ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນ ອາເມຣິກັນ ສາມາດທ່ອງທ່ຽວພາຍໃນປະເທດ ຫຼັງຈາກມາດຕະການ COVID-19 ຖືກຍົກເລີກ


ປະຊາຊົນຍັງສືບຕໍ່ໃສ່ໜ້າກາກ ໃນຂະນະທີ່ເຂົາເຈົ້າຍ່າງຜ່ານຮ້ານອາຫານ, ນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 14​ ມິຖຸນາ 2021.
ປະຊາຊົນຍັງສືບຕໍ່ໃສ່ໜ້າກາກ ໃນຂະນະທີ່ເຂົາເຈົ້າຍ່າງຜ່ານຮ້ານອາຫານ, ນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 14​ ມິຖຸນາ 2021.

ໂຣກລະບາດໄວຣັສໂຄໂຣນາຍັງຄົງເປັນອຸປະສັກຕໍ່ການເດີນທາງ ແລະ ທ່ອງທ່ຽວໃນທົ່ວໂລກ. ແຕ່ວ່າບາງປະເທດແມ່ນໄດ້ຫຼຸດຜ່ອນມາດຕະການກັກບໍລິເວນຂອງຕົນແດ່ແລ້ວ, ແລະ ປະຊາຊົນໄດ້ຮັບອານຸຍາດໃຫ້ເດີນທາງພາຍໃນປະເທດ.

ການລະບາດຂອງ COVID-19 ໃນ ສະຫະລັດ ແມ່ນໄດ້ເອົາຊີວິດຂອງປະຊາຊົນ ອາເມຣິກັນ ໄປແລ້ວຫຼາຍກວ່າ 600,000 ອີງຕາມການລາຍງານໂດຍອົງການອະນາໄມໂລກ. ເຖິງແມ່ນຍັງມີການລະບາດເກີດຂຶ້ນໃນປະເທດ ແລະ ການເສຍຊີວິດຫຼາຍທີ່ສຸດໃນໂລກກໍຕາມ, ມາດຕະການຫ້າມ COVID-19 ຕ່າງໆແມ່ນໄດ້ຖືກຍົກເລີກໄປແລ້ວ ແລະ ປະຊາຊົນກໍສາມາດເດີນທາງທ່ອງທ່ຽວພາຍໃນປະເທດຢ່າງເປັນອິດສະຫຼະ.

ນາງ ຄິດຕານາ ຄົນອາເມຣິກັນ ເຊື້ອສາຍລາວຈາກລັດເວີຈິເນຍ ທີ່ໄດ້ເດີນທາງໄປທ່ຽວຢູ່ລັດ ຄາລີຟໍເນຍ ກັບຄອບຄົວຂອງລາວ. ລາວໄດ້ກ່າວຕໍ່ພວກເຮົາວ່າ: ຂ້ານ້ອຍຮູ້ສຶກດີຂຶ້ນກວ່າເກົ່າທີ່ໄດ້ເດີນທາງອີກຄັ້ງເພາະວ່າຂ້ານ້ອຍໄດ້ສັກຢາຄົບແລ້ວ ແລະ ເບິ່ງຄືວ່າຫຼາຍຄົນກະລຶ້ງໃສ່ໜ້າກາກແລ້ວ. ສະນັ້ນ ຂ້ານ້ອຍກະຮູ້ສຶກດີກວ່າເກົ່າ ປອດໄພກວ່າເກົ່າ. ມັນກະບໍ່ໄດ້ເປັນບັນຫາແລ້ວ ດຽວນີ້ຖ້າທຽບໃສ່ຕອນເລີ່ມຕົ້ນຂອງໂຄວິດ. ຕອນທີ່ຂ້ານ້ອຍໄປລັດຄາລິຟໍເນຍ ກ່ອນວັນທີ 15 ມິຖຸນາ, ເພາະວ່າມັນແມ່ນວັນທີ່ເຂົາເຈົ້າເປີດລັດຢ່າງເຕັມທີ່ນັ້ນ, ປະຊາຊົນຍັງຖືກຮຽກຮ້ອງໃຫ້ໃສ່ໜ້າກາກຢູ່ໃນຮົ່ມ ແຕ່ບໍ່ປານໃດຢູ່ກາງແຈ້ງ ແມ່ນກະທັ້ງຢູ່ບ່ອນທີ່ແອອັດຄືຫາດຊາຍ ຫຼື ຮໍລີວູດ. ແຕ່ຄອບຄົວຂອງຂ້ານ້ອຍກະຍັງໃສ່ໜ້າກາກທຸກບ່ອນທີ່ເຮົາໄປ ແມ່ນກະທັ້ງຢູ່ກາງແຈ້ງ ແລະ ໃນຮົ່ມ ເພາະວ່າລັດ ຄາລິຟໍເນຍ ມັນແມ່ນລັດທີ່ມີຄົນແອອັດຫຼາຍ ຫຼາຍຄົນກະຍ່າງຢູ່ໝົດທຸກບ່ອນ. ຂ້ານ້ອຍກະມີແຕ່ຢາກປອດໄພໄວ້ ໃສ່ໜ້າກາກເພື່ອໄວ້.”

ອົງການຄວບຄຸມໂຣກລະບາດ ສະຫະລັດ ໄດ້ປະກາດວ່າ ປະຊາຊົນຜູ້ທີ່ໄດ້ສັກຢາຄົບແລ້ວ ແມ່ນສາມາດເດີນທາງໄປມາ ແລະ ເຮັດກິດຈະກຳກາງແຈ້ງ ແລະ ໃນຮົ່ມໂດຍບໍ່ໃສ່ໜ້າກາກໄດ້. ແຕ່ສະຖານທີ່ບາງແຫ່ງຕົວຢ່າງສະໜາມບິນ ແລະ ຢູ່ໃນເຮືອບິນ ແມ່ນຕ້ອງໄດ້ໃສ່ໜ້າກາກຕະຫຼອດເວລາ.

ການຍົກເລີກມາດຕະການຫ້າມຕ່າງໆແມ່ນຜົນມາຈາກການທີ່ປະຊາຊົນ ສະຫະລັດ ຫຼາຍກວ່າ 60 ເປີເຊັນ ແມ່ນໄດ້ສັກຢາຢ່າງຄົບຖ້ວນແລ້ວ ແລະ ຕອນນີ້ປະທານາທິບໍດີ ໂຈ ໄບເດັນ ແມ່ນກຳລັງຕັ້ງເປົ້າໃຫ້ປະຊາຊົນຢ່າງຄົບຖ້ວນໃຫ້ ໄດ້ 70 ເປີເຊັນພາຍໃນເດືອນກໍລະກົດນີ້, ແຕ່ເບິ່ງຄືວ່າຈະບໍ່ປະສົບຜົນສຳເລັດ ຍ້ອນປະຊາຊົນໄປສັກຢາໜ້ອຍລົງ.

XS
SM
MD
LG