ຫລັງຈາກຖືກປ່ອຍໂຕຈາກອີຣ່ານ ອັນເປັນພາກສ່ວນນຶ່ງໃນ
ການແລກປ່ຽນນັກໂທດແລ້ວຊາວອາເມຣິກັນທີ່ຖືກປ່ອຍກໍໄດ້
ພົບພໍ້ກັບຄອບຄົວໃນວັນຈັນວານນີ້ ແລະບັນດາຜູ້ສະໜັບສະ
ໜູນ ທີ່ໄດ້ໃຊ້ເວລາຫລາຍເດືອນແລະຫລາຍປີຕິດຕາມ ຄະດີ
ຂອງພວກເຂົາເຈົ້າ ຈາກໄລຍະຫ່າງໄກ ແລະໄດ້ຮຽກຮ້ອງໃຫ້
ປ່ອຍໂຕພວກເຂົາເຈົ້າ.
ນັກຂ່າວ Washington Post ທ່ານ Jason Rezaian ໄດ້
ພົບປະກັບພວກ ບັນນາທິການອະວຸໂສ ຈາກໜັງສືພິມ ຢູ່ທີ່
ໂຮງໝໍເຢຍຣະມັນບ່ອນທີ່ທ່ານກຳລັງປິ່ນປົວກ່ອນກັບຄືນມາ
ສະຫະລັດ. ທ່ານ Rezaian ກ່າວວ່າ ທ່ານມີຂອບເຂດ ຈຳ
ກັດໃນການຕິດຕໍ່ກັບຜູ້ຄົນ ລະຫວ່າງທີ່ຢູ່ໃນຄຸກເປັນເວລາ 18 ເດືອນ ຮວມ ທັງ 49 ມື້ ທີ່
ຖືກຂັງດ່ຽວ.
ທ່ານກ່າວວ່າ “ຂ້າພະເຈົ້າຢາກໃຫ້ຄົນຮູ້ວ່າ ໃນດ້ານຮ່າງກາຍແລ້ວ ຂ້າພະເຈົ້າ ມີຄວາມ
ຮູ້ສຶກທີ່ດີ ຂ້າພະເຈົ້າຮູ້ວ່່າ ຄົນຢາກໄດ້ຍິນຈາກຂ້າພະເຈົ້າ ແຕ່ຂ້າພະເຈົ້າຢາກດຳເນີນ
ການໃຊ້ເວລາຊົ່ວໄລຍະນຶ່ງກ່ຽວກັບເລື້ອງນີ້.”
ທ່ານ Rezaian ໄດ້ຖືກພົບເຫັນວ່າມີຄວາມຜິດ ໃນຂໍ້ຫາຈາລະກຳ ທີ່ທັງໜັງສືພິມ
Washington Post ແລະລັດຖະບານສະຫະລັດ ຮ້ອງວ່າ ເປັນເລື້ອງທີ່ໜ້າຢາກຫົວ.
ທ່ານກ່າວວ່າ ບໍ່ເທົ່າໃດຊົ່ວໂມງສຸດທ້າຍ ທີ່ຢູ່່ພາຍໃຕ້ການຄຸມຂັງຂອງອີຣ່ານນັ້ນ ແມ່ນ
ເປັນເວລາທີ່ມີຄວາມກະວົນກະວາຍທີ່ສຸດ ໂດຍຮ້ອງການອອກເດີນທາງຂອງທ່ານຈາ
ກອີຣ່ານ ແລະການມອບໂຕໃຫ້ບັນດາເຈົ້າໜ້າທີ່ສະວິດ ວ່າ “ຕື່ນ ເຕັ້ນ ແລະບໍ່ມີຄວາມ
ແນ່ນອນຈົນຮອດນາທີສຸດທ້າຍ” ແລະຢ້ານກົວວ່າຈະເກີດມີບັນຫາທີ່ບໍ່ຄາດຄິດຂຶ້ນ.