ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາ​ເມຣິກັນ ອາສາສະໝັກ ຮັບໃຊ້ສັງຄົມ ໃນວັນເກີດ ມື້ລາງ ທ່ານ King (ວີດີໂອ)


Americans Give Back on MLK National Day of Service
please wait

No media source currently available

0:00 0:02:26 0:00
ລິງໂດຍກົງ
ປະຊາຊົນອາ​ເມຣິກັນທົ່ວ​ປະ​ເທດຢຸດ​ພັກ​ການ ໃນ​ວັນ​ຈັນ​ວານນີ້
​ເພື່ອ​ສະຫລອງ ວັນພັກປະ​ຈໍາປີຂອງລັດຖະບານ​ກາງ ​ທີ່​ເປັນ​ຂີດ​
ໝາຍວັນ​ເກີດຂອງ ທ່ານ Martin Luther King Jr. ​ຜູ້​ນໍາສິດທິ
​ພົນລະ​ເມືອງ ທີ່ຖືກລອບ​ສັງຫາ​ນ.

ຫລາຍ​ຮ້ອຍ​ຄົນ​ພາກັນ​ໄປ​ຮ່ວມ​ໃນ​ພິທີ​ ຢູ່​ທີ່ວັດ Ebenezer
Baptist Church ​ໃນ​ນະຄອນ Atlanta ລັດ Georgia ​
ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອລະນຶກ​ເຖິງມູນ​ເຊື້ອ​ມໍລະດົກ​ຂອງ
​ທ່ານ​ຄິງທີ່​ເປັນ​ຄົນ​ເມືອງ Atlanta.

ຢູ່​ໃນ​ຫລາຍໆ​ເມືອງ ​ໄດ້​ມີ​ການ​ສະຫລອງ​ວັນ Martin Luther
King Day ດ້ວຍ​ການຈັດ​ຂະ​ບວນ​ແຫ່ ​ເພື່ອ​ໃຫ້​ກຽດ​ແກ່​ຜົນງານ​ຂອງທ່ານ​.

ປະທານາທິບໍດີ​ໂອ​ບາ​ມາ​ແລະ​ຄອບຄົວ ກໍ​ຮວມຢູ່​ບັນດາ​ຊາວ​ອາ​ເມຣິກັນ ທີ່​ພາກັນ​
ເຮັດ​ວຽກ ​ເພື່ອ​ເປັນ​ຂີດ​ໝາຍ​ວັນພັກ​ດັ່ງກ່າວ ​ໂດຍ​ການ​ອາສາ​ສະມັກ​ເຮັດ​ວຽກການ​ກຸສົນ
​ແລະ​ຊ່ວຍ​ປະຊາ​ຄົມ​ໃນ​ໂຄງການ​ຕ່າງ​ໆ. ຄື​ຄອບຄົວ​ຂອງທ່ານ​ໂອ​ບາ​ມາໄດ້​ໄປ​ຊ່ວຍປຸງ
ອາຫານ ຢູ່​ບ່ອນ​ບໍລິການ​ອາຫານ​ຟີ​ໃຫ້​ພວກ​ຄົນທຸກ​ແຫ່ງ​ນຶ່ງ​ ໃນ​ນະຄອນຫລວງວໍ​ຊິງ​ຕັນ.

ວັນພັກ​ລັດຖະ​ການມື້ວານ​ນີ້ ​ໄດ້​ສ້າງ​ຂຶ້ນ​ໃນ​ປີ 1983 ​ເວລາປະ​ທາ​ນາ​ທິບໍດີ Ronald
Reagan ​ໄດ້​ລົງ​ນາມ​ໃນ​ຮ່າງ​ກົດໝາຍ​ ທີ່ກໍານົດໃຫ້ວັນ​ຈັນ​ອາທິດ​ທີ່​ສາມ​ຂອງ​ເດືອນ​
ມັງກອນ ​ເປັນວັນ​ໃຫ້​ກຽດແກ່ ທ່ານ King ​ທີ່​ເກີດ​ໃນ​ວັນ​ທີ 15 ມັງກອນ ປີ 1929
ທີ່​ນະ​ຄອນ Atlanta ລັດ Georgia ທາງພາກ​ໃຕ້​ຂອງສະຫະລັດ​.

ລັດຖະສະພາສະຫະລັດ ​ໄດ້​ແຕ່​ງຕັ້ງ​ວັນພັກຂອງທ່ານ King ໃຫ້ເປັນວັນຮັບ​ໃຊ້ຊາດ
​ໃນປີ 1994 ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ແນ​ໃສ່ ​ເພື່ອ​ຊຸກຍູ້ໃຫ້​ຊາວອາ​ເມຣິກັນ ​
ເຂົ້າປະກອບສ່ວນ​ໃນ​ໂຄງການຮັບ​ໃຊ້​ບໍລິການປະຊາ​ຄົມຕ່າງໆ.

ທ່ານ King ​ໄດ້​ໂຜ່​ໂຕ​ຂື້ນ​ມາ​ມີ​ຊື່​ສຽງ ໃນ​ປີ 1955 ​ເວລາ​ທ່າ​ນ​ໄດ້​ເປັນ​ຜູ້​ນໍາພາ​ການ
​ຂວໍ້າ​ບາດຢ່າງສໍາ​ເລັດຜົນ ໃນການ​ບໍ່ໃຊ້​ລົດ​ເມທີ່​ແບ່ງ​ແຍກ​ບ່ອນ​ນັ່ງ ລະຫວ່າງຄົນ​ຜິວ
​ຂາວ​ກັບ​ຜິວ​ດໍາ ​ຢູ່​ເມືອງ Mongomary ລັດ Alabama ຊຶ່ງ​ໄດ້​ບັງຄັບ​ໃຫ້​ເມືອງ
​ດັ່ງກ່າວ ຍຸດຕິ​ການແບ່ງ​ແຍກບ່ອນ​ນັ່ງ​ຂອງຄົນ​ໂດຍສານ​ຜີວ​ດໍາ​ນັ້ນ. ທ່ານ​ຄິງໄດ້
​ກາຍ​ມາ​ເປັນບຸກຄົນ​ສໍາຄັນ​ທີ່​ສຸດຂອງ​ສາ​ທະ​ລະນະ​ຊົນອີກ ​ຍ້ອນ​ບົດບາດ​ຂອງ​ທ່ານ
​ໃນ​ຂະ​ບວນການ​ດ້ານ​ສິດທິ​ມະນຸດ ຂອງຊຸມ​ປີ 1950 ​ແລະ 60 ທີ່​ໄດ້​ດົນ​ບັນດານ​ໃຈ
​ຂອງ​ຜູ້​ຄົນ​ຫລາຍໆ​ລ້ານ​ຄົນ ຍ້ອນ​ຄໍາ​ປາ​ໄ​ສ “I Have a Dream” ຫລື “ຂ້າພະ
​ເຈົ້າ​ມີ​ຄວາມ​ຝັນ”
ຂອງທ່ານ​ ທີ່​ທ່ານ​ໄດ້​ກ່າວ​ເມື່ອ​ປີ 1963 ​ໃນ​ລະຫວ່າງ​ອັນ​ທີ່
​ເອີ້ນ​ວ່າ ການ​ເດີນ​ຂະ​ບວນລົງ​ສູ່ ນະຄອນຫລວງ ວໍ​ຊິງ​ຕັນ ນັ້ນ.

ທ່ານ ​ໄດ້​ຮັບ​ລາງວັນ Nobel ສັນຕິພາບ ​ໃນ​ປີ 1964 ຊຶ່ງ​ເປັນ​ປີດຽວກັນ​ກັບຮ່າງ​
ກົດໝາຍສະບັບ​ປະຫວັດສາດ ທີ່​ໄດ້​ຍຸດຕິ​ການ​ແບ່ງ​ແຍກ​ຜິວພັນ​ຢູ່ໃນທີ່ສາທາ
ລະນະ​ຕ່າງໆ ​ແລະຫ້າມ​ການ​ຈໍາ​ແນ​ກກີດ​ກັນໃນ​ການ​ວ່າ​ຈ້າງ ຍ້ອນເຊື້ອຊາດ
​ຜີວພັນ ສາສະໜາ ​ເພດ ຫລືເຊື້ອສາຍ​ທາງປະ​ເທດ​ຕ່າງໆນັ້ນ ​ໄດ້​ຖືກ​ລົງ​ນາມ
ໃຫ້​ເປັນ​ກົດໝາຍ ໂດຍປະທານາທິບໍດີ Lyndon Johnson​.

ທ່ານ King ​ໄດ້​ຖືກລອບ​ສັງຫານ​ໃນ​ວັນ​ທີ 4 ​ເດືອນ​ເມສາ ທີ່​ເມືອງ Memphis ລັດ
Tennessee ບ່ອນ​ທີ່​ທ່ານ​ໄດ້​ເດີນທາງ​ໄປຊ່ວຍ ພວກ​ພະນັກງານເກັບ​ຂີ້​ເຫ​ຍື່ອ
ຄົນ​ຜິວ​ດໍາ ທີ່​ພາກັນ​ນັດ​ຢຸດ​ງານ ​ເພື່ອ​ຮຽກຮ້ອງ​ເອົາຄ່າ​ຈ້າງ​ເທົ່າ​ທຽມກັນ ກັບ​ຄົນ
​ຜິວ​ຂາວ.

ລໍາດັບເຫດການ ໃນຊີວິດຂອງທ່ານຄິງ:

XS
SM
MD
LG