ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ບໍ່​ສາ​ມາດ​ຟຸມ​ເຟືອຍ ໃນ​ການ​ສະຫຼອງ​ບຸນ​ທ້າຍ​ປີ ຍ້ອນ​ບັນ​ຫາ​ເສດ​ຖະ​ກິດ


ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ອອກ​ຈາກ​ຮ້ານ​ຂາຍ​ເຄື່ອງ​ປະ​ດັບ​ທີ່​ໂຄ​ສະ​ນາ​ຂາຍ​ເຄື່ອງຫຼຸດ​ລາ​ຄາ​ກ່ອນ​ໜ້າ​ວັນ​ສຸກ​ມືດ ຫຼື Black Friday ແລະ ວັນ​ພັກ​ບຸນ​ຂອບ​ຄຸນ​ພະ​ເຈົ້າ (Thanksgiving), 21 ພະ​ຈິກ, 2022, ໃນ​ເມືອງ ໄມ​ອາ​ມີ, ລັດ ຟ​ລໍ​ຣິ​ດາ.
ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ອອກ​ຈາກ​ຮ້ານ​ຂາຍ​ເຄື່ອງ​ປະ​ດັບ​ທີ່​ໂຄ​ສະ​ນາ​ຂາຍ​ເຄື່ອງຫຼຸດ​ລາ​ຄາ​ກ່ອນ​ໜ້າ​ວັນ​ສຸກ​ມືດ ຫຼື Black Friday ແລະ ວັນ​ພັກ​ບຸນ​ຂອບ​ຄຸນ​ພະ​ເຈົ້າ (Thanksgiving), 21 ພະ​ຈິກ, 2022, ໃນ​ເມືອງ ໄມ​ອາ​ມີ, ລັດ ຟ​ລໍ​ຣິ​ດາ.

ບຸນ​ວັນ​ພັກ​ທ້າຍ​ປີ​ຂອງ ສະ​ຫະ​ລັດ ສຳ​ລັບ​ປີ​ນີ້​ເກີດ​ຂຶ້ນ​ໃນ​ລະ​ຫວ່າງ​ພາ​ວະ​ເສດ​ຖະ​ກິດ​ທີ່​ຝືດ​ເຄືອງ, ຍ້ອນ​ບັນ​ຫາ​ຕ່າງໆ ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ. ຕາມ​ປະ​ເພ​ນີ​ທີ່​ໄດ້​ປະ​ຕິ​ບັດ​ກັນ​ມາ​ດົນ​ນານ, ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຈະຊື້​ຂອງ​ຂວັນ​ໃຫ້​ຕົນ​ເອງ ແລະ ຄອບ​ຄົວ​ເພື່ອ​ເປັນ​ລາງວັນ​ໃຫ້​ແກ່​ຕົນ​ທີ່​ໄດ້​ເຮັດ​ວຽກ​ຢ່າງ​ໜັກ​ມາ​ຕະຫຼອດ​ປີ.

ວັນທີ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ມັກ​ຊື້​ຂອງ​ຂວັນ​ຫຼາຍ​ທີ່​ສຸດ​ແມ່ນ​ວັນ​ສຸກ​ມືດ ຫຼື Black Friday, ເຊິ່ງ​ຈະ​ເລີ່ມ​ຂຶ້ນ​ໃນ​ຄືນ​ຂອງວັນ​ຂອບ​ຄຸນ​ພະ​ເຈົ້າ ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ຈະ​ພາ​ກັນ​ລຽນ​ແຖວ​ຊື້​ເຄື່ອງ ​ໂດຍ​ສະ​ເພາະ​ແມ່ນ​ເຄື່ອງ​ອີ​ເລັກ​ໂທ​ຣ​ນິກ​ຄື ໂທ​ລະ​ພາບ, ໂທ​ລະ​ສັບ ແລະ ອື່ນໆຢ່າງ​ຍາວ​ຢຽດ. ວັນ Black Friday ເປັນ​ວັນ​ທີ​ມີ​ການຫຼຸດ​ລາ​ຄາ​ສິນ​ຄ້າຫຼາຍ​ທີ່​ສຸດ. ແນວ​ໃດ​ກໍ່​ຕາມ ​ປີນີ້ບາງ​ຄົນ​ແມ່ນບໍ່​ສາ​ມາດ​ຊື້​ເຄື່ອງ​ຂອງ​ໄດ້​ຕາມ​ໃຈ ດັ່ງ​ທີ່​ແມ່​ຍິງ​ລາວ​ຄົນ​ນຶ່ງ​ໄດ້​ກ່າວ​ວ່າ

“ປີນີ້​ພວກ​ເອື້ອຍ​ຟຸມ​ເຟື້ອຍຫຼາຍ ບໍ່​ໄດ້​ເພາະ​ວ່າເຮົາ​ກະ​ຄິດ​ເພື່ອ​ເສດ​ຖະ​ກິດ​ໃນ​ປີ​ໜ້າ​ເນາະ. ​ຄ່າອາ​ຫານ​ ແລະ ເຄື່ອງ​ໃຊ້​ຕ່າງໆ​ມັນ​ກະ​ແພງ​ຂຶ້ນກວ່າ​ເກົ່າ. ເອື້ອຍກະ​ໄດ້​ບອກ​ລູກ​ສອງ​ຄົນ​ໄວ້​ວ່າ ​ງົບ​ສຳ​ລັບ​ຊື້​ຂອງ​ຂວັນວັນ Thanksgiving ກັບ​ວັນຄ​ຣິ​ສ​ມາ​ສປີນີ້​ແມ່ນ​ອັນ​ດຽວ​ກັນ. ກະ​ມື້ນີ້​ແຫຼະ​ຊິ​ອອກ​ໄປ​ຊື້​ນຳ​ກັນ.”

ໃນ​ແຕ່​ລະ​ປີ​ຮ້ານ​ຄ້າ, ຫ້າງ​ຊັບ​ພະ​ສິນ​ຄ້າ​ທັງຫຼາຍ​ໃນ​ສະ​ຫະ​ລັດ ຈະ​ປັບຫຼຸດ​ລາ​ຄາ​ສິນ​ຄ້າ​ລົງລະ​ຫ​ວ່າງ 20 ຫາ 30 ເປີ​ເຊັນ. ປະ​ຊາ​ຊົນ​ຈຳ​ນວນ​ນຶ່ງ​ແມ່ນ​ໄດ້ຫຼີກ​ລ່ຽງ​ຄວາມ​ວຸ້ນ​ວາຍ​ຢູ່​ຫ້າງ​ຂັບ​ພະ​ສິນ​ຄ້າ ໂດຍ​ການ​ຫັນ​ມາ​ຊື້​ເຄື່ອງ​ທາງ​ອອນ​ໄລ​ນ໌​ແທນ.

XS
SM
MD
LG