ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ອາ​ເມ​ຣິ​ກັນ ຕ້ອງ​ຕຽມ​ພ້ອມ ສຳ​ລັບ​ການ​ໂຈມ​ຕີ​ທາງ​ໄຊ​ເບີ​ຈາກ ຈີນ


ສະ​ຖາ​ນີ​ທໍ່​ນ້ຳ​ມັນ ໂຄ​ໂລ​ນຽ​ລ, ເມືອງ ສ​ເມີ​ນາ, ລັດ ແອັດ​ແລນ​ຕ້າ, 11 ພຶດ​ສະ​ພາ 2021.
ສະ​ຖາ​ນີ​ທໍ່​ນ້ຳ​ມັນ ໂຄ​ໂລ​ນຽ​ລ, ເມືອງ ສ​ເມີ​ນາ, ລັດ ແອັດ​ແລນ​ຕ້າ, 11 ພຶດ​ສະ​ພາ 2021.

ສະ​ຫະ​ລັດ ອາດ​ຈະ​ບໍ່​ສາ​ມາດ​ຮັບ​ມື​ໄດ້​ຢ່າງ​ພຽງ​ພໍ​ເພື່ອ​ປ້ອງ​ກັນ ແລະ ລອດ​ຈາກ​ການ​ໂຈມ​ຕີ​ຂອງ ຈີນ ໃສ່​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​ຂອງ​ເຂົາ​ເຈົ້າ ຖ້າ​ການ​ແຂ່ງ​ຂັນ​ທາງ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່​ ໃນ​ປັດ​ຈຸ​ບັນ​ລະ​ຫວ່າງ ວໍ​ຊິງ​ຕັນ ແລະ ປັກ​ກິ່ງ ກາຍ​ເປັນ​ຄວາມ​ຂັດ​ແຍ້ງ​ທີ່​ແທ້​ຈິງ, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ທາງ ໄຊ​ເບີ ລະ​ດັບ​ສູງ​ຂອງ ສະ​ຫະ​ລັດ ທ່ານ​ນຶ່ງ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ເລັ່ງ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຂະ​ຫຍາຍ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຄອມ​ພິວ​ເຕີ​ສຳ​ລັບ​ສາຍ​ໄຟ​ຟ້າ ແລະ ລະ​ບົບ​ນ້ຳ​ຂອງ​ປະ​ເທດ ເຊິ່ງ​ສ່ວນຫຼາຍ​ແມ່ນ​ຖືກ​ດຳ​ເນີນ​ການ​ໂດຍ​ບັນ​ດາ​ບໍ​ລິ​ສັດ​ເອ​ກ​ະ​ຊົນ, ນັບ​ຕັ້ງ​ແຕ່​ການ​ບຸ​ກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ ເມື່​ອ​ປີ​ກາຍນີ້, ແຕ່​ຫົວ​ໜ້າ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ​ພື້ນ​ຖານ​ໂຄງ​ລ່າງ ຫຼື CISA ໄດ້​ເຕືອນ​ໃນ​ວັນ​ຈັນ​ວານນີ້​ວ່າຕ້ອງ​ໄດ້​ມີ​ການ​ລະ​ມັດ​ລະ​ວັງຫຼາຍ​ຂຶ້ນ​ເພື່ອ​ວ່າ​ຈີນ​ຕັດ​ສິນ​ໃຈ​ທີ່​ຈະ​ໂຈມ​ຕີ.

ຜູ້​ອຳ​ນວຍ​ການ CISA ທ່ານນາງ ເຈັນ ອີ​ສ​ເຕີ​ລີ ໄດ້​ກ່າວ​ຕໍ່​ບັນ​ດາ​ຜູ້​ຟັງ​ຢູ່​ສະ​ຖາ​ບັນ ແອ​ສ​ເພັນ (Aspen) ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ​ວ່າ “ໃນ​ເຫ​ດ​ການ​ຂອງ​ຄວາມ​ຂັດ​ແຍ້ງ, ຈີນ ແນ່ນອນ​ຈະ​ໃຊ້​ການ​ປະ​ຕິ​ບັດ​ການ​ທາງ​ໄຊ​ເບີ​ທີ່​ຮຸນ​ແຮງ ເພື່ອ​ຕາມ​ລ່າ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​ຂອງ​ພວກ​ເຮົາ, ທີ່​ລວມ​ມີ​ທໍ່​ນ້ຳ​ມັນ ແລະ ເສັ້ນ​ທາງ​ລົດ​ໄຟ ເພື່ອ​ເຮັດ​ໃຫ້​ການ​ນຳ​ສົ່ງ​ທະ​ຫານ​ຊັກ​ຊ້າ ແລະ ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ຕໍ່​ສັງ​ຄົມ.”

ທ່ານ​ນາງໄດ້​ກ່າວ​ວ່າ “ຍ້ອນ​ລັກ​ສະ​ນະ​ທີ່​ເປັນ​ຕາ​ຢ້ານ​ຂອ​ງ​ໄພ​ຂົ່ມ​ຂູ່​ຈາກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ຈີນ, ຍ້ອນ​ຂະ​ໜາດ​ຂອງ​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ, ຍ້ອນ​ຂະ​ໜາດ​ຂອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ ແລະ ຄວາມ​ພະ​ຍາ​ຍາ​ມ​ທີ່​ເຂົາ​ເຈົ້າ​ທຸ້ມ​ເທ​ໃສ່, ມັນ​ຈະ​ຍາກຫຼາຍ​ສຳ​ລັບ​ພວກ​ເຮົາ​ທີ່​ຈະ​ປ້ອງ​ກັນ​ການ​ລົບ​ກວນບໍ່​ໃຫ້​ເກີດ​ຂຶ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG