ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ມິສິດລົງຄະແນນສຽງຊາວອາເມຣິກັນ ມີຄວາມກັງວົນ ກ່ຽວກັບອາຍຸ ຂອງຜູ້ລົງແຂ່ງຂັນ ເປັນປະທານາທິບໍດີ


ແຟ້ມຮູບ-ຜູ້ມີສິດລົງຄະແນນສຽງ ປ່ອນບັດຂອງພວກເຂົາເຈົ້າ ໃນການເລືອກຕັ້ງຂັ້ນຕົ້ນກາງສະໄໝ ຢູ່ທີ່ເມືອງໂກຣບ (Grove), ລັດໂອໄຮໂອ, ວັນທີ 3 ພຶດສະພາ 2022.
ແຟ້ມຮູບ-ຜູ້ມີສິດລົງຄະແນນສຽງ ປ່ອນບັດຂອງພວກເຂົາເຈົ້າ ໃນການເລືອກຕັ້ງຂັ້ນຕົ້ນກາງສະໄໝ ຢູ່ທີ່ເມືອງໂກຣບ (Grove), ລັດໂອໄຮໂອ, ວັນທີ 3 ພຶດສະພາ 2022.

ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຊີ້​ໃຫ້​ເຫັນ​ວ່າ ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ປີ 2024 ຈະ​ເປັນ​ການ​ແຂ່ງ​ຂັນ​ຄືນໃນປີ 2020 ລະ​ຫວ່າງ ທ່ານໂຈ ໄບເດັນ ແລະ ທ່ານດໍໂນລ ທຣໍາ, ໂດຍ​ຜູ້​ມີສິດລົງ​ຄະ​ແນນສຽງ ​ຈະທໍາການເລືອກ​ເອົາ​ຜູ້​ທີ່​ຈະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີທີ່ ມີ​ອາ​ຍຸ​ສູງ​ສຸດ​ຂອງ​ປະ​ເທດຄື ທ່ານ ໄບເດັນ ຫຼື ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ຍຸ​ສູງ​ສຸດ​ອັນ​ດັບ​ສອງຂອງພວກເຂົາເຈົ້າ, ທ່ານ ທຣໍາ.

ຜູ້ມີສິດລົງຄະແນນສຽງຫຼາຍຄົນ ພາກັນບໍ່ພໍໃຈກັບໂຕເລືອກດັ່ງກ່າວ, ເຊິ່ງການສຳຫຼວດຄວາມຄິດເຫັນຂອງ ABC News/Ipsos ໃນຕົ້ນເດືອນນີ້ພົບວ່າ ຊາວອາເມຣິກັນ 59 ເປີເຊັນຄິດວ່າ ຜູ້ຖືກສະເໜີຊື່ທັງສອງທ່ານ ມີອາຍຸເກີນກວ່າທີ່ຈະຮັບໃຊ້ອີກສະໄໝນຶ່ງ.

ແຟ້ມ-ປະທານາທິບໍດີ ໂຈ ໄບເດັນ ລໍຖ້າກ່າວຄໍາປາໄສ ໃນຂະນະທີ່ສະຕີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ຢືນຄຽງຂ້າງທ່ານ ຢູ່ສະຖານທີ່ໂຄສະນາຫາສຽງໃຫຍ່ຂອງທ່ານ ໃນນະຄອນວີລມິງຕັນ, ລັດເດລາແວ, ວັນທີ 3 ກຸມພາ 2024.
ແຟ້ມ-ປະທານາທິບໍດີ ໂຈ ໄບເດັນ ລໍຖ້າກ່າວຄໍາປາໄສ ໃນຂະນະທີ່ສະຕີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ຢືນຄຽງຂ້າງທ່ານ ຢູ່ສະຖານທີ່ໂຄສະນາຫາສຽງໃຫຍ່ຂອງທ່ານ ໃນນະຄອນວີລມິງຕັນ, ລັດເດລາແວ, ວັນທີ 3 ກຸມພາ 2024.

ທ່ານຊາຣ໌ ບູລລັອກ (Charles Bullock) ນັກລັດ​ຖະ​ສາດຈາກມະຫາວິທະຍາ ໄລຈໍເຈຍ ກ່າວຕໍ່ VOA ວ່າ "ທຸກໆການສະແດງອອກ ເບິ່ງຄືວ່າ ຊາວອາເມຣິກັນສ່ວນໃຫຍ່ ບໍ່ໄດ້ລໍຖ້າການເລືອກຕັ້ງປີ 2020 ຄືນໃໝ່. ຖ້າຝ່າຍໃດນຶ່ງ ສາ ມາດນຳ​ສະ​ເໜີ​ບຸກ​ຄົນ​ທີ່​ມີຄຸນນະພາບ ແລະມີອາຍຸທີ່ຍັງໜຸ່ມກວ່ານີ້, ຜູ້ຖືກແຕ່ງ ຕັ້ງນັ້ນ ຈະຊະນະແບບສະບາຍ."

ຜູ້ເປັນແມ່ ທີ່ເປັນປະຊາຊົນຈາກລັດຄອນເນັກຕິກັດ ນາງຣີເບກກ້າ ເອີຣູເທຍ (Rebecca Urrutia) ເຫັນດີກັບຄວາມຄິດນີ້.

ນາງກ່າວວ່າ “ອາຍຸຂອງຜູ້ລົງສະໝັກຂອງພວກເຮົາແມ່ນສິ່ງທີ່ສ້າງຄວາມກັງວົນ ທີ່ສຸດ. ມັນ​ສະແດງໃຫ້ເຫັນ​ວ່າ ​ລະ​ບົບ​ສອງ​ພັກ​ຂອງ​ພວກ​ເຮົາ​ໄດ້​ພັງ​ທະ​ລາຍ​ລົງ ​ແລະ​ຖືກ​ໄໝ້​ໄປໝົດເລີຍ.

ແຟ້ມຮູບ-ຜູ້ລົງແຂ່ງຂັນຈາກພັກຣີພັບບຣິກັນ ອະດີດປະທານາທິບໍດີ ດໍໂນລ ທຣໍາ, ເຂົ້າຮ່ວມບ່ອນຊຸມນຸມຫາສຽງ ໃນເມືອງນ້ອຍໆວໍເຕີຝອດ (Waterford), ລັດມິຊິກັນ, ວັນທີ 17 ກຸມພາ 2024.
ແຟ້ມຮູບ-ຜູ້ລົງແຂ່ງຂັນຈາກພັກຣີພັບບຣິກັນ ອະດີດປະທານາທິບໍດີ ດໍໂນລ ທຣໍາ, ເຂົ້າຮ່ວມບ່ອນຊຸມນຸມຫາສຽງ ໃນເມືອງນ້ອຍໆວໍເຕີຝອດ (Waterford), ລັດມິຊິກັນ, ວັນທີ 17 ກຸມພາ 2024.

ນາງກ່າວຕື່ມວ່າ "ພວກເຮົາກໍາລັງລົງຄະແນນສຽງ ສໍາລັບຜູ້ຊາຍສອງຄົນ ທີ່ມີອາຍຸລະຫວ່າງ 80 ປີຊັ້ນບໍ? ຫຼື ພວກເຮົາກໍາລັງລົງຄະແນນສຽງໃຫ້ປະຊາຊົນທີ່ພວກເຂົາເຈົ້າເລືອກໃຫ້ເປັນຮອງປະທານາທິບໍດີ? ໂອກາດທີ່ເພິ່ນຈະບໍ່ສາມາດສໍາເລັດອາຍຸການເຮັດວຽກຂອງພວກເພິ່ນໄດ້ຍ້ອນໂຣກສະໝອງເສື່ອມ, ມີອາຍຸ ສູງແລ້ວ ຫຼື ເຫດຜົນດ້ານສຸຂະພາບອື່ນໆ ເຊິ່ງມັນເປັນບາງສິ່ງທີ່ຍາກຈະເຊື່ອໄດ້. ບາງສິ່ງໃນລະບົບຂອງພວກເຮົາແມ່ນເພພັງລົງແລ້ວ, ແລະພວກເຮົາຈໍາເປັນຕ້ອງໄດ້ແກ້ໄຂ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG