ຊາວອາເມຣິກັນ ພາກັນໃຫ້ກຽດລະນຶກເຖິງ ຜູ້ນໍາດ້ານສິດທິ
ພົນລະເມືອງ ທ່ານ Matin Luther King Jr. ໃນວັນຈັນມື້ນີ້
ຊຶ່ງເປັນວັນພັກລາດຊະການ ທີ່ສະຫລອງວັນເກີດຂອງທ່ານ.
ທ່ານ King ເປັນນັກສອນສາສະໜາ Baptist ຜູ້ທີ່ໄດ້ຕໍ່ສູ້ກັບ
ການກີດກັ້ນດ້ານຜີວພັນໃນສະໄໜຊຸມປີ 1950 ແລະ 1960
ສ່ວນໃຫຍ່ແລ້ວ ແມ່ນຢູ່ທາງພາກໃຕ້ຂອງສະຫະລັດ ບ່ອນທີ່
ຊາວຜີວດໍາ ໄດ້ຮັບການປະຕິບັດຕໍ່ ດ້ວຍຄວາມບໍ່ທ່ຽງທໍາ
ສະເມີພາບ ໃນປະຊາຄົມ ແລະບາງຄັ້ງ ໄດ້ເປັນເປົ້າໝາຍ
ຂອງຄວາມຮຸນແຮງ.
ທ່ານ King ທີ່ສະໜັບສະໜຸນສົ່ງເສີມການປະທ້ວງ ທີ່ບໍ່ໃຊ້ຄວາມຮຸນແຮງ ໄດ້ຖືກສັງຫານໃນປີ 1968 ເວລາອາຍຸໄດ້ 39 ປີ. ປັດຈຸບັນນີ້ ມີອານຸສາວະລີ ເພື່ອເປັນກຽດໃຫ້ແກ່ທ່ານ ທີ່ນະຄອນຫລວງ ວໍຊິງຕັນ.
ທ່ານ King ໄດ້ມີຊື່ສຽງສໍາຄັນຂຶ້ນມາ ຫລັງຈາກ ນໍາພາປະທ້ວງ ຢ່າງເປັນຜົນສໍາເລັດ ຕ້ານການແບ່ງແຍກຜີວພັນ ຢູ່ທີ່ເທິ່ງລົດເມ ໃນເມືອງ Montgomery ລັດ Alabama. ພາຍໃຕ້ລະບົບດັ່ງກ່າວ ຄົນຜິວດໍາ ຕ້ອງໄດ້ນັ່ງຢູ່ທາງຫລັງຂອງລົດເມ ແລະຖ້າຫາກວ່າ ລົດເມເຕັມ ເຂົາເຈົ້າຕ້ອງໄດ້ລຸກຢືນ ເອົາບ່ອນໃຫ້ຄົນຂາວນັ່ງ.
ກົດໝາຍສະບັບສໍາຄັນວ່າດ້ວຍສິດທິພົນລະເມືອງ ທີ່ມີການຮັບຜ່ານເອົາໃນປີ 1964 ເຮັດໃຫ້ການແບ່ງແຍກຜີວພັນ ຜິດກົດໝາຍ. ໃນປີດຽວກັນນັ້ນ ທ່ານ King ກໍໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ.