ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກທ່ອງທ່ຽວ ອາເມຣິກັນ ຖືກຈັບ ຢູ່ ເກົາຫຼີເໜືອ


ແຜນທີ່ເກົາຫຼີເໜືອ
ແຜນທີ່ເກົາຫຼີເໜືອ
ເກົາຫຼີເໜືອກ່າວວ່າ ຕົນໄດ້ຈັບກຸມພົນລະເມືອງອາເມຣິກັນຄົນນຶ່ງ
ທີ່ເດີນທາງເຂົ້າໄປໃນເກົາຫຼີເໜືອໃນນາມນັກທ່ອງທ່ຽວ ເມື່ອທ້າຍ ເດືອນເມສາຜ່ານມານີ້.

ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອຫຼື KCNA ລາຍ
ງານໃນວັນສຸກມື້ນີ້ວ່າ ທ່ານ Jeffrey Edwards Fowle ໄດ້ລະ ເມີດເງື່ອນໄຂການອອກວີຊ່າໃຫ້ລາວແລະກຳລັງຖືກສອບປາກ
ຄຳຢູ່.

ເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດຄົນນຶ່ງກ່າວວ່າ ວໍ
ຊິງຕັນຮູ້ເລື່ອງ ກ່ຽວກັບລາຍງານທີ່ວ່າ ປະຊາຊົນອາເມຣິກັນຄົນ
ນຶ່ງໄດ້ຖືກຈັບໂດຍເກົາຫຼີເໜືອ.

ເກົາຫຼີເໜືອ ບໍ່ໄດ້ໃຫ້ເຫດຜົນຫຼືສິ່ງຈູງໃຈທີ່ເຈາະຈົງໃດໆ ທີ່ອາດພາໃຫ້ມີການຈັບກຸມ ທ່ານ Fowle ຊຶ່ງເປັນຄົນອາເມຣິກັນຜູ້ທີ 3 ທີ່ຖືກເຈົ້າໜ້າທີ່ເກົາຫຼີເໜືອຈັບ.

ໃນເດືອນເມສາຜ່ານມາ ເກົາຫຼີເໜືອກໍໄດ້ຈັບກຸມທ້າວ Matthew Todd Miller ອາຍຸ 24 ປີ ທີ່ຖືກກ່າວຫາວ່າ ໄດ້ຈີກວີຊ່າຂອງລາວຖິ້ມແລະຕ້ອງການຂໍລີ້ໄພ.

ທ່ານ Kenneth Bae ນັກເຜີຍແຜ່ສາສະໜາອາເມຣິກັນເຊື້ອສາຍເກົາຫຼີ ໄດ້ຖືກຈັບ ໃນປີ 2012 ແລະຜູ້ກ່ຽວໄດ້ຖືກຕັດສິນລົງໂທດໃຫ້ເຮັດວຽກໜັກຢູ່ໃນຄ້າຍສັບພະທຸກ ເປັນເວລາ
15 ປີ ໃນຂໍ້ຫາພະຍາຍາມໂຄ່ນລົ້ມລັດຖະບານ.

ໃນທ້າຍປີກາຍນີ້ ທ່ານ Merrill Newman ນັກທ່ອງທ່ຽວອາເມຣິກັນຊຶ່ງເຄີຍເປັນນັກລົບ
ເກົ່າປາງສົງຄາມເກົາຫຼີ ທີ່ມີອາຍຸ 80 ປີກວ່າໆແລ້ວນັ້ນ ໄດ້ຖືກຈັບເປັນເວລາປະມານນຶ່ງ
ເດືອນກ່ອນທີ່ຈະຖືກປ່ອຍ.

ຊາວອາເມຣິກັນສ່ວນໃຫຍ່ທີ່ຖືກຈັບຢູ່ໃນເກົາຫຼີເໜືອ ແມ່ນຖືກປ່ອຍຫລັງຈາກໄດ້ອ່ານຄຳ
ສາລະພາບຜິດທາງວີດີໂອກ່ຽວກັບຂໍ້ຫາຕ່າງໆແລ້ວ.
XS
SM
MD
LG