ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄົນອະເມຣິກັນຄົນນຶ່ງ ທີ່ຫາຍໂຕໄປ ໃນອີຣ່ານ ເປັນນັປສືບ CIA


ນາຍ Robert Levinson ອະດີດພະນັກງານອົງການ FBI
ນາຍ Robert Levinson ອະດີດພະນັກງານອົງການ FBI
ສື່​ມວນ​ຊົນ​ສະຫະລັດ​ສອງ​ກະ​ແສ​ລາຍ​ງານ​ວ່າ ຄົນ​ອະ​ເມຣິກັນ​
ຄົນ​ນຶ່ງ​ທີ່ໄດ້​ຫາຍ​ໂຕ​ໄປ​ຢ່າງ​ລຶກລັບ​ໄດ້​ເກືອບ 7 ປີຜ່ານມາ​ໃນ​
ອີຣ່ານ ​ໄດ້​ປະຕິບັດ​ງານ​ແບບ​ຄົນ​ພະ​ເນ​ຈອນ​ໃຫ້​ອົງການ​ສືບ
​ລັບ CIA.

ອົງການຂ່າວ AP ​ແລະ​ໜັງສືພິມ Washington Post ກ່າວ​
ວ່າ ນາຍ Robert Levinson ​ໄດ້​ເກັບ​ກຳ​ຂ່າວ​ລັບ​ໃຫ້​ພວກ​
ນັກວິ​ເຄາະ​ຈຸ​ນຶ່ງ​ຂອງອົງການ CIA ຊຶ່ງ​ພວກ​ນັກວິ​ເຄາະ​ເຫຼົ່າ​
ນີ້​ບໍ່​ມີ​ສິດ​ອຳນາດ​ທີ່​ຈະ​ດຳ​ເນີນ​ພາລະກິດ​ຂອງ​ຕົນ​ໃນ​ຕ່າງປະ
​ເທດ​ໄດ້.

ນາຍ Robert Levinson ອະດີດ​ນັກ​ສືບ​ອົງການ FBI ​ໄດ້​ຫາຍ​ໂຕ​ໄປ​ໃນ​ເດືອນ​ມີນາ​
ຂອງ​ປີ 2007 ​ໃນ​ຂະນະ​ທີ່​ພວມຢ້ຽມຢາມ​ເກາະ Kish ຂອງ​ອີຣ່ານ ​ໃນ​ອັນ​ທີ່​ຄອບຄົວຂອງ​
ຜູ້ກ່ຽວ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສະຫະລັດ​ໄດ້​ບັນ​ລະ​ຍາຍວ່າ ​ເປັນການເດີນທາງ
ທາງ​ທຸລະ​ກິດສ່ວນ​ຕົວ.

​ແຕ່​ລາຍ​ງານ​ຂ່າວ​ສອງ​ກະ​ແສ​ນີ້​ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ຄວາມ​ຈິງ​ແລ້ວ​ນາຍ
Levinson ​ໄດ້​ພົບ​ປະ​ກັບ​ນາຍ Dawud Salahuddin ທີ່​ທາງ​ການ​ສະຫະລັດ​ຕ້ອງ
ການໂຕ​ໃນ​ຖານ​ເປັນ​ຄາດ​ຕະກອນ​ນັກ​ການ​ທູດ​ອີຣ່ານຄົນ​ນຶ່ງ​ທີ່​ປະຈຳ​ຢູ່ໃນ​ສະຫະລັດ​
ໃນ​ປີ1980 ​ແລະ​ມີ​ສາຍ​ພົວພັນ​ທີ່​ໃກ້ຊິດ​ກັບ​ບັນດາ​ຜູ້ນຳ​ອີຣ່ານ.

ລາຍ​ງານ​ເຫຼົ່າ​ນີ້​ເວົ້າ​ຕື່ມ​ວ່າ ພວກ​ທະນາຍຄວາມ​ຂອງ​ນາຍ Levinson ​ໄດ້​ພົບ​ເຫັນ
emails ຫຼາຍ​ສະບັບ ທີ່​ວ່າ ນັກວິ​ເຄາະຄົນ​ນຶ່ງ​ຂອງ​ອົງການ CIA ​ໄດ້ໃຫ້​ຄວາມ​ໝັ້ນ​ໃຈ
​ແກ່​ນາຍ Levinson ກ່ອນ​ຜູ້ກ່ຽວ​ຈະ​ອອກ​ເດີນທາງ​ໄປ​ວ່າ ຜູ້ກ່ຽວ​ຈະ​ໄດ້​ຮັບ​ຄ່າ​ໃຊ້​ຈ່າຍ
ຕ່າງໆ​ຄືນ.
XS
SM
MD
LG