ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະຊາຊົນ ອາເມຣິກັນ ຫັນມາໃສ່ໃຈໃນການກິນອາຫານທີ່ດີຕໍ່ສຸຂະພາບຫຼາຍຂຶ້ນ


ແຮມເບີເກີ ຖືກກັດກິນແລ້ວ ພ້ອມກັບຈືນມັນຝຣັ່ງ, 2 ພະຈິກ, 2010.
ແຮມເບີເກີ ຖືກກັດກິນແລ້ວ ພ້ອມກັບຈືນມັນຝຣັ່ງ, 2 ພະຈິກ, 2010.

ປະຊາຊົນ ອາເມຣິກັນ ໃນປີ 2017-2021 ທີ່ຜ່ານມາໄດ້ພິຈາລະນາຕົນເອງວ່າມີນໍ້າໜັກເກີນ, ອີງຕາມອົງການຂ່າວ Gallup.

ຍ້ອນເຫດນີ້ປະຊາຊົນ ອາເມຣິກັນ ທັງຍິງ ແລະ ຊາຍຈຶ່ງມີຄວາມປາຖະໜາທີ່ຈະຮັກສາສຸຂະພາບ ແລະ ເບິ່ງແຍງຮ່າງກາຍຂອງເຂົາເຈົ້າໃຫ້ແຂງແຮງ, ບໍ່ວ່າຈະເປັນການອອກກຳລັງກາຍ ແລະ ການກິນອາຫານ.

ຜູ້ໃຫຍ່ສ່ວນຫຼາຍ ແມ່ນໄດ້ຫັນໜີຈາກເຂົ້າໜົມ ຫຼື ຂອງກິນຫຼິ້ນ ໃນຍາມຫວ່າງຫຼາຍຂຶ້ນ ແລະ ໄດ້ຫັນມາກິນໝາກໄມ້ ແລະ ຂອງກິນທີ່ເຮັດຈາກພືດເພື່ອສຸຂະ ພາບແທນ. ພ້ອມກັນນັ້ນອາຫານການກິນຂອງເຂົາເຈົ້າກໍໄດ້ປ່ຽນແປງເຊັ່ນກັນ, ເຊິ່ງຫຼາຍຄົນແມ່ນໄດ້ຫຼຸດຜ່ອນການກິນອາຫານທີ່ມີໄຂມັນສູງ ແລະ ອາຫານທີ່ເປັນທາດແປ້ງ.

ທ່ານ ສຸລິສັກ ຜູ້ດຳເນີນກິດຈະການຮ້ານອາຫານ Pop-up ຫຼື ຮ້ານອາຫານເຄື່ອນທີ່ຢູ່ນະຄອນ ລອສ-ແອນເຈີລິສ ໄດ້ກ່າວວ່າ “ຄົນຢູ່ ຄາລິຟໍເນຍ ເຂົາເຈົ້າບໍ່ກິນ Junk Food, ເຂົາເຈົ້າມັກກິນອາຫານເພື່ອສຸຂະພາບທີ່ໃຊ້ທັກສະສີມືໃນການເຮັດ. ສະນັ້ນ ຖ້າເຮົາຊິຂາຍອາຫານມັນກໍຍາກ ທີ່ຈະຄາດເດົາວ່າເຂົາເຈົ້າຢາກກິນຫຍັງ. ໂດຍສະເພາະຄົນ ອາເມຣິກັນ ຜິວຂາວ ເຂົາເຈົ້າມີທາງເລືອກທີ່ຕ່າງຈາກເຮົາ, ຄົນຕ່າງປະເທດ.”

ນອກນັ້ນ, ຄວາມກົດດັນຍັງໄດ້ສົ່ງຜົນກະທົບຕໍ່ການອອກກຳລັງກາຍ ແລະ ການກິນອາຫານ, ກໍ່ໃຫ້ຮ່າງກາຍຂອງພວກເຮົາສະສົມໄຂມັນຫຼາຍຂຶ້ນ. ໂຣກລະບາດ ໂຄວິດ-19 ກໍເປັນອີກປັດ​ໄຈນຶ່ງທີ່ເຮັດໃຫ້ປະຊາຊົນນັບແຕ່ເດັກນ້ອຍຫາຜູ້ໃຫຍ່ ມີນໍ້າໜັກຫຼາຍຂຶ້ນ ຍ້ອນວ່າເຂົາເຈົ້າໄດ້ປະເຊີນກັບບັນຫາຄວາມບໍ່ປອດໄພດ້ານອາຫານ ແລະ ໄດ້ເຂົ້າເຖິງການພັກຜ່ອນຢ່ອນໃຈໜ້ອຍລົງ ອີງຕາມອົງການຂ່າວ NPR.

XS
SM
MD
LG