ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ອາເມຣິກັນ ດີໃຈກັບການແຈກຢາຍ ອຸປະກອນກວດ COVID ໂດຍລັດຖະບານ ທ່ານ ໄບເດັນ


ກ່ອງອຸປະກອນກວດ ໂຄວິດ-19 ດ້ວຍຕົນເອງ.
ກ່ອງອຸປະກອນກວດ ໂຄວິດ-19 ດ້ວຍຕົນເອງ.

ລັດຖະບານທ່ານ ໄບເດັນ ໄດ້ເລີ່ມສົ່ງອອກອຸປະກອນກວດໂຄວິດດ່ວນຢູ່ບ້ານໃນວັນອັງຄານທີ່ຜ່ານມາ, ໂດຍແຕ່ລະຄົວເຮືອນຈະໄດ້ຮັບອຸປະກອນກວດໂຣກດັ່ງກ່າວສີ່ອັນ.

ປະຊາຊົນ ອາເມຣິກັນ ຕ້ອງໄດ້ເຂົ້າໄປເວັບໄຊ້ covidtests.gov ເພື່ອລົງທະບຽນຂໍອຸປະກອນກວດດັ່ງກ່າວ, ເຊິ່ງ ທຳນຽບຂາວໄດ້ກ່າວວ່າອຸປະກອບກວດໂຄວິດຈະຖືກສົ່ງອອກພາຍໃນ 7 ຫາ 12 ​ວັນຫຼັງຈາກການຂໍແລ້ວ.

ປະຊາຊົນແມ່ນພາກັນດີໃຈທີ່ລັດຖະບານໄດ້ແຈກຢາຍເຄື່ອງກວດດັ່ງກ່າວໂດຍບໍ່ເສຍຄ່າໃຊ້ຈ່າຍ, ເຊິ່ງໃນເມື່ອກ່ອນປະຊາຊົນແມ່ນຕ້ອງໄດ້ຊື້ຢູ່ຮ້າຍຂາຍຢາ ຫຼື ໄປກວດຕາມຈຸດກວດໂຣກທັງຫຼາຍ.

ຄົນລາວທ່ານນຶ່ງ ທີ່ອາໄສຢູ່ລັດແມຣີແລນ ໄດ້ສະແດງຄວາມຄິດເຫັນ ກ່ຽວກັບ ການແຈກຢາຍອຸ ປະກອນກວດໂຄວິດຂອງລັດຖະບານທ່ານ ໄບເດັນ: “ຂ້າພະເຈົ້າໄດ້ສັ່ງເອົາອຸປະກອນກວດລຽບລ້ອຍມື້ວານນີ້. ຄອບຄົວຂອງຂ້າພະ ເຈົ້າກະມີແຕ່ສາມຄົນ, ຂ້າພະເຈົ້າຢາກມີໄວ້ເພື່ອວ່າຜູ້ໃດຜູ້ນຶ່ງມີອາການ. ກ່ອນໜ້ານີ້ ຫາຊື້ຍາກຫຼາຍ, ຢູ່ຮ້ານຂາຍຢານີ້ແມ່ນບໍ່ມີເລີຍ, ຕິດຕໍ່ຫາໂຮງໝໍປະຈຳຂອງຄອບຄົວວ່າ ຈະສົ່ງມາໃຫ້ກະບໍ່ເຫັນປານນີ້ ເພາະວ່າສອງທິດກ່ອນຂ້າພະເຈົ້າຮູ້ສຶກວ່າມີອາການ ໄອ ແລະ ຕັນດັງໜ້ອຍນຶ່ງຕອນເຊົ້າ. ບໍ່ຮູ້ວ່າຕິດແລ້ວຫຼືບໍ່ ແຕ່ກະບໍ່ໄດ້ກວດເລີຍ. ດຽວນີ້ດີແລ້ວ ແຕ່ກະໄອຢູ່ບາງເທື່ອ.”

ລັດຖະບານທ່ານ ໄບເດັນ ໄດ້ຈຳກັດອຸປະກອນກວດໂຄວິດດັ່ງກ່າວໃຫ້ແຕ່ປະຊາຊົນເທົ່ານັ້ນ, ທຸ ລະກິດຕ່າງໆແມ່ນບໍ່ມີສິດຂໍ.

XS
SM
MD
LG