ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກລອຍນ້ຳ ອາເມຣິກັນ ຈະບໍລິຈາກເງິນ 11 ພັນໂດລາ ໃຫ້ແກ່ອົງການກຸສົນ


ນັກລອຍນ້ຳ James Feigen ຫົວຍິ້ມ ກ່ອນການແຂ່ງລອຍນ້ຳ ໃນກິລາໂອລິມປິກ ທີ່ນະຄອນ Rio de Janeiro ປະເທດບຣາຊີລ.
ນັກລອຍນ້ຳ James Feigen ຫົວຍິ້ມ ກ່ອນການແຂ່ງລອຍນ້ຳ ໃນກິລາໂອລິມປິກ ທີ່ນະຄອນ Rio de Janeiro ປະເທດບຣາຊີລ.

ນັກ​ລອຍ​ນ້ຳ​ອາ​ເມຣິກັນ ທ້າວ James Feigen ​ໄດ້​ຕົກລົງ​ທີ່​ຈະ​ຈ່າຍ​ເງິນ​ໃຫ້​ແກ່​ອົງການໆ​ກຸສົນຢູ່​ບຣາຊີ​ລ ​ເກືອບ 11,000 ​ໂດ​ລາ​ ​ເພື່ອຕົກລົງ​ແກ້​ໄຂບັນຫາ​ໃນພາກສ່ວນ​ຂອງ​ລາວ ກ່ຽວ​ກັບ​ຂ່າວ​ນອງ​ນັນ​ ໃນ​ການ​ປຸ້ນ​ຈີ້ ທີ່​ການ​ແຂ່ງຂັນ​ກິລາໂອ​ລິ​ມປິກ​ຢູ່​ນະຄອນຣິ​ໂອ ​ເພື່ອ​ອະນຸຍາດ​ໃຫ້​ຜູ້ກ່ຽວ​ເດີນທາງ​ກັບ​ຄືນ​ມາສະ​ຫະລັດ​ໄດ້.

ທະນາຍ​ຄວາມ​ຂອງ​ທ້າວ Feigen ​ໄດ້​ປະກາດ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້ນີ້ ຫຼັງຈາກ​ໄດ້​ພົບ​ປະ​ເປັນ​ເວລາ​ຍືດຍາວ​ກັບ​ລັດຖະບານ​ແລະ​ເຈົ້າໜ້າ​ທີ່​ທາງ​ກົດໝາຍ​ຢູ່ທີ່​ນະຄອນ​ຣິ​ໂອ.

ນັກລອຍນ້ຳໂອລິມປິກອາເມຣິກັນ ທ້າວ Gunnar Bentz ແລະທ້າວ Jack Conger ຍ່າງຢູ່ໃນບໍລິເວນທີ່ຈະຂຶ້ນເຮືອບິນ
ນັກລອຍນ້ຳໂອລິມປິກອາເມຣິກັນ ທ້າວ Gunnar Bentz ແລະທ້າວ Jack Conger ຍ່າງຢູ່ໃນບໍລິເວນທີ່ຈະຂຶ້ນເຮືອບິນ

ສ່ວນນັກ​ລອຍ​ນ້ຳ​ອາ​ເມຣິກັນອີກ 3 ຄົນ ​ທີ່​ພົວພັນ​ກັບຂ່າວ​ການ​ປຸ້ນ​ຈີ້ທີ່​ບໍ່​ຖືກຕ້ອງນັ້ນ​ແມ່ນ​ເດີນທາງ​ກັບ​ຄືນ​ສະຫະລັດ​ໝົດ​ແລ້ວ.

ຕຳຫຼວດບຣາຊີ​ລກ່າວວ່າ ຕົນ​ພວມ​ພິຈາລະນາ​ ຈະ​ກ່າວ​ຫາ​ຕໍ່​ພວກ​ນັກ​ລອຍ​ນ້ຳ​ທີ່​ໄດ້ພາ ກັນທຳລາຍ​ຊັບ​ສິນ ແລະ​ໃຫ້ການ​ທີ່​ບໍ່​ຖືກຕ້ອງ ຫລັງ​ຈາກ​ພວກ​ນັກ​ລອຍ​ນ້ຳ​ ຍອມຮັບ​ວ່າ ​ເສກ​ສັນ​ປັ້ນ​ເລື້ອງຂຶ້ນ ກ່ຽວ​ກັບ​ການ​ຖືກ​ປຸ້ນ​ຈີ້ດ້ວຍ​ປາຍ​ປືນ.

ທ້າວ Ryan Lochte, Jack Conger, Gunnar Bentz ​ແລະທ້າວ​ Feigen ​ໄດ້​ບອກ​ຕຳຫຼວດວ່າ ​ເຂົາ​ເຈົ້າຖືກ​ຈີ້ດ້ວຍ​ອາວຸດ​ປືນ ​ໃນ​ຕອນ​ເຊົ້າວັນ​ອາທິດ ​ໃນລະຫວ່າງ​ທີ່​ພວມ​ກັບ​ຈາກ​ໄປ​ງານ​ພາຕີ້ ຢູ່​ນອກ​ຄຸ້ມ​ບ້ານ​ໂອ​ລິ​ມປິກ ໃນ​ນະຄອນ Rio de Janeiro.

ຮູບຝາຫ້ອງນ້ຳຢູ່ປ້ຳນ້ຳມັນ ບ່ອນທີ່ພວກນັກລອຍນ້ຳອາເມຣິກັນ ຖືກກ່າວຫາ ໂດຍພະນັກງານທີ່ນັນວ່າ ໄດ້ສ້າງຄວາມເສຍຫາຍ ຢູ່ນະຄອນ Rio de Janeiro (18 ສິງຫາ 2016)
ຮູບຝາຫ້ອງນ້ຳຢູ່ປ້ຳນ້ຳມັນ ບ່ອນທີ່ພວກນັກລອຍນ້ຳອາເມຣິກັນ ຖືກກ່າວຫາ ໂດຍພະນັກງານທີ່ນັນວ່າ ໄດ້ສ້າງຄວາມເສຍຫາຍ ຢູ່ນະຄອນ Rio de Janeiro (18 ສິງຫາ 2016)

ແຕ່​ນັກ​ລອຍ​ນ້ຳ 2 ຄົນ ຄື​ທ້າວ Conger ​ແລະ​ທ້າວ Bentz ​ຍອມຮັບ​ວ່າ​ພວກ​ຕົນ​ໄດ້​ສ້າງ​ເລື້ອງຂຶ້ນຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ຖືກ​ຄວບ​ຄຸມ​ໂຕ​ໄວ້​ທີ່​ສະໜາມ​ບິນ​ໃນຂະນະ​ທີ່​ພະຍາ​ຍາມ​ເດີນທາງ​ກັບ​ຄືນ​ມາ​ຍັງ​ສະຫະລັດ. ບຸກຄົນ​ທັງ​ສອງ​ໄດ້​ເດີນທາງ​ໂດຍ​ເຮືອບິນ ​ກັບ​ຄືນ​ສະ ຫະລັດ ​ໃນ​ຕອນ​ເດິກ ​ຂອງ​ຄືນ​ວັນ​ພະຫັດ​ ຫລັງ​ຈາກ​ໄດ້​ຖືກ​ສອບ​ປາກຄຳ​ໂດຍ​ເຈົ້າໜ້າ​ທີ່. ທ້າວ Lochte ​ໄດ້​ເດີນທາງ​ກັບ​ມາ​ສະຫະລັດ​ໃນ​ມື້ວັນ​ຈັນ​ກ່ອນ​ທີ່​ຂ່າວ​ເລື້ອງນີ້ຈະ​ປາກົດ​ອອກ​ມາ.

ຄະນະ​ກຳມະການ​ກິລາ​ໂອ​ລິ​ມປິກ​ຂອງ​ສະຫະລັດ​ໄດ້​ຂໍ​ຂະ​ມາ​ໂທດ​ຕໍ່​ບຣາຊີລ​ໃນການ​ກ່າວ​ອ້າງ​ທີ່​ບໍ່​ຖືກຕ້ອງ​ກ່ຽວ​ກັບ​ພວກ​ນັກ​ກິລາ​ຖືກ​ປຸ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Rio Robbery
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG