ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ສະຫລອງ ວັນປະທານາທິບໍດີ ໃນວັນຈັນມື້ນນີ້


ປະທານາທິບໍດີ ໂຈ ໄບເດັນ ຍ່າງລົງຂັ້ນໃດຂອງເຮືອບິນ Air Force One ພາຍຫລັງໄດ້ໄປເຖິງສະໜາມບິນ Hagerstown Regional ເພື່ອໄປຫາ ແຄ້ມ David ໃນວັນເສົາ, ວັນທີ 12 ກຸມພາ, 2021 (AP Photo/Evan Vucci)
ປະທານາທິບໍດີ ໂຈ ໄບເດັນ ຍ່າງລົງຂັ້ນໃດຂອງເຮືອບິນ Air Force One ພາຍຫລັງໄດ້ໄປເຖິງສະໜາມບິນ Hagerstown Regional ເພື່ອໄປຫາ ແຄ້ມ David ໃນວັນເສົາ, ວັນທີ 12 ກຸມພາ, 2021 (AP Photo/Evan Vucci)

ຊາວອາເມຣິກັນສະຫຼອງວັນປະທານາທິບໍດີ ໃນວັນຈັນມື້ນີ້, ເຊິ່ງເປັນວັນພັຂອງ ລັດຖະບານກາງເພື່ອ ໃຫ້ກຽດແກ່ປະທານາທິບໍດີສະຫະລັດທຸກຄົນ.

ວັນພັກດັ່ງກ່າວແມ່ນໄດ້ມີຂຶ້ນໃນວັນຈັນທີສາມຂອງເດືອນກຸມພາ, ຊຶ່ງເປັນເດືອນເກີດ ຂອງສອງປະທານາທິບໍດີ ທີ່ໂດດເດັ່ນທີ່ສຸດຂອງປະເທດ ຄືທ່ານ ຈອຣຈ໌ ວໍຊິງຕັນ, ປະທານາທິບໍດີຄົນທຳອິດຂອງປະເທດ ແລະທ່ານອາບຣາແຮມ ລິນ-ຄອນ, ຜູ້ທີ່ນຳພາປະເທດຜ່ານຜ່າສົງຄາມກາງເມືອງ.

ໃນຂະນະທີ່ພະນັກງານຂອງສະຫະລັດບາງຄົນມີມື້ພັກຜ່ອນ, ລວມທັງພະນັກ ງານລັດຖະບານກາງແລະນັກທະນາຄານ, ແຕ່ຈຳນວນຫຼວງຫຼາຍແມ່ນບໍ່ໄດ້ພັກ.

ໂດຍທີ່ມີຂຶ້ນໃນກາງລະດູໜາວ, ວັນພັກດັ່ງກ່າວບໍ່ໄດ້ກ່ຽວຂ້ອງກັບການປິ້ງບາບີຄິວ ແລະ ການກິນເຂົ້າປ່າໃນວັນພັກຜ່ອນໃນລະດູຮ້ອນ ແລະມັກຈະຖືກນຳໃຊ້ ໃຫ້ເປັນໂອກາດສຳລັບບໍລິສັດ ທີ່ຈະສະເໜີຂາຍລົດແລະຂາຍເຄື່ອງຍ່ອຍທີ່ຫລຸດ ລາຄາ.

ໃນປີນີ້ ໂຮງ RR Auction ຊຶ່ງເປັນບ່ອນຈັດການປະມູນທີ່ຕັ້ງຢູ່ເມືອງບອສຕັນ ກຳລັງຈະເຖິງເວລາປະມູນ ສິ່ງຂອງລະນຶກເຖິງປະທານບໍລິສັດ ໃນຊ່ວງວັນພັກ.

ເຄື່ອງຂອງ ຂອງປະທານາທິບໍດີເກືອບ 300 ຊະນິດ ແມ່ນມີໄວ້ໃຫ້ປະມູນຢູ່ໃນການປະມູນຂາຍເຄື່ອງທາງອອນລາຍ, ລວມທັງເສື້ອຍືດຄໍສີແດງຮາວາດ (Harvard) ຂອງທ່ານ ຈອນ ເອັຟ ເຄນເນດີ (John F. Kennedy), ຖາດ ໃສ່ຜົມຂອງທ່ານວໍຊິງຕັນ ແລະຮູບຖ່າຍທີ່ມີລາຍເຊັນຂອງທ່ານລິງຄອນ. ການປະມູນຍັງປະກອບມີເອກະສານຈາກປະທານາທິບໍດີຫຼາຍທ່ານ, ລວມທັງ ທ່ານ ຈອນ ຄວີນຊີ ອາດາມສ໌ (John Quincy Adams), ເຈມສ໌ ມາດິສັນ (James Madison), ແລະຢູລີຊິສ ເອສ ແກຣນທ໌ (Ulysses S. Grant).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG