available

0:00 0:01:14 0:00
ລິງໂດຍກົງ

ເບິ່ງວີດີໂອ ພິທີລະນຶກເຖິງແລະໄວ້ອາໄລແກ່ພວກເຄາະຮ້າຍ ໃນເຫດການວັນທີ 11 ກັນຍາ ຢູ່ວໍຊິງຕັນ ກັບນິວຢອກ.

ປະທານາທິບໍດີ Barrack Obama ແລະພັນລະຍາ ທ່ານນາງ
Michelle ໄດ້ນໍາພາໃນການໄວ້ອາໄລ ດ້ວຍການຢືນສະຫງົບ
ສະຕິອາລົມ ຊົ່ວຂະນະນຶ່ງ ທີ່ສະໜາມຫຍ້າຂອງທໍານຽບຂາວ
ໃນວັນອັງຄານມື້ນີ້ ເພື່ອລະລຶກເຖິງ ວັນຄົບຮອບປີທີ 11 ໃນ
ການໂຈມຕີຂອງພວກກໍ່ການຮ້າຍ al Qaida ທີ່ນະຄອນນິວ
ຢ໊ອກ ແລະກຸງວໍຊິງຕັນ.

ຄອບຄົວຂອງທ່ານ Obama ນຳພາພິທີຢືນສະຫງົບສະຕິອາລົມ
ໃນຕອນທີ່ ເຮືອບິນລຳທຳອິດຂອງຈຳນວນ 2 ລຳ ໄດ້ບິນເຂົ້າຕຳ
ຕຶກສູນກາງການຄ້າໂລກທີ່ ນະຄອນນິວຢ໊ອກໃນເວລາ 8 ໂມງ
45 ນາທີ ຕາມເວລາຂອງພາກຕາເວັນອອກຂອງສະຫະລັດ ຫຼັງ
ຈາກນັ້ນກໍຈະໄປຮ່ວມພິທີໄວ້ອາໄລທີ່ຄ້າຍຄືກັນນີ້ຢູ່ທໍານຽບ
5 ແຈ ຊຶ່ງເປັນກອງບັນຊາການໃຫຍ່ຂອງກອງທັບສະຫະລັດ
ທີ່ໄດ້ຖືກເຮືອບິນລໍາທີ 3 ພຸ່ງເຂົ້າຕໍາ ໃນປີ 2001 ນັ້ນ.

ດັ່ງທີ່ໄດ້ກະທຳກັນໃນຮອບຫຼາຍໆປີຜ່ານມາ ບັນດາຄອບຄົວຂອງພວກທີ່ເສຍຊີວິດ ຢູ່ທີ່ຕຶກ
ແຝດສູນກາງການຄ້າໂລກ ຈະໄດ້ເຂົ້າຮ່ວມ ໃນພິທີການອ່ານລາຍຊື່ຂອງພວກເຄາະຮ້າຍ
ຢູ່ທີ່ຈຸດສູນກາງຂອງການໂຈມຕີ ຫຼື Ground Zero ແຕ່ໃນປີນີ້ແມ່ນແຕກຕ່າງໄປຈາກການ
ໄວ້ອາໄລ ທີ່ເຄີຍປະຕິບັດມາໃນຄັ້ງກ່ອນໆ ຄືຈະບໍ່ມີເຈົ້າໜ້າທີ່ຖືກເລືອກເຂົ້າຮ່ວມໃນພິທີ
ດັ່ງກ່າວທີ່ຈະຈັດຂຶ້ນຢູ່ Ground Zero ນັ້ນ.

ຮອງປະທານາທິບໍດີ Biden ຈະກ່າວຄໍາປາໄສໃນພິທີການໄວ້ອາໄລ ທີ່ເມືອງ Shanksville,
ລັດ Pennsylvania ບ່ອນທີ່ເຮືອບິນລໍາທີ 4 ທີ່ຖືກຈີ້ໄດ້ຕົກ ຫຼັງຈາກຜູ້ໂດຍສານໄດ້ພະຍາ
ຍາມທີ່ຈະຍາດເອົາການຄວບຄຸມເຮືອບິນລໍາດັ່ງກ່າວຄືນ ໂດຍປ້ອງກັນບໍ່ໃຫ້ເຮືອບິນລຳນີ້ ໄປເຖິງຈຸດໝາຍປາຍທາງທີ່ພວກກໍ່ການຮ້າຍຕັ້ງເປົ້າໝາຍເອົາໄວ້ ທີ່ກຸງວໍຊິງຕັນ ນັ້ນ.

XS
SM
MD
LG