ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນອາເມຣິກັນ ແລະພັນລະຍາ ໄດ້ຖືກປ່ອຍໂຕ ອອກຈາກຄຸກ ຂອງເວເນຊູເອລາແລ້ວ


US Hostage Venezuela
please wait
Embed

No media source currently available

0:00 0:01:36 0:00

ທ່ານ ຈັອສຊູອາ ໂຮລຕ໌ ອາຍຸ 26 ປີ ໄດ້ເປັນນັກໂທດຕິດຄຸກ ຢູ່ເວເນຊູເອລາ ມາຕັ້ງແຕ່
ລະດູຮ້ອນປີ 2016 ແຕ່ໃນວັນເສົາວານນີ້ ເພິ່ນໄດ້ບອກປະທານາທິ ສະຫະຣັດ ທ່ານ
ດໍໂນລ ທຣຳ ທີ່ທຳນຽບຂາວ ວ່າ ເພິ່ນໄດ້ “ມີຄວາມປຶ້ມປິຕິຫຼາຍ ພ້ອມດ້ວຍຄວາມຮູ້
ບຸນຄຸນ”
ຕໍ່ພວກທ່ານທັງຫຼາຍ ທີ່ໄດ້ປະຕິບັດງານ ເພື່ອການປົດປ່ອຍເພິ່ນ.

​ທ່ານ ທຣຳ ກ່າວວ່າ “ທ່ານ ໂຮລຕ໌ ເປັນຄົນກ້າຫານຫຼາຍ.”

ທ່ານ ໂຮລຕ໌ ພ້ອມພັນລະຍາ ທີ່ເປັນຊາວ ເວເນຊູເອລາ ນາງທາມາຣາ ແຄນເດີໂລ ໄດ້
ມາເຖິງ ສະຫະລັດ ໃນວັນເສົາວານນີ້ ຕິດຕາມມາໂດຍສະມາຊິກສະພາສູງ ທ່ານ ບອບ
ຄັອກເກີ້ ທີ່ໄດ້ຊ່ອຍເຈລະຈາ ເພື່ອການປົດປ່ອຍພວກເຂົາເຈົ້າ.

ທ່ານ ໂຮລຕ໌ ທີ່ເປັນອະດີດ ນັກສອນສາສະໜາ ນິກາຍ ມໍເມິນ ໄດ້ເດີນທາງໄປ
ເວເນຊູເອລາ ໃນເດືອນ ມິຖຸນາ ປີ 2016 ເພື່ອໄປແຕ່ງງານກັບນາງ ແຄນເດີໂລ.
ຕຳຫຼວດ ໄດ້ຈັບກຸມຄູ່ຜົວເມຍ ດັ່ງກ່າວລຸນຫຼັງທີ່ ໄດ້ພົບເຫັນປືນຍາວນຶ່ງກະບອກ
ພ້ອມດ້ວຍລູກແຕກຫຼາຍໜ່ວຍ ເວລາບຸກກວດຄົ້ນເຮືອນ ບ່ອນພວກກ່ຽວອາໄສຢູ່.​
ພວກກ່ຽວໄດ້ປະຕິເສດ ຕໍ່ຂໍ້ຫາວ່າມີອາວຸດດັ່ງກ່າວ.

ຍາດຕິພີ່ນ້ອງ ຂອງທ່ານ ຈັອສຊູອາ ໂຮລຕ໌, ຜູ້ທີ່ໄດ້ຖືກປ່ອຍໂຕ ອອກຈາກຄຸກໃນເວເນຊູເອລາ, ໂດຍມີຜູ້ເປັນພໍ່ ທ່ານເຈຊັນ ໂຮລຕ໌, ຊ້າຍ; ນ້ອງສາວ, ນາງແມຣີແອນ ລີວລ໌; ຜູ້ເປັນແມ່, ທ່ານນາງ ໂລຣີ ໂຮລຕ໌, ແລະພັນລະຍາຂອງທ່ານ ຈັອສຊູອາ, ທ່ານນາງ ແທມມາລາ ໂຮລຕ໌, ຂວາ, ນັ່ງຢູ່ໂຊຟາ ໃນຫ້ອງການໂອໂວລ ຂອງທຳນຽບຂາວ, ວັນທີ 26 ພຶດສະພາ 2018, ໃນນະຄອນຫຼວງ ວໍຊິງຕັນ.
ຍາດຕິພີ່ນ້ອງ ຂອງທ່ານ ຈັອສຊູອາ ໂຮລຕ໌, ຜູ້ທີ່ໄດ້ຖືກປ່ອຍໂຕ ອອກຈາກຄຸກໃນເວເນຊູເອລາ, ໂດຍມີຜູ້ເປັນພໍ່ ທ່ານເຈຊັນ ໂຮລຕ໌, ຊ້າຍ; ນ້ອງສາວ, ນາງແມຣີແອນ ລີວລ໌; ຜູ້ເປັນແມ່, ທ່ານນາງ ໂລຣີ ໂຮລຕ໌, ແລະພັນລະຍາຂອງທ່ານ ຈັອສຊູອາ, ທ່ານນາງ ແທມມາລາ ໂຮລຕ໌, ຂວາ, ນັ່ງຢູ່ໂຊຟາ ໃນຫ້ອງການໂອໂວລ ຂອງທຳນຽບຂາວ, ວັນທີ 26 ພຶດສະພາ 2018, ໃນນະຄອນຫຼວງ ວໍຊິງຕັນ.

ທ່ານ ອໍຣິນ ແຮັດສ ສະມາຊິກສະພາສູງ ທີ່ເປັນຜູ້ແທນໃຫ້ ທ່ານໂຮລຕ໌ໃນລັດ ຢູທາ
ໄດ້ຂຽນລົງໃນ ທວີດເຕີ້ ວ່າ “ພາຍໃນໄລຍະສອງປີ ຂ້າພະເຈົ້າໄດ້ປະຕິບັດງານ ກັບປະທານາທິບໍດີ ສອງສະໄໝ ໄດ້ໃຊ້ວິທີການທູດອັນນັບບໍ່ຖ້ວນ ພໍ້ກັບເອກອັກ
ຄະລັດຖະທູດ ທົ່ວໂລກ ໄດ້ຕິດຕໍ່ກັບເຄື່ອຄ່າຍໃນ ເວເນຊູເອລາ ແລະກັບປະທາ
ນາທິບໍດີ ມາດູໂຣ ເອງ ແລະຂ້າພະເຈົ້າຮູ້ສຶກເປັນກຽດຫຼາຍທີ່ສຸດ ທີ່ໄດ້ນຳເອົາ ທ່ານ
ໂຮລຕ໌ ກັບຄືນມາສູ່ຄອບຄົວທີ່ຮັກຫອມ ທີ່ໄດ້ຮັບຄວາມທໍຣະມານມາ ຂອງເພິ່ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG