ທ່ານ ດໍໂນລ ທຣໍາ ຈະກາຍມາເປັນປະທານາທິບໍດີຄົນທີ 47 ຂອງສະຫະລັດໃນທ້າຍເດືອນນີ້. ບັນດາຜູ້ລົງຄະແນນສຽງຂອງສະຫະລັດ ມີຄວາມຄາດຫວັງແຕກຕ່າງກັນໄປ ສຳລັບປະທານາທິບໍດີຄົນຕໍ່ໄປຂອງພວກເຂົາເຈົ້າ.
ໃນລັດ ມິສຊິສສິບປີ ທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດ, ຄາດຫວັງຕໍ່ການເປັນປະທານາທິບໍດີສະໄໝທີ 2 ຂອງ ທ່ານ ດໍໂນລ ທຣໍາ ແມ່ນປະສົມປະສານກັນ, ດັ່ງທີ່ ຍານາງ ບັອບບີ້ ໂຈ ແຮໂຣລ (Bobbie Jo Harrell) ຜູ້ທີ່ໄດ້ລົງຄະແນນສຽງໃຫ້ແກ່ ທ່ານ ທຣໍາ.
ຍານາງ ບັອບບີ້ ໂຈ ແຮໂຣລ, ຜູ້ລົງຄະແນນສຽງໃນລັດ ມິສຊິສສິບປີ ກ່າວວ່າ:
“ແນ່ນອນ, ຂ້ອຍຢາກເຫັນລາວເຂົ້າມາຄວບຄຸມຂົງເຂດຊາຍແດນ ແລະ ສະຖານະການຄົນເຂົ້າເມືອງທີ່ຜິດກົດໝາຍທັງຫຼາຍຂອງພວກເຮົາ. ຂ້ອຍສາມາດໃຫ້ຄວາມຊ່ວຍເຫຼືອແກ່ທຸກຄົນ ເທົ່າທີ່ຂ້ອຍສາມາດເຮັດໄດ້, ໂດຍສະເພາະ ໃນບ່ອນທີ່ມີຄວາມກັງວົນກ່ຽວກັບເດັກນ້ອຍ. ແຕ່ ຂ້ອຍກໍ່ຢາກເຫັນລູກໆ ແລະຫຼານໆຂອງຂ້ອຍ ສາມາດມີຄວາມສຸກກັບປະເທດອາເມຣິກາທີ່ຂ້ອຍເຕີບໃຫຍ່ຢູ່ໃນທີ່ນັ້ນ.”
ຜູ້ຍິງຂ້າມເພດປະຊາຊົນຊາວນິວຢອກ ແອນເຈີໂລ ມາຍເອີຣ (Angelo Myer) ມີຄວາມກັງວົນກ່ຽວກັບອະນາຄົດພາຍໃຕ້ລັດຖະບານຊຸດນີ້ ທີ່ຢືນຢັນການຄັດຄ້ານຕໍ່ປະກັນສຸຂະພາບສໍາລັບກຸ່ມທີ່ໄດ້ຮັບການຢືນຢັນທາງເພດ.
ແອນເຈີໂລ ມາຍເອີຣ, ຜູ້ລົງຄະແນນສຽງຊາວນິວຢອກກ່າວວ່າ:
“ພັກຣີພັບບລີກັນທີ່ກໍາລັງຕິດຕາມເບິ່ງ ຕ້ອງຮູ້ຈັກວ່າ ການລົງທຶນໃນເດັກນ້ອຍຂ້າມເພດ ແມ່ນມີຄວາມສໍາຄັນເທົ່າກັບການລົງທຶນໃນເດັກນ້ອຍຂອງພວກເຮົາເອງ ເພາະວ່າ ພວກເຮົາແມ່ນຄົນລຸ້ນຕໍ່ໄປທີ່ຈະນໍາພາປະເທດແຫ່ງນີ້. ແລະພວກເຮົາກໍມີຄວາມຄິດທີ່ສົດໃສ, ພ້ອມທັງມີອະນາຄົດທີ່ເຂັ້ມແຂງ.”
ທ່ານ ຊອນ ຄຸສຊິງ (Sean Cushing) ຕ້ອງການໃຫ້ ທ່ານ ທຣໍາ ເອົາໃຈໃສ່ທາງດ້ານເສດຖະກິດ.
ທ່ານ ຊອນ ຄຸສຊິງ, ຜູ້ລົງຄະແນນສຽງຊາວນິວຢອກ ກ່າວວ່າ:
“ພຽງແຕ່ຍຶດໝັ້ນກັບຄໍາໝັ້ນສັນຍາຈາກການໂຄສະນາຫາສຽງ ແລະຍຸຕິພາສີກ່ຽວກັບເງິນທິບໃນທິດທາງທີ່ລາວເວົ້າວ່າ ລາວຈະລົງມືປະຕິບັດ.”
ນາງ ເຈີຣີ ແຮລຕັນ (Jeri Helton) ປະຊາຊົນທີ່ອາໄສໃນລັດ ມິສຊິສສິບປີ ຍອມຮັບວ່າ ເສດຖະກິດແມ່ນບູລິມະສິດອັນສໍາຄັນອັນດັບນຶ່ງ.
ນາງ ເຈີຣີ ແຮລຕັນ, ຜູ້ລົງຄະແນນລັດ ມິສຊິສສິບປີ ກ່າວວ່າ:
“ຂ້ອຍຢາກໃຫ້ປະທານາທິບໍດີ ດໍໂນລ ທຣໍາ ເຮັດໃຫ້ຄ່າຄອງຊີບຂອງພວກເຮົາຫຼຸດລົງມາອີກຄັ້ງ. ຂ້ອຍເມື່ອຍຫຼາຍກັບການດຳລົງຊີວິດຈາກເງິນເດືອນຕໍ່ເດືອນແບບນີ້.”
ໃນລັດ ເພັນຊີລເວເນຍ, ນາງ ຊາມມີຣາ ເຊີຟາວອຸຍ (Sammira Cherfaoui) ເປັນຫ່ວງກ່ຽວກັບຜົນກະທົບຂອງ ທ່ານ ທຣໍາ ຕໍ່ສິດທິໃນການຈະເລີນພັນ ແລະດ້ານສາສະໜາຂອງນາງ.
ນາງ ຊາມມີຣາ ເຊີຟາວອຸຍ, ຜູ້ລົງຄະແນນສຽງໃນລັດເພັນຊິລເວເນຍ ກ່າວວ່າ:
“ຂ້ອຍຄິດວ່າ ຂ້ອຍຈະເສຍສິດໃນການເປັນແມ່ຍິງ. ຂ້ອຍຄິດວ່າ ຂ້ອຍຈະສູນເສຍສິດໃນການນັບຖືສາສະໜາຂອງຂ້ອຍ ເນື່ອງຈາກຂ້ອຍເຫັນວ່າ ລາວຕ້ອງການພຽງແຕ່ສາສະໜາຄຣິສຕຽນ. ແລະຂ້ອຍເຊື່ອວ່າ ປະເທດແຫ່ງນີ້ເປີດກວ້າງໃຫ້ທຸກສາສະໜາ. ຂ້ອຍຮູ້ສຶກວ່າ ທຸກຄົນຄວນສາມາດຮຽນຮູ້ກ່ຽວກັບສາສະໜາຕ່າງໆຢູ່ໃນໂຮງຮຽນ, ບໍ່ພຽງແຕ່ສາສະໜາດຽວ.”
ໃນລັດເທັກຊັສ, ຜູ້ສະສະໜັບສະໜູນ ທ່ານ ທຣໍາ, ທ່ານ ຣອສ ບາຣ໌ເຣຣາ (Ross Barrera) ກ່າວວ່າ ປະສົບການທາງທຸລະກິດຂອງປະທານາທິບໍດີຄົນໃໝ່ ຈະຊ່ວຍນໍາປະເທດໄປໃນທິດທາງທີ່ຖືກຕ້ອງ.
ທ່ານ ຣອສ ບາຣ໌ເຣຣາ, ຜູ້ລົງຄະແນນສຽງຈາກເທັກຊັສ ກ່າວວ່າ:
“ປະຊາຊົນເມື່ອຍຫຼາຍແລ້ວ. ສິ່ງທີ່ປະຊາຊົນຕ້ອງການນະທີ່ນີ້ ແມ່ນພວກເຂົາຕ້ອງການວຽກເຮັດງານທໍາ. ພວກເຂົາເຈົ້າຕ້ອງການມີເສດຖະກິດທີ່ດີ. ພວກເຂົາຕ້ອງການໃຫ້ອັດຕາເງິນເຟີ້ຫຼຸດລົງ. ພວກເຂົາຕ້ອງການຄວາມປອດໄພທາງຊາຍແດນ. ເຂົາເຈົ້າຕ້ອງການນ້ຳມັນ ແລະເຊື້ອເພີງ.”
ສິ່ງສໍາຄັນທີ່ສຸດທີ່ ທ່ານ ທຣໍາ ສາມາດເຮັດໄດ້ສໍາລັບຜູ້ລົງຄະແນນສຽງໃນລັດ ມິສຊິສສິບປີ ເຊັ່ນ ທ້າວ ຢາວລ໌ ຟຣາວສໂຕ (Yael Frausto) ແມ່ນການວາງທິດທາງຂອງວາລະທີ່ຈະແຈ້ງ.
ທ້າວ ຢາວລ໌ ຟຣາວສໂຕ, ຜູ້ລົງຄະແນນສຽງຈາກລັດມິສຊິສສິບປີ ກ່າວວ່າ:
“ຂ້ອຍຢາກໃຫ້ລາວເວົ້າກົງໄປກົງມາກ່ຽວກັບນະໂຍບາຍຕ່າງໆທີ່ລາວຈະນຳເຂົ້າສູ່ປະເທດ. ໃຫ້ພວກເຮົາໄດ້ຮູ້, ທຸກໆຄົນທັງໃນພັກຣີພັບບລີກັນ ແລະເດໂມແຄຣັດ ຮູ້ຈັກວ່າ ແມ່ນຫຍັງຄືສິ່ງດີໆທີ່ພວກເຮົາຈະໄດ້ຮັບໃນສີ່ປີຂ້າງໜ້າ ຫຼື ສິ່ງທີ່ບໍ່ຄ່ອຍດີທີ່ພວກເຮົາຈະໄດ້ຮັບໃນຕໍ່ຫນ້າ.”
ທ່ານ ທຣໍາ ຈະສາບານໂຕເຂົ້າຮັບຕຳແໜ່ງປະທານາທິບໍດີຢູ່ນະຄອນຫຼວງວໍຊິງຕັນ ໃນວັນທີ 20 ມັງກອນ ນີ້ ເຊິ່ງພວກເຮົາຈະມີລາຍງານ ມາສະເໜີທ່ານຕື່ມອີກ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
Donald Trump will become the 47th president of the United States later this month. U.S. voters have differing expectations for their next president. VOA Correspondent Scott Stearns has the story.
In the Southern state of Mississippi, expectations for Donald Trump’s second presidency are mixed. Bobbie Jo Harrell voted for Trump.
Bobbie Jo Harrell, Mississippi Voter.
“I would like to see him definitely take control of the border and our illegal immigrant situations. I'm all about helping anyone that I can, especially where young children are concerned. But I'd also like to see my children and my grandchildren be able to enjoy the America that I grew up in.”
Transgender New Yorker Angelo Myer is concerned about the future under an administration that has expressed opposition to gender-affirming health care.
Angelo Myer, New York Voter.
"Republicans watching need to know investing in trans kids is just as important as investing in their own kids because we are the next generation who's going to lead this country. And we have bright ideas, strong futures."
Sean Cushing wants Trump to focus on the economy.
Sean Cushing, New York Voter.
“Just stick to the campaign promises and end the taxes on tips the way he said he would.”
Jeri Helton in Mississippi agrees the economy is the top priority.
Jeri Helton, Mississippi Voter.
“I would like for President Trump to be able to lower the cost of living for us again. I'm tired of living from paycheck to paycheck.”
In Pennsylvania, Sammira Cherfaoui worries about Trump’s impact on her reproductive and religious rights.
Sammira Cherfaoui, Pennsylvania Voter.
“I'm thinking I'm losing my women’s rights. I'm thinking I lose my right of religion because I see that he wants to put forward just Christianity. And I believe that this country opens up to every religion. I feel as though that everyone should be able to learn about the religion in schools, not just one.”
In Texas, Trump supporter Ross Barrera says the incoming president’s business experience will help put the country right.
Ross Barrera, Texas Voter.
“People are tired. What people want here is they want jobs. They want a good economy. They want inflation to go down. They want border security. They want oil and fuel.”
The most important thing Trump can do for Mississippi voter Yael Frausto is to lay out a clear agenda.
Yael Frausto, Mississippi Voter.
“I would want him to be straightforward about the policies that he is going to put forward into the country. Just so we know, everyone in both the Republican Party and the Democratic Party, what we have to look forward to or not look forward to in the next four years.”
Trump will be sworn in as president in Washington January 20.
ຟໍຣັມສະແດງຄວາມຄິດເຫັນ