ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແມ​່ຍິງ ອ​າ​ເມ​ຣິ​ກັນ ກັບ ລູກ ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ IS ເດີນ​ທາງ​ກັບ​ບ້ານ


ແມ່​ຍິງ​ຄົນ​ນຶ່ງ ຖືກ​ຄົ້ນ​ຕົວ​ໂດຍ​ນັກ​ລົບ​ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ, ຢູ່​ດ່ານກວດ​ຄົ້ນ ຫລັງ​ຈາກ​ຖືກອົບ​ພະ​ຍົບ​ອອກ​ຈາກ​ເຂດ​ພວກ​ລັດ​ອິ​ສ​ລາມ. ເມືອງ ບາ​ກຸ​ສ, ຊີ​ເຣຍ. 1 ມີ​ນາ, 2019.
ແມ່​ຍິງ​ຄົນ​ນຶ່ງ ຖືກ​ຄົ້ນ​ຕົວ​ໂດຍ​ນັກ​ລົບ​ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ, ຢູ່​ດ່ານກວດ​ຄົ້ນ ຫລັງ​ຈາກ​ຖືກອົບ​ພະ​ຍົບ​ອອກ​ຈາກ​ເຂດ​ພວກ​ລັດ​ອິ​ສ​ລາມ. ເມືອງ ບາ​ກຸ​ສ, ຊີ​ເຣຍ. 1 ມີ​ນາ, 2019.

ແມ່​ຍິງ ອາ​ເມ​ຣິ​ກັນ ສອງ​ຄົນ​ທີ່​ຖືກ​ກ່າວ​ຫາ ເຂົ້າ​ຮ່ວມ​ກັບ​ກຸ່ມກໍ່​ການ​ຮ້າຍ ລັດ​ອິ​ສ​ລາມ,
ພ້ອມກັບລູກຂອງພວກເຂົາ, ແມ່ນກຳລັງເດີນທາງກັບຄືນສູ່ ສະຫະລັດ.

ທ່ານ ຄາ​ມາ​ລ ອາ​ຄີ​ຟ, ໂຄ​ສົກ​ສຳ​ລັບ​ລັດ​ຖະ​ບານ​ທີ່​ນຳ​ພາ​ໂດຍ​ຊາວ ເຄີດ ໃນ​ພາກ​ຕາ​
ເວັນອອກສຽງເໜືອຂອງ ຊີເຣຍ ໄດ້ກ່າວຕໍ່ວີໂອເອວ່າ ແມ່ຍິງ ແລະ ລູກ 6 ຄົນນັ້ນ ໄດ້
ຖືກມອບຕົວໃຫ້ ສະຫະລັດ ໃນວັນພຸດວານນີ້ ໃນເມືອງ ເອນ ອິສຊາ.

ທ່ານ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ຜ່ານ​ການ​ສຳ​ພາດ​ທາງ​ໂທ​ລະ​ສັບ​ວ່າ ບັນ​ດາ​ຜູ້​ແທນ​ຂອງ​ລັດ​ຖະ
ບານ ສະຫະລັດ ໄດ້ມີໜ້າໃນມື້ນີ້ ເວລາການມອບພວກແມ່ຍິງ ແລະ ເດັກນ້ອຍໄດ້ດຳ
ເນີນຂຶ້ນ.” ທ່ານເວົ້າຕື່ມວ່າ ສະຫະລັດ ໄດ້ທຳການສືບສວນສອບສວນ ກ່ຽວກັບ ການ
ອ້າງເຖິງສັນຊາດຂອງພວກເຂົາຫຼາຍເດືອນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ເຂົາ​ເຈົ້າ​ໄດ້​ຊ່ວຍ
ເຫຼືອໃນການນຳສົ່ງຄົນ ອາເມຣິກັນ ກັບຄືນປະເທດຈາກ ຊີເຣຍ, ແຕ່ແນວໃດກໍຕາມ
ບັນດາເຈົ້າໜ້າທີ່ໄດ້ປະຕິເສດທີ່ຈະໃຫ້ລາຍລະອຽດທີ່ສະເພາະເຈາະຈົງ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດທ່ານ​ນຶ່ງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ພວກ​ເຮົາ​ສາ​ມາດ
ຢືນຢັນວ່າ ຄົນ ອາເມຣິກັນ ຫຼາຍຄົນ, ລວມທັງ ເດັກນ້ອຍ, ໄດ້ຖືກຊ່ວຍເຫຼືອຢ່າງປອດ
ໄພຈາກປະເທດ ຊີເຣຍ.”

ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ​ໄດ້​ເວົ້າ​ຕື່ມ​ວ່າ “ຄວາມ​ປອດ​ໄພ ແລະ​ ການ​ປ້ອງ​ກັນ​ຄົນ​ຂອງ
ສະຫະລັດ ແມ່ນບູລິມະສິດສູງສຸດຂອງພວກເຮົາ. ຍ້ອນການພິຈາລະນາວ່າເປັນເລື່ອງ
ສ່ວນຕົວນັ້ນ, ພວກເຮົາຂໍຢຸດການໃຫ້ຄຳເຫັນພຽງເທົ່ານີ້.”

ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ຫຼື SDF ທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ໂດຍ ສະ​ຫະ​ລັດ
ໄດ້ຈັບນັກລົບຕ່າງປະເທດຂອງພວກລັດອິສລາມຫຼາຍກວ່າ 2,000 ຄົນ ຈາກຫຼາຍ
ກວ່າ 50 ປະເທດ ນັບຕັ້ງແຕ່ການຫລົ້ມສະຫຼາຍຂອງເມືອງຫຼວງທີ່ຖືກປະກາດຂຶ້ນເອງ
ໂດຍກຸ່ມກໍ່ການຮ້າຍນັ້ນ ໃນເດືອນມີນາທີ່ຜ່ານມາ.

ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ຍັງ​ໄດ້ຄ​ວບ​ຄຸມ​ຕົວ​ພົນ​ລະ​ເຮືອນຫຼາຍ​ສິບ​ພັນ​ຄົນ ​ທີ່​
ເຊື່ອມໂຍງກັບກຸ່ມ IS, ລວມມີເມຍ ແລະ ລູກຂອງພວກນັກລົບຕ່າງປະເທດ, ເຊິ່ງຫຼາຍ
ຄົນໄດ້ມາຈາກເຂດນອກຂອງ ຊີເຣຍ ແລະ ອີຣັກ.

ສະ​ຫະ​ລັດ ແລະ ປະ​ເທດ​ພັນ​ທະ​ມິດ​ອື່ນໆ ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ ແລະ ແຫຼ່ງ​ຊັບ​
ພະຍາກອນອື່ນໆໃຫ້ແກ່ກອງກຳລັງ SDF ເພື່ອສ້ອມແປງ ແລະ ສ້າງຄຸກ ແລະ ສະ
ຖານທີ່ຄຸມຂັງ ໃນຂະນະທີ່ຊະຕາກຳຂອງພວກນັກລົບ IS ທີ່ຖືກຈັບໄດ້ ແມ່ນກຳລັງຢູ່
ໃນການພິຈາລະນາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG