ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ​ສະຫຼອງ ​ເທດສະການ ​ບຸນຂອບຄຸນ​ພະ​ເຈົ້າ (ວີດີໂອ/ສະໄລດ໌)


Macy's Thanksigving Day Parade Unfazed by Poor Weather
please wait

No media source currently available

0:00 0:00:37 0:00
ລິງໂດຍກົງ
ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ​ໄດ້ປະຕິບັດ
​ຕາມ​ຮີດຄອງ​ປະ​ເພນີ​ ສືບເຄົ້າມາ​ໄດ້ຫຼາຍ​ທົດ​ສະ​ວັດ​ແລ້ວ ​
ໃນ​ວັນ​ພຸດ​ວານ​ນີ້ ​ແລະ​ໄດ້​ອະ​ໄພ​ຍະ​ໂທດ​ໃຫ້​ໄກ່ງວງ​ຄູ່​ນຶ່ງ
ທີ່​ຈະ​ຖືກ​ນໍາ​ໄປ​ເປັນ​ອາຫານໃນ​ວັນ “ຂອບຄຸນ​ພະ​ເຈົ້າ”
ໃຫ້​ໄປໃຊ້ການ​ແນວ​ອື່ນແທນ.

ວັນ​ສະຫຼອງ​ເທດສະການ​ບຸນຂອບຄຸນ​ພະ​ເຈົ້າ ຫຼື ທີ່​ຮູ້​ກັນ​ດີ​
ແມ່ນ “Thanksgiving ​ໃນສະຫະລັດ​ອາ​ເມຣິການັ້ນ ​
ແມ່ນຖືກວ່າເປັນວັນຂອງການເຕົ້າ​ໂຮມ​ບັນດາ​ສະມາຊິກ​
ຄອບຄົວ ຍາດພີ່ ນ້ອງ ເພື່ອນມິດສະຫາຍ ​ເພື່ອ​ມາກິນ​ເຂົ້າ
​ສາມັກຄີ ມ່ວນ​ຊື່ນ​ລື່ນ​ເລີງ​ຕ່າງໆ ​ແລະ​ຕ້ອງ​ມີໄກ່ງວງ​ເປັນອາຫານຫຼັກ.​



​ແຕ່​ວ່າປະທານາທິບໍດີ ​ໄດ້​ກ່າວ​ໃນ​ທໍານຽບຂາວ​ວ່າ ພວກ​ໄກ່ງວງ ທີ່​ມີ​ຊື່​ຫຼິ້ນ​ວ່າ “Popcorn
“Caramelໄດ້​ຖືກໃຫ້ອະ​ໄພ​ຍະ​ໂທດ ​ແລະຈະ​ບໍ່​ຖືກ​ກິນ​ເປັນ​ອາຫານ ​ໃນ​ວັນ​ເທດສະ
ການ ຂອບຄຸນ​ພະ​ເຈົ້າປະ​ຈໍາປີ ຊຶ່ງ​ເປັນ​ວັນ​ທີ່​ຊາວ​ອະ​ເມຣິກັນທັງຫຼາຍ ພາກັນ​ເດີນທາງ​
ເປັນ​ຫຼາຍໆຮ້ອຍ​ຫຼັກ​ກິ​ໂລ​ແມັດ ເພື່ອກັບ​ຄືນ​ບ້ານໄປ​ຮ່ວ​ມສັງ​ສັນ ​ແລະສະຫຼອງກັນ​ຢ່າງ
ມ່ວນ​ຊື່ນ​.

ບໍລິສັດສະມາຄົມ​ລົດ​ໂອ​ໂຕ​ອາ​ເມຣິກັນຫຼື AAA ຄາດ​ຄະ​ເນ​ວ່າ ຈະ​ມີຫຼາຍ​ກວ່າ 43 ລ້ານ​ຄົນ
ຈະ​ພາກັນ​ອອກ​ເດີນທາງ​ຢ່າງ​ນ້ອຍ 80 ຫຼັກ​ກິ​ໂລ​ແມັດ ​ໃນ​ອາທິດ​ນີ້.

ການ​ທີ່​ມີຫິມະ​ ນໍ້າ​ແຂງ​ມື່ນ ​ແລະ​ຝົນຕົກ ຈາກສະພາບ​ອາກາດທີ່ປັ່ນ​ປ່ວນ​ໃນບາງ​ພາກພື້ນ​
ຂອງສະ​ຫະລັດ ​ໃນຊ່ວງ​ນີ້ ​ແມ່ນ​ເຮັດໃຫ້​ແຜນການ​ເດີນທາງ​ຂອງ​ຊາວ​ອະ​ເມຣິກັນ​ຫຼາຍ
​ລ້ານ​ຄົນນັ້ນຫຍຸ້ງຍາກ ລໍາບາກ ບໍ່​ວ່າ​ຈະ​ເປັນການ​ເດີນທາງ​ທ້ອງ​ຖະໜົນ ທາງເຮືອບິນ ​
ແລະ​ທາງ​ລົດ​ໄຟກໍ​ຕາມ. ສາຍ​ການບິນ​ຕ່າງໆ​ ​ໄດ້ເລື່ອນ​ເວລາຫຼາຍ​ພັນ​ຖ້ຽວບິນແລະ​ຍົກ
​ເລີກ​ອີກ​ຫຼາຍຮ້ອຍ​ຖ້ຽວໄປ​ເລີຍ ​ຍ້ອນສະພາບ​ອາກາດ​ປັ່ນ​ປ່ວນ​ ຊຶ່ງໄດ້ຂະຫຍາຍ​ເປັນ
​ວົງ​ກ້ວາງ​ອອກ ປົກ​ຄຸມ​ໄປທົ່ວ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ​ທັງໝົດ​ນັ້ນ.
XS
SM
MD
LG