ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ພິ​ທີ​ໄວ້​ອາ​ໄລ​ສຳລັບ​ມື້​ລາງ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະ​ລັດ ທ່ານ George H.W. Bush


ທຸງ​ຊາດ​ທີ່​ປົກ​ຄຸມ​ສົບ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ George H.W. Bush ທີ່​ຈັດ​ໄວ້​ໃນຫ້ອງໂຖງ​ Rotunda ໃນຕຶກ​ລັດ​ຖະ​ສະ​ພາ, 3 ທັນ​ວາ 2018.
ທຸງ​ຊາດ​ທີ່​ປົກ​ຄຸມ​ສົບ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ George H.W. Bush ທີ່​ຈັດ​ໄວ້​ໃນຫ້ອງໂຖງ​ Rotunda ໃນຕຶກ​ລັດ​ຖະ​ສະ​ພາ, 3 ທັນ​ວາ 2018.

​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​
ມີ​ລາ​ເນຍ ທ​ຣຳ ໄດ້​ໄປໄວ້​ອາ​ໄລຢ່າງມິດງຽບ ​ໃຫ້​ແກ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ
Goerge H. W. Bush ຢູ່ບ່ອນ​ທີ່ວາງ​ສົບ​ຂອງ​ເພິ່ນ ໃນຕຶກ​ສະ​ພາ Rotunda
ໃນ​ຖາ​ນະ​ທີ່​ເປັນ​ວິ​ລະ​ບຸ​ລຸດ​ອາ​ເມ​ຣິ​ກັນ​ຜູ້​ນຶ່ງໃນຂະນະທີ່ຊາວອາເມຣິກັນ ໃຫ້ກຽດ
ແກ່​ຊີ​ວິດ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ທີ 41 ຂອງ​ປະ​ເທດຢູ່ນັ້ນ.

ທ່ານ​ທ​ຣຳ ໄດ້​ຢືນ​ຢູ່​ຄຽງ​ຂ້າງ​ສົບ​ຂອງ​ມື້​ລາງ​ປະ​ທາ​ນາ​ທິ​ບໍ​ດີ ເປັນ​ເວ​ລາ 1 ນາ​ທີ
ກ່ອນຈະ​ຄໍາ​ນັບ​ປະ​ທາ​ນາ​ທິ​ບໍ​ດີ ບຸ​ຊ, ໝູນ​ຕົວ​ ແລ້ວ​ຄ່ອຍ​ເດີນ​ອອກ​ໄປ.

ເຊີນ​ຊົມ: ພິ​ທີ​ໄວ້​ອາ​ໄລ ແກ່​ມື້​ລາວ​ປ. Goerge H. W. Bush

US Honors Former US President George H.W. Bush in Washington
please wait

No media source currently available

0:00 0:02:55 0:00

ຕຶກ​ສະ​ພາດັ່ງ​ກ່າວພວມເປີດ​ໃຫ້​ບັນ​ດາ​ແຂກ​ຜູ້​ມີ​ກຽດ​ແລະ​ສາທາລະນະຊົນ​ ເພື່ອໄປສະແດງຄວາມເຄົາລົບ​ນັບຖື​ໄປຈົນ​ເຖິງ​ເຊົ້າ​ວັນ​ພຸດ​ມື້ອື່ນ. ພວກເຂົ້າຢ້ຽມ
​ສົບ​ເພື່ອ​ຄາ​ລະ​ວະ ຈະ​ສາ​ມາດ​ເດີນ​ຜ່ານ​ສົບ​ຂອງ​ທ່ານໄປ. ທ່ານ​ໄດ້​ເສຍ​ຊີ​ວິດ
​ຢູ່ໃນ​ລັດ​ເທັກ​ຊັ​ສ ໃນ​ບ້ານເຮືອນຂອງ​ເພິ່ນ ໃນ​ແລງວັນ​ສຸກ​ຜ່ານ​ມາ​ນີ້ ຮວມ​ອາ​ຍຸ
​ໄດ້​ 94 ປີ ຫຼັງ​ຈາກ​ທີ່​ໄດ້​ລົ້ມ​ປ່ວຍມາ​ເປັນ​ເວ​ລາ​ຫຼາຍ​ປີ​ແລ້ວ.

ທ່ານ​ບຸ​ຊ ​ໄດ້​ຖືກ​ສົ່ງ​ອອກໄປ​ຈາກ​ລັດ​ເທັກ​ສັ​ຊ ໃນ​ວັນ​ຈັນ​ວານ​ນີ້ ດ້ວຍ​ການ​ຍິງ​ປືນ
ຄຳ​ນັບ 21 ນັດ ແລະ​ໄດ້​ມາເຖິງ​ກອງ​ທັບ​ອາ​ກາດ ແອນດ​ຣູ ທີ່​ລັດ ແມ​ຣີ​ແລນ​ດ໌
ໂດຍ​ເຮືອ​ບິນ​ປະ​ຈຳ​ປະ​ທາ​ນາ​ທິ​ບໍ​ດີ, ທີ່​ຈັດ​ແຈງ​ໂດຍ​ທ່ານ​ທ​ຣຳ. ຫຼັງ​ຈາກ​ນັ້ນ
ຂະ​ບວນ​ລົດທີ່​ນຳ​ສົບ​ຂອງ​ທ່ານ​ທີ່​ປົກ​ຄຸມ​ດ້ວຍທຸງ​ຊາດ ກໍມາເຖິງຕຶກ​ສະ​ພາ​ດັ່ງ​ກ່າວ,
ບ່ອນ​ທີ່ກອງ​ທັບບົກ​ພາ​ກັນບັນ​ເລງເພງຢູ່ ແລະ​ພວກ​ພໍ່​ແມ່​ພີ່​ນ້ອງ ຍາດ​ມິດ​ສະ​ຫາຍ
ພາ​ກັນ​ເຕົ້າໂຮມ​ຢູ່ຕົວ​.

ລູກ​ຊາຍ​ຂອງ​ທ່ານ​ບຸ​ຊ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Goerge W. Bush ​ມີຄວາມເສົ້າ
​ສະ​ລົດ​ໃຈ ໃນ​ຂະ​ນະ​ທີ່​ທ່ານຫຼຽວ​ເບິ່ງ​ສົບ​ຂອງ​ຜູ້​ເປັນ​ພໍ່ ໄດ້​ຖືກ​ນຳ​ໄປ​ວາງ​ໄວ້​ທີ່​
ໃນຫ້ອງໂຖງ Rotunda ໃນຕຶກລັດຖະ​ສາ​ພາ.

ພາບ: ລະ​ງຶກ​ເຖິງດວງວິນ​ຍານ​ຂອງ ປ. George H.W. Bush ທີ່​ວໍ​ຊີງ​ຕັນ.

ໃນ​ການ​ໄວ້​ອາ​ໄລ​ໃນ​ຕຶກ​ສະ​ພາ​ວັນ​ຈັນ​ວານ​ນີ້ ພວກເຈົ້າ​ໜ້າ​ທີ່​ໃນ​ວໍຊີງ​ຕັນໄດ້​ພາ​ກັນ
ໄວ້​ອາ​ໄລ​ໃຫ້ແກ່​ທ່ານ​ບຸ​ຊ. ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ສູງ ທ່ານ​ມິ​ຈ ມີ​ຄາ​ແນ​ລ
ກ່າວ​ວ່າ ຊາວ​ອາ​ເມ​ຣິ​ກັນ ແມ່ນ​ຢູ່​ຄຽງ​ຂ້າງ​ຄອບ​ຄົວ​ຂອງທ່ານ​ບຸ​ຊ “ໄວ້​ອາ​ໄລລະ​ນຶກ​ເຖິງ
ທັງ​ຍັງ​ຮູ້​ບຸນ​ຄຸນ​ຂອງ​ທ່ານ​ນຳ. ການ​ຮູ້​ບຸນ​ຄຸນ​ເຖິງ​ການ​ໃຊ້​ຊີ​ວິດ​ທີ່​ຄຸ້ມ​ຄ່າ​ ແລະ​ພາ​ລະ
​ໜ້າ​ທີ່​ຂອງ​ທ່ານ​ທີ່ເຕັມປ່ຽມ​ຢ່າງ​ສຳ​ເລັດຜົນນັ້ນ.”

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ໄມ​ຄ໌ ເພັນ​ສ໌ ​ກ່າວ​ວ່າ ມັນ​ມີ​ສິ່ງ​ທີ່​ສຸ​ຂຸມ​ກ່ຽວ​ກັບ​ທ່ານບຸ​ຊ
“ຊຶ່ງ​ເປັນ​ຫຼັກ​ຖານ​ໃຫ້ແກ່ທຸກໆ​ຄົນ ທີ່​ໄດ້​ພົບ​ພໍ້​ກັບທ່ານ.”

ທ່ານ​ພອ​ລ ໄຮ​ເອັນ ໂຄ​ສົກ​ສະ​ພາ​ຕ່ຳ ​ກ່າວ​ວ່າ ທ່ານ​ບຸ​ຊ ໄດ້​ສະ​ແດງ​ອອກໃຫ້ເຫັນວ່າ
“ຄວນ​ດຳ​ລົງ​ຊີ​ວິດ​ແບບໃດ ຊຶ່ງນັ້ນ​ແມ່ນ​ສຳ​ຄັນ ພໍໆ​ກັນ​ກັບ​ສິ່ງ​ທີ່​ພວກ​ເຮົາ​ຄວນໄດ້
ຄວ້າ​ມາ”
ແລະ​ໄດ້​ກ່າວ​ຕື່ມ​ວ່າ ມູນ​ມໍ​ລະ​ດົກ​ຕົກ​ທອດ​ຈາກ​ທ່ານ​ນັ້ນ “ແມ່ນ​ໄລ​ຍະ​ທີ່​ສຸຂຸມ ຮຸ່ງເຮືອງສົມ​ບູນ​ແບບ​ທີ່​ສຸດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG